ເຮືອຫາປາໄຕ້ຫວັນ 5 ລຳ ເລີ່ມອອກເດີນທາງ ໃນວັນພຸດມື້ນີ້ ໄປຫາເກາະ Taiping ຫລື Itu Aba ໃນທະເລຈີນໃຕ້ ທີ່ມີການຂັດແຍ້ງກັນ.
ປັກກິ່ງ ບໍ່ໄດ້ຖືເປັນເລື້ອງສຳຄັນ ການຕັດສິນ ຂອງສານໂລກໃນປະເທດ ໂຮນລັງ ທີ່ ລົງຄວາມເຫັນວ່າ ການ ອ້າງເອົາເຂດແດນຂອງ ຈີນ ໃນທະເລຈີນໃຕ້ ບໍ່ມີຫຼັກຖານທາງປະຫວັດສາດ.
ນັກການທູດຂອງຈີນ ກ່າວຕອບວ່າ ຖ້າຫາກມະນີລາ ຍັງສືບຕໍ່ ໃຫ້ການສະໜັບສະໜຸນ ຕໍ່ການຕັດສິນຂອງສານນາໆຊາດແລ້ວ ພວກເຮົາອາດຈະກ້າວໄປສູ່ ການປະເຊີນໜ້າກັນ.
ເກືອບໜຶ່ງສັບປະດາຫຼັງຈາກພ່າຍແພ້ຄະດີອັນເປັນປະຫວັດສາດ ກ່ຽວກັບ ການອ້າງເອົາເຂດແດນໃນທະເລ ຈີນ ໃຕ້ແລ້ວ, ຈີນ ກໍໄດ້ປິດພາກສ່ວນຂອງພາກພື້ນດັ່ງກ່າວເພື່ອຝຶກຊ້ອມທາງທະຫານໃນສັບປະດານີ້.
ພວກປະທ້ວງຈຳນວນຫຼາຍໃນນະຄອນຫຼວງຂອງປະເທດ ຫວຽດນາມ ທີ່ໄດ້ເຕົ້າໂຮມກັນ ເພື່ອສະໜັບສະໜູນ ການປະຕິເສດຂອງສານຍຸຕິທຳສາກົນ ກ່ຽວກັບ ການອ້າງອີງຕ່າງໆ ໃນທະເລຈີນໃຕ້ຂອງ ຈີນ.
ຈີນອ້າງເອົາອະທິປະໄຕ ພ້ອມທັງສິດທິ ຕາມກົດໝາຍ ແລະສິດທິຕາມປະຫວັດສາດ ຢູ່ໃນ 90 ກວ່າເປີເຊັນ ຂອງທະເລຈີນໃຕ້ ແຕ່ໄດ້ຖືກປະຕິເສດ ໂດຍສານນາໆຊາດ.
ຈີນ ທີ່ມີຄວາມໂກດແຄ້ນບໍ່ພໍໃຈ ແລະຟີລິບປິນ ທີ່ມີຄວາມດີອົກດີໃຈ ກຳລັງຊອກຫາຊ່ອງທາງ ເພື່ອເປີດການເຈລະຈາຢ່າງເປັນທາງການ ກ່ຽວກັບທະເລຈີນໃຕ້.
ສານທີ່ນະຄອນ Hague ໄດ້ຕັດສິນວ່າ ຈີນໄດ້ລະເມີດ ສິດທິອະທິປະໄຕ ຂອງຟີລິບປິນ ໂດຍແຊກແຊງເຂົ້າ ໃນການຫາປາ ແລະການສຳຫລວດນ້ຳມັນ ຢູ່ໃນເຂດດັ່ງກ່າວ ຂອງມະນີລາ.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວວ່າ ການພົວພັນທາງດ້ານ ການທູດຕື່ມ ແມ່ນມີຄວາມຈຳເປັນ.
ການອະພິປາຍ ກຳລັງມີຂຶ້ນ ກ່ຽວກັບວ່າ ຝ່າຍໃດກຳລັງໄດ້ປຽບ ຢູ່ໃນທະເລຈີນໃຕ້ ໃນຂະນະທີ່ ເຈົ້າໜ້າທີ່ຂັ້ນຂອງສູງຈີນ ແລະເຈົ້າໜ້າທີ່ສະຫະລັດ ພົບປະກັນ ທີ່ນະຄອນຫລວງປັກກິ່ງ.
ທ່ານ Kerry ກ່າວວ່າ ສະຫະລັດ ຮຽກຮ້ອງ ຈີນ ແລະ ບັນດາປະເທດເພື່ອນບ້ານ ໃນເອເຊຍປາຊີຟິກ ໃຫ້ “ຫາຂໍ້ ແກ້ໄຂທາງການທູດ” ສຳລັບບັນຫາຂັດແຍ້ງ ໃນທະເລຈີນໃຕ້.
ຢູ່ທີ່ກອງປະຊຸມ ຂັ້ນລັດຖະມົນຕີ ປ້ອງກັນປະເທດ ຂອງເອເຊຍ ທີ່ມີບັນດານັກວິເຄາະ ດ້ານຄວາມໝັ້ນຄົງ ແລະ ນັກວິຊາການ ເຂົ້າຮ່ວມ, ຈີນຫາທາງ ທີ່ຈະຖິ້ມໂທດ ໃສ່ສະຫະລັດ.
ໂຫລດຕື່ມອີກ