ນະວັດຕະກໍາຫລ້າສຸດໃນດ້ານປັນຍາປະດິດ ແມ່ນວິດີໂອຈິດຕະກໍາພາບຖ່າຍເໝືອນຈິງທີ່ສ້າງຂຶ້ນມາຈາກຄໍາເວົ້າພຽງແຕ່ສອງສາມຄໍາເທົ່ານັ້ນ
ນະວັດຕະກໍາຫລ້າສຸດໃນດ້ານປັນຍາປະດິດ ແມ່ນວິດີໂອຈິດຕະກໍາພາບຖ່າຍເໝືອນຈິງທີ່ສ້າງຂຶ້ນມາຈາກຄໍາເວົ້າພຽງແຕ່ສອງສາມຄໍາເທົ່ານັ້ນ. Deana Mitchell ມີລາຍລະອຽດເລື້ອງນີ້ ໃນລາຍການ LogOn ສຳລັບສັບປະດານີ້ ຊຶ່ງ ບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ
ເທັກໂນໂລຈີລ້ຳໜ້າທີ່ໃຊ້ປັນຍາປະດິດຊ່ວຍ ຫລື AI-assisted ສາມາດຊ່ວຍ ໃຫ້ຄົນທີ່ມີຄວາມບົກຜ່ອງໃນການເວົ້າອອກສຽງແບບທໍາມະຊາດຂອງເຂົາເຈົ້າໄດ້ ເຊິ່ງເຮັດໃຫ້ຫຼາຍລ້ານຄົນມີໂອກາດໂອ້ລົມສົນທະນາຢ່າງຈະແຈ້ງຂຶ້ນຫຼາຍກວ່າເກົ່າ
ໂອດີຊີອັສ (Odysseus), ຍານອະວະກາດລຳທຳອິດຂອງສະຫະລັດ ທີ່ລົງຈອດເທິງດວງເດືອນ ນັບຕັ້ງແຕ່ປີ 1972, ມີອາຍຸການໃຊ້ງານຂອງແບັດເຕີລີປະມານ 10 ຫາ 20 ຊົ່ວໂມງ, ອີງຕາມຂໍ້ມູນຈາກຜູ້ຄວບຄຸມການບິນທີ່ຍັງຕິດຕໍ່ກັບຍານອະວະກາດຫຸ່ນຍົນດັ່ງກ່າວ.
ເຂື່ອນຫລາຍໆແຫ່ງ, ອ່າງເກັບນ້ຳ ແລະ ຂໍ້ຕົກລົງທາງກົດໝາຍຫຼາຍໆ ສະບັບໄດ້ຫັນເອົາແມ່ນ້ຳໂຄໂລຣາໂດ ໃຫ້ກາຍເປັນລະບົບນ້ຳ ທີ່ມີຄວາມສະຫລັບຊັບ ຊ້ອນສູງທີ່ຮອງຮັບຄວາມຕ້ອງການປະຊາຊົນຫຼາຍກວ່າ 40 ລ້ານຄົນ ໃນພາກຕາເວັນຕົກສຽງໃຕ້ຂອງອາເມຣິກາ
ການປ່ຽນແປງຂອງດິນຟ້າອາກາດ ແມ່ນເຮັດໃຫ້ການສະໜອງນ້ຳ ຢູ່ຕາມແມ່ນ້ຳສາຍຕ່າໆ ຂອງໂລກບໍ່ສາມາດຄາດຄະເນໄດ້.
ພາບຂອງຜູ້ອະວຸໂສຊາວອາຟຣິກາ ກໍາລັງຍ່າງຢູ່ເທິງເວທີເດີນແຟຊັ້ນໄດ້ກາຍເປັນເລື້ອງຮືຮາກັນຫລາຍໃນສື່ສັງຄົມ ໂດຍທີ່ມີຮູບພາບທີ່ສ້າງຂຶ້ນໂດຍປັນຍາປະດິດ ຫລື AI ເພື່ອທ້າທາຍຄວາມຄິດແບບດັ້ງເດີມກ່ຽວກັບຜູ້ສູງອາຍຸອາຟຣິກາ.
ການເກັບແລະເອົາອາຍຄາບອນອອກຈາກສິ່ງແວດລ້ອມຂອງພວກເຮົາ ແມ່ນວິທີການອັນນຶ່ງ ທີ່ພວກນັກວິທະຍາສາດກໍາລັງຕໍ່ສູ້ກັບການປ່ຽນແປງຂອງ ດິນຟ້າອາກາດ. ບໍລິສັດດ້ານເທັກໂນໂລຈີ ທີ່ເລີ້ມຕົ້ນໃໝ່ແຫ່ງນຶ່ງ ໃນນະຄອນ ລອສ ແອນເຈີລີສ ກໍາລັງພັດທະນາວິທີ ທີ່ຈະດຶງເອົາອາຍຄາບອນໄດອອກໄຊ ອອກຈາກມະຫາສະຫມຸດ.
ນັກສິລະປິນເທີກີ, ທ່ານຣີຟິກ ອານາໂດລ (Refik Anadol) ສ້າງ "ຮູບແຕ້ມຂອງຂໍ້ມູນ" ແລະ "ປະຕິມາກໍາຂອງຂໍ້ມູນ" ຂຶ້ນມາໂດຍການໃຊ້ຊອບແວທີ່ສ້າງຂຶ້ນ ມາສະເພາະເພື່ອປ່ຽນຊຸດຂໍ້ມູນໃຫ້ກາຍເປັນສິລະປະ
ພວກນັກຄົ້ນຄວ້າ ຢູ່ມະຫາວິທະຍາໄລ ໃນລັດແມຣີແລນ ຂອງສະຫະ ລັດ ກໍາລັງໃຊ້ປັນຍາປະດິດເພື່ອວິນິດໄສ ແລະປິ່ນປົວພະຍາດທີ່ຮ້າຍແຮງໄດ້ດີ ກວ່າເກົ່າ. Julie Taboh ນັກຂ່າວຂອງວີໂອເອ ມີລາຍລະອຽດເພີ່ມເຕີມ ຢູ່ໃນ ລາຍການ LogOn ມື້ນີ້
ຢູ່ໃນພາກຕາເວັນຕົກຂອງສະຫະລັດນັ້ນ ເຈົ້າໜ້າທີ່ປ່າໄມ້ກໍາລັງເຮັດວຽກເພື່ອຫຼຸດຜ່ອນໄພຂົ່ມຂູ່ຈາກໄຟໄຫມ້ປ່າ ໂດຍການຕັດກິ່ງໄມ້ອອກຢູ່ໃນປ່າ ທີ່ກວ້າງເກືອບຮອດ 20 ລ້ານເຮັກຕາ ເພື່ອເຮັດໃຫ້ປ່າບາງລົງ. Shelley Schlender ມີລາຍງານມາຈາກລັດໂຄໂລຣາໂດ.
ໂຫລດຕື່ມອີກ
No live streaming currently available