ໃນຂະນະທີ່ການໂຄສະນາຫາສຽງ ຍັງເຫຼືອເວລາ ແຕ່ພຽງສອງມື້ກວ່າໆ ການຢັ່ງຫາງສຽງ ສະແດງໃຫ້ເຫັນວ່າ ການແຂ່ງຂັນ ແມ່ນມີຄະແນນສຽງ ໃກ້ຄຽງກັນຫຼາຍຂຶ້ນ.
ຜູ້ສະໝັກ ຂອງພັກເດໂມແຄຣັດ ແລະພັກຣີພັບບລີກັນ ຕ່າງກໍກ່າວໂຈມຕີກັນ ໃນການໂຄສະນາຫາສຽງ ຢູ່ທີ່ລັດ North Carolina ມື້ວານນີ້.
ລັດ Carolina ເໜືອ ແລະລັດ Florida ແມ່ນຖືກມອງ ໂດຍຜູ້ສະໝັກທັງສອງວ່າ ເປັນລັດທີ່ສຳຄັນຍິ່ງ ຕໍ່ການເລືອກຕັ້ງ ໃນວັນທີ 8 ພະຈິກນີ້.
ທ່ານ ໂອບາມາ ກຳລັງຕັ້ງຄຳຖາມ ກ່ຽວກັບການຕັດສິນໃຈ ຂອງທ່ານ James Comey ຫົວໜ້າອົງການ FBI ໃນການປະກາດ ກ່ອນໜ້າການເລືອກ ຕັ້ງປະທານາທິບໍດີ.
ຜູ້ປົກຄອງເມືອງ ໄດ້ກ່າວວ່າ ອົງການສັນຕິບານກາງ ຫຼື FBI ແລະ ກົມສືບສວນສອບສວນ ຂອງລັດ Mississippi ແມ່ນກຳລັງໃຫ້ການຊ່ອຍເຫຼືອ ໃນການສອບສວນນີ້.
ທ່ານນາງ Clinton ແລະ ທ່ານTrump ຕ່າງກໍຕຳໜິກັນ ຢ່າງບໍ່ໄວ້ໜ້າເລີຍ ໃນຂະນະທີ່ການຢັ່ງຫາງສຽງ ຈຳນວນໜຶ່ງ ສະແດງໃຫ້ເຫັນວ່າ ມີຄະແນນໃກ້ຄຽງກັນຫຼາຍ.
ໃນຈົດໝາຍສະບັບໜຶ່ງ ທ່ານ Reid ໄດ້ກ່າວຫາ ທ່ານ Comey ວ່າ ໄດ້ໃຊ້ຖານະຂອງຕົນ ເພື່ອແຊກແຊງ ເຂົ້າໃນການເລືອກຕັ້ງ.
ກ່ອນໜ້ານີ້ ຜູ້ອຳນວຍການ ອົງການ FBI ກ່າວວ່າ ຄະດີີໄດ້ປິດໄປແລ້ວ ແຕ່ບັດນີ້ ຊ້ຳພັດກ່າວວ່າ ໄດ້ມີການພົບເຫັນ ຫຼັກຖານໃໝ່ຕື່ມ.
ອະດີດສະຕີໝາຍເລກນຶ່ງ ທີ່ສະໝັກເປັນປະທານາທິບໍດີ ໄດ້ຢູ່ເທິງເວທີ ເປັນເທື່ອທຳອິດ ໃນວັນພະຫັດວານນີ້ ຮ່ວມກັບສະຕີໝາຍເລກນຶ່ງ ຄົນປັດຈຸບັນ ທີ່ຊ່ວຍໂຄສະນາຫາສຽງ.
ທ່ານ Trump ກ່າວວ່າ “ອັນທີ່ພວກເຮົາຄວນເຮັດ ແມ່ນສຸມໃສ່ ກຸ່ມ ISIS ພວກເຮົາບໍ່ຄວນສຸມໃສ່ຊີເຣຍ.”
ປ. ໂອບາມາ ກ່າວວ່າ ການປະຕິເສດ ຂອງທ່ານ Trump ທີ່ບໍ່ຍອມເວົ້າວ່າ ທ່ານຈະຮັບເອົາ ການຕັດສິນໃຈ ຂອງຜູ້ມີສິດປ່ອນບັດ ແມ່ນເປັນອັນຕະລາຍ ຕໍ່ປະຊາທິປະໄຕ.
ໂຫລດຕື່ມອີກ
No live streaming currently available