ສຳນວນທີ່ວ່າ “Five o’clock shadow” ຖືກໃຊ້ ເພື່ອພັນລະນາເຖິງການປົ່ງຂອງໜວດ ທີ່ເກີດຂຶ້ນລະຫວ່າງການແຖໜວດໃນຕອນເຊົ້າ ຫາຕອນທ້າຍໆຂອງມື້. ມັນເປັນເລື້ອງປົກກະຕິທີ່ໜວດຈະປົ່ງຄືນໃໝ່ ໃນລະຫວ່າງວັນ. ແຕ່ ໃນກໍລະນີຂອງແດນ, ລາວອາດຈະຕ້ອງໄດ້ກວດເບິ່ງສ່ວນປະສົມຢູ່ໃນນໍ້າຜັກຫົມຂອງລາວ
ຄົນທີ່ບໍ່ “ຢອມໝັດ ຫຼືກໍາປັ້ນໄວ້” ຈະເວົ້າ ແລະກະທຳແບບກົງໄປກົງມາ, ເຖິງແມ່ນວ່າ ການກະທຳ ຫຼື ຄຳເວົ້າຂອງພວກເຂົາອາດຈະເຮັດໃຫ້ບາງຄົນບໍ່ພໍໃຈກໍຕາມ. ສຳນວນນີ້ ມາຈາກກິລາຕີມວຍ. ເມື່ອນັກມວຍ ຢອມໝັດ, ພວກເຂົາບໍ່ຊົກແຮງເຕັມກຳລັງທີ່ພວກ ເຂົາຊົກໄດ້
ສຳນວນທີ່ວ່າ Paying lip service ແມ່ນເມື່ອເວລາທີ່ເຈົ້າເວົ້າກ່ຽວກັບການເຮັດບາງສິ່ງບາງຢ່າງ, ແຕ່ເຈົ້າບໍ່ໄດ້ເຮັດມັນແທ້ໆ. ສຳນວນທີ່ວ່າ Lip service ຍັງສາມາດໝາຍເຖິງ ເຈົ້າບອກວ່າ ເຈົ້າສະໜັບສະໜູນສິ່ງໃດສິ່ນຶ່ງ, ແຕ່ເຈົ້າບໍ່ໄດ້ເຮັດຫຍັງທີ່ເປັນປະໂຫຍດກັບສິ່ງນັ້ນເລີຍ
ເມື່ອພວກເຮົາ ປ່ອຍໃຫ້ໂຕໝານອນຫຼັບ, ພວກເຮົາພະຍາຍາມຫຼີກລ້ຽງບໍ່ໃຫ້ມີບັນຫາຫຼາຍກວ່າເກົ່າ. ໃນບາງກໍລະນີ, ວິທີທີ່ດີທີ່ສຸດໃນການຈັດການກັບບັນຫາ ກໍຄືການບໍ່ເຮັດຫຍັງເລີຍ. ອານນາ, ການສະເໜີສອນບົດຮຽນການຕີພູລ ໃຫ້ກັບຣິກ ຈະບໍ່ຊ່ວຍໃຫ້ລາວຮູ້ສຶກດີຂຶ້ນເລີຍ
ສິ່ງໃດກໍຕາມ ທີ່ “ຢູ່ກ້ອງສາຍແອວຂອງເຈົ້າ” ມັນແມ່ນສິ່ງທີ່ເຈົ້າໄດ້ປະສົບຜົນສຳເລັດແລ້ວ ຫຼື ຮຽນຮູ້ແລ້ວ. ຍົກຕົວຢ່າງເຊັ່ນ, ຂ້ອຍ ມີບົດຮຽນ ພາສາອັງກິດ ໃນນຶ່ງນາທີ ຫຼາຍບົດຫຼາຍຕອນ ທີ່ຢູ່ກ້ອງສາຍແອວຂອງຂ້ອຍ. ດັ່ງນັ້ນ, ຂ້ອຍຈຶ່ງຮູ້ຈັກຫຼາຍໆສຳນວນຂອງຂ້ອນເອງ
ສຳນວນທີ່ວ່າ “Over the top” ໃຊ້ເພື່ອອະທິບາຍບາງສິ່ງບາງຢ່າງທີ່ຫຼາຍເກີນໄປ, ຫຼື ຕ້ອງໃຊ້ຄວາມພະຍາຍາມຫຼາຍເກີນໄປສຳລັບສະຖານະການໃດນຶ່ງ. ການເອ້ຍ້ອງ ຫຼື ເຄື່ອງນຸ່ງຮົ່ມບາງຢ່າງ ກໍເອົາແທ້ເອົາວ່າ ແຕ່ງຫຼາຍເກີນໄປ. ດັ່ງນັ້ນ ການເກັບລາຍນິ້ວມື ເພື່ອຊອກຫາບິກກ້ານດຽວ ທີ່ຂ້ອຍຢືມມາ ຊັ້ນຫວາ!
ສິ່ງເຫລົ່ານີ້ ແມ່ນ ໝາກກະລັອກ. ແຕ່ ທ່ານຄິດວ່າ ຄຳຄຸນນາມ ໄດຊີ dicey ມີຄວາມໝາຍວ່າແນວໃດກັນແທ້? ພວກເຮົາລອງໄປຟັງເບິ່ງນຳກັນ ເນາະ!
Z ແມ່ນອັກສອນ ໂຕສຸດທ້າຍໃນພະຍັນສະນະອັງກິດ. ແລ້ວ ຄຳວ່າ “catch some z’s” ມັນມີຄວາມໝາຍວ່າ ແນວໃດກັນແທ້? ພວກເຮົາລອງໄປຫາຄຳຕອບນຳກັນລອງເບິ່ງເນາະ
ສຳນວນ “Par for the course” ໝາຍເຖິງ ສິ່ງທີ່ເປັນເລື້ອງປົກກກະຕິ ຫຼື ຖືກຄາດຄະເນຢູ່ໃນສະຖານະການໃດນຶ່ງ. ມັນເປັນເລື້ອງປົກກະຕິ ທີ່ຈະມາງານລ້ຽງ ຊ້າໜ້ອຍນຶ່ງ. ໂດຍທີ່ເຈົ້າມີງານລ້ຽງຈຳນວນກຫຼວງຫຼາຍ, ແດນ, ເຈົ້າຄວນຮູ້ຈັກສິ່ງນັ້ນ
ສຳນວນທີ່ວ່າ “Get cracking” ແມ່ນການບອກໃຜຄົນນຶ່ງ ໃຫ້ເຮັດບາງສິ່ງບາງຢ່າງໃນທັນທີ ຫຼື ຂ້ຽວເຮັດ. ທ່ານຍັງສາມາດເວົ້າໄດ້ວ່າ ມັນກ່ຽວກັບໂຕຂອງທ່ານເອງ, ເຊັ່ນ “ຂ້ອຍຄວນຂ້ຽວເຮັດວຽກບ້ານ.” ບາງຄັ້ງ ຄົນທົ່ວໄປກໍບໍ່ອອກສຽງ “ອິງ” ແບບເຕັມສຽງ ແລະ ພຽງແຕ່ເວົ້າວ່າ get crackin’.
ເມື່ອພຶດຕິກຳຂອງໃຜຄົນນຶ່ງແມ່ນ “beyond the pale”, ພວກເຂົາໄປໄກເກີນຈຸດທີ່ຈະຍອມຮັບໄດ້ແລ້ວ. ມັນອາດເປັນເລື້ອງທີ່ໜ້າລັງກຽດ ຫຼື ຜິດສິນທຳ ກໍໄດ້. ຂ້ອຍຄິດວ່າ ການລັກຂະໂມຍ ແລະ ການຂີ້ຕົວະ ມັນເກີນທີ່ຈະຍອມຮັບໄດ້, ແດນ
ໂຫລດຕື່ມອີກ