ກອງທັບອາກາດ ຈີນ ໄດ້ກ່າວ ໃນເວັບໄຊຂອງເຂົາເຈົ້າ ໃນວັນອາທິດ ທີ່ຜ່ານມານີ້ວ່າ ເຂົາເຈົ້າໄດ້ທຳການຝຶກຊ້ອມ ໃນທະເລຈີນໃຕ້.
ເຮືອພິຄາດ ຂອງກອງທັບເຮືອ ສະຫະລັດ ໄດ້ອອກປະຕິບັດງານ ເພື່ອ “ເສລີພາບ ໃນການເດີນເຮືອ” ໃນວັນສຸກມື້ນີ້ ຢູ່ທະເລຈີນໃຕ້.
ບັນດານັກວິເຄາະເວົ້າວ່າ, ຫວຽດນາມ ໄດ້ສ້າງມິດຕະພາບກັບຫຼາຍປະເທດ ເພື່ອປົກປ້ອງເຮືອຫາປາ, ການຂຸດຄົ້ນພະລັງງານນອກຊາຍຝັ່ງ ແລະ ການອ້າງອຳນາດອະທິປະໄຕອື່ນໆຂອງເຂົາເຈົ້າ.
ທ່ານທຣໍາ ໄດ້ປົດທ່ານທິລເລີສັນ ອອກຈາກຕໍາແໜ່ງ ຍ້ອນຄວາມຂັດແຍ້ງ ທາງດ້ານຍຸດທະສາດ ຊຶ່ງຈະເຮັດໃຫ້ ສະຫະລັດ ຕ້ອງໄດ້ປັບ ນະໂຍບາຍ ທະເລຈີນໃຕ້ໃໝ່.
ແຜນການຊ້ອມລົບ ທາງທະຫານ ເທື່ອທຳອິດ ທີ່ບໍ່ເຄີຍມີມາກ່ອນ ຂອງຈີນ ກັບບັນດາປະເທດເອເຊຍ ຕາເວັນອອກສຽງໃຕ້ ຈະມີຂຶ້ນໃນປີນີ້.
ກຳປັ່ນບັນທຸກເຮືອບິນ ຂອງກອງທັບເຮືອສະຫະລັດ ກຳລັງທຳການຢ້ຽມຢາມທ່າເຮືອຂອງຫວຽດນາມ ເປັນຄັ້ງ ທຳອິດ ນັບຕັ້ງແຕ່ສົງຄາມຫວຽດນາມ ໄດ້ສິ້ນສຸດລົງໃນປີ 1975.
ລັດຖະບານຈາກ 6 ປະເທດ ໄດ້ອ້າງເອົາກຳມະສິດ ໃນທະເລ ທີ່ມີເນື້ອທີ່ 3 ລ້ານ 5 ແສນຕາລາງກິໂລແມັດ ທີ່ຍາວຢຽດ ຈາກເກາະໄຕ້ຫວັນ ຫາປະເທດ ສິງກະໂປ.
ໃນນຶ່ງສັບປະດາຕໍ່ມາ ໂຄສົກຂອງທ່ານ ໄດ້ກ່າວຢູ່ໃນ ໜ້າເວັບໄຊ ຂອງປະທານາທິບໍດີວ່າ ເຈົ້າໜ້າທີ່ ລັດຖະບານ “ຄັດຄ້ານ ແລະບໍ່ຮັບຮູ້ ຊື່ທີ່ເປັນພາສາຈີນ” ໃນເຂດຮາບພຽງ 5 ແຫ່ງ.
ລັດຖະມົນຕີປ້ອງກັນປະເທດ 10 ທ່ານ ຈາກ ອາຊຽນ ໄດ້ມີຄວາມ “ປິຕິຍິນດີ” ໃນຄວາມຄາດຫວັງ ຂອງການຊ້ອມລົບ ທາງທະເລ ກັບຈີນ ພາຍໃນທ້າຍປີ 2018 ນີ້.
ທະເລຈີນໃຕ້ ມີເສັ້ນທາງການຂົນສົ່ງທາງທະເລ ທີ່ສຳຄັນ, ອຸດົມສົມບູນ ໄປດ້ວຍບ່ອນຫາປາ ແລະ ອາດມີນໍ້າມັນ, ແກ໊ສທຳມະຊາດ ແລະ ແຮ່ທາດອື່ນໆດ້ວຍ.
ຈີນ ມີແຜນການ ທີ່ຈະສົ່ງດາວທຽມ 10 ໜ່ວຍ ຂຶ້ນສູ່ວົງໂຄຈອນ ເພື່ອຄວບຄຸມເຂດທະເລ ທີ່ຍັງມີການຂັດແຍ້ງກັນ ເລີ້ມແຕ່ປີໜ້ານີ້ເປັນຕົ້ນໄປ.
ໃນເດືອນທີ່ຜ່ານມາ, ຈີນ ໄດ້ຕົກລົງທີ່ຈະເລີ່ມການເຈລາຈາກັບສະມາຄົມປະຊາຊາດ ເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ 10 ປະເທດ ໃນປີ 2018 ກ່ຽວກັບ ຫຼັກເກນ ເພື່ອຫຼີກເວັ້ນອຸບັດຕິເຫດທາງ ທະເລ.
ໂຫລດຕື່ມອີກ