ທ່ານ Kerry ກ່າວວ່າ ສະຫະລັດ ຮຽກຮ້ອງ ຈີນ ແລະ ບັນດາປະເທດເພື່ອນບ້ານ ໃນເອເຊຍປາຊີຟິກ ໃຫ້ “ຫາຂໍ້ ແກ້ໄຂທາງການທູດ” ສຳລັບບັນຫາຂັດແຍ້ງ ໃນທະເລຈີນໃຕ້.
ຢູ່ທີ່ກອງປະຊຸມ ຂັ້ນລັດຖະມົນຕີ ປ້ອງກັນປະເທດ ຂອງເອເຊຍ ທີ່ມີບັນດານັກວິເຄາະ ດ້ານຄວາມໝັ້ນຄົງ ແລະ ນັກວິຊາການ ເຂົ້າຮ່ວມ, ຈີນຫາທາງ ທີ່ຈະຖິ້ມໂທດ ໃສ່ສະຫະລັດ.
ທຳນຽບຫ້າແຈ ກ່າວວ່າ ເຮືອບິນລົບອາຍພົ່ນ 2 ລຳຂອງຈີນ ກໍ່ໃຫ້ເກີດເຫດການ ທີ່ "ບໍ່ປອດໄພ" ສ່ວນປັກກິ່ງເຫັນວ່າ ການປະເຊີນໜ້າ ກັບເຮືອບິນ ສຫລ ເປັນການຂົ່ມຂູ່.
ການດຳເນີນງານກັບ 10 ປະເທດ ສະມາຊິກຂອງອາຊຽນ ແມ່ນສ່ວນນຶ່ງ ໃນຄວາມພະຍາຍາມ ຂອງ ທ່ານ Vladimir Putin ເພື່ອທີ່ຈະຂະຫຍາຍ ອິດທິພົນຂອງມົສກູ.
ຈີນໄດ້ສ້າງທາງແລ່ນເຮືອບິນ ທີ່ຍາວ 10,000 ຟິດ ແລະສະຖານທີ່ທາງທະຫານ ອື່ນໆອີກ ຢູ່ເທິງເກາະທີ່ມີການຂັດແຍ້ງດັ່ງກ່າວ.
ໃນຂະນະທີ່ ຟີລິບປິນ ຄອຍຖ້າ ການຕັດສິນຂອງສານສາກົນ ກ່ຽວກັບການຄັດຄ້ານ ຕໍ່ການອ້າງເອົາໝູ່ເກາະ ຢູ່ໃນທະເລຈີນໃຕ້ ເກືອບທັງໝົດຂອງຈີນ.
ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ຍັງບໍ່ທັນຢືນຢັນ ຢ່າງເປີດເຜີຍເທື່ອ ກ່ຽວກັບຄວາມຖີ່ ໃນການລາດຕະເວນ ຂອງກອງທັບເຮືອ ສຫລ ໃນເຂດນ່ານນ້ຳ ທີ່ມີການຂັດແຍ້ງ.
ຈີນກ່າວວ່າ ເຮືອບິນທະຫານລຳນຶ່ງ ໄດ້ລົງຈອດ ຢູ່ທີ່ເກາະທຽມເກາະນຶ່ງຂອງຕົນ ໃນທະເລຈີນໃຕ້ ຊຶ່ງເປັນການຮັບຮູ້ຢ່າງເປີດເຜີຍ ເທື່ອທຳອິດ.
ອົງການຂ່າວຊິນຫົວ ຂອງທາງການຈີນ ກ່າວວ່າ ປະພາຄານ ທີ່ສູງ 55 ແມັດ ຢູ່ເກາະ Subi ໄດ້ເປີດໃຊ້ ໃນວັນອັງຄານແລ້ວ ໃນພິທີ ທີ່ຈັດຂຶ້ນ ໂດຍເຈົ້າໜ້າທີ່ ກະຊວງຂົນສົ່ງຈີນ.
ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດ ທ່ານ Ash Carte ກ່າວວ່າ ການເຄື່ອນໄຫວຂອງຈີນ ຢູ່ທະເລຈີນໃຕ້ ພາໃຫ້ມີການໂດດດ່ຽວຕົນເອງ.
ພາບຈາກດາວທຽມ ສະແດງໃຫ້ເຫັນເຖິງລະບົບເຣດາ ໃນໝູ່ເກາະ Spratly ພ້ອມທັງຫໍປະພາຄານ ເດີ່ນຈອດ ຂອງເຮລີຄອບເຕີ ຂຸມຫລົບໄພໃຕ້ດິນ ແລະອຸບປະກອນ ການຕິດຕໍ່ສື່ສານອື່ນໆນຳ ຂອງຈີນ.
ປະທານາທິບໍດີໂອບາມາກ່າວວ່າ ພວກເຮົາໄດ້ຫາລືກັນ ກ່ຽວກັບຄວາມຈຳເປັນ ໃນການເອົາບາດກ້າວ ທີ່ເປັນຮູບປະທຳ ຢູ່ທະເລຈີນໃຕ້ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງ.
ໂຫລດຕື່ມອີກ