ຫຼາຍຄົນດີ້ນຮົນຕໍ່ສູ້ກັບຄວາມຮູ້ສຶກປ່ຽວພອຍແລະຢູ່ແບບໂດດດ່ຽວທາງ ສັງຄົມ. ສໍາລັບບາງຄົນ ການມີໝູ່ທີ່ເປັນຫຸ່ນຍົນຫລືໂຣບອດ ອາດຈະເຮັດໃຫ້ມີຄວາມແຕກຕ່າງໄດ້, ແລະຫລາຍລັດ ເຊັ່ນລັດນິວຢອກ ກໍາລັງເລີ່ມສະຫນອງ ມັນໃຫ້ແກ່ຜູ້ຢູ່ອາໄສໃນລັດ ໂດຍບໍ່ເສຍຄ່າ.
ການປ່ຽນແປງທາງດ້ານເທັກໂນໂລຈີໃນຂັ້ນຕໍ່ໄປອາດຈະເປັນບາງສິ່ງບາງຢ່າງທີ່ເອີ້ນວ່າເວັບ3 (Web3) ເຊິ່ງອີງໃສ່ເທັກໂນໂລຈີທີ່ສ້າງຂຶ້ນໃນເບື້ອງຕົ້ນສໍາລັບສະກຸນເງິນດິຈິຕອລນັ້ນ.
ບັນດາລັດຖະມົນຕີຕ່າງປະເທດເກົາຫລີໃຕ້ ແລະຍີ່ປຸ່ນ ໄດ້ຢືນຢັນອີກຄັ້ງນຶ່ງໃນວັນຈັນວານນີ້ ເຖິງສຳຄັນ ໃນຄວາມສຳພັນສອງຝ່າຍ ແລະຄວາມສຳພັນສາມຝ່າຍກັບສະຫະລັດ
ໂດຍທີ່ມັກຈະຖືກຍົກຍ້ອງກັນວ່າ ເປັນການປ່ຽນແປງທາງດິຈິຕອລຂອງຍຸກຕໍ່ໄປນັ້ນ ຈັກກະວານເນລະມິດ ປະກອບດ້ວຍ ສະຖານທີ່ ທີ່ຢູ່ໃນທາງອອນລາຍນ໌ແບບສາມມິຕິ ບ່ອນທີ່ຄົນສາມາດໄປເຮັດວຽກ, ຊື້ເຄື່ອງ, ຫຼິ້ນເກມ, ໄປເບິ່ງການສະແດງຄອນເສີດ ແລະອື່ນໆ ໄດ້.
ເທັກໂນໂລຈີທີ່ໃຊ້ຊັອຟແວຊຶ່ງເຮັດໃຫ້ຮູບພາບຂອງຄົນ ເວົ້າເຂົ້າກັນກັບສຽງທີ່ພາກ - ອາດຈະຊ່ວຍໃຫ້ຮູບເງົາ ທີ່ເປັນພາສາຕ່າງປະເທດ ສາມາດເຂົ້າເຖິງຜູ້ຊົມ ໄດ້ຫຼາຍຂຶ້ນ.
ຢູ່ໃນສະຫະລັດນັ້ນ ຮ້ານອາຫານ ແລະຮ້ານສະໜອງອຸປະກອນການແພດບາງແຫ່ງ ກຳລັງຫັນໄປໃຊ້ເຮືອບິນບໍ່ມີຄົນຂັບ ເພື່ອຈັດສົ່ງອາຫານ, ຢາປົວພະຍາດ, ແລະສິນຄ້າທີ່ຈຳເປັນອື່ນໆ ໄປຫາເຮືອນຂອງຜູ້ຄົນ.
ໃນການແຂ່ງຂັນ ເພື່ອເອົາຍານພາຫະນະທີ່ຂັບດ້ວຍຕົວມັນເອງຢ່າງເຕັມສ່ວນ ໄປແລ່ນຢູ່ເທິງຖະຫນົນຫົນທາງນັ້ນ ພວກລົດບັນທຸກສິນຄ້າ ທີ່ຂັບດ້ວຍຕົວມັນເອງເດ້ ອາດຈະກ້າວຫນ້າໄປໄວກວ່າໝູ່ ໃນບັນດາລົດທີ່ບໍ່ມີຄົນຂັບ.
ສາດສະດາຈານສອນວິສະວະກຳກົນຈັກຢູ່ມະຫາວິທະຍາໄລລັດເທັກຊັສ ທີ່ເມືອງອອສຕິນ (Austin) ກໍາລັງສ້າງຫຸ່ນຍົນທີ່ບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າ ໂດຍມີ ເປົ້າໝາຍວ່າ ມື້ນຶ່ງພວກມັນຈະເຮັດວຽກເປັນທີມແບບອັດຕະໂນມັດ ໃນ ການປິ່ນປົວ ເນື້ອງອກ ຢູ່ໃນຮ່າງກາຍຂອງມະນຸດ.
ບໍລິສັດນຶ່ງໃນລັດຟລໍຣິດາ ກໍາລັງໃຫ້ມະຫາວິທະຍາໄລທົ່ວປະເທດເຂົ້າ ເຖິງເຮືອບິນ Boeing ທີ່ຖືກດັດແປງແບບພິເສດຂອງຕົນ ໄດ້ບ່ອນທີ່ ເຂົາເຈົ້າກໍາລັງດໍາເນີນການຄົ້ນຄວ້າ ທີ່ຄິດຄົ້ນອອກມາໃໝ່ ໃນສະພາບແວດລ້ອມທີ່ບໍ່ມີແຮງດຶງດູດຂອງໜ່ວຍໂລກ ຫລື zero-gravity.
ພາບຖ່າຍຈາກດາວທຽມ ແລະຫຸ່ນຍົນໃຕ້ນ້ຳແມ່ນນອນຢູ່ໃນບັນດາເທັກໂນໂລຈີ ທີ່ມີບົດບາດສຳຄັນ ໃນການປະຕິບັດງານຄົ້ນຫາກຳປັ່ນເອນດົວແຣນສ໌ (Endurance) ເມື່ອໄວໆມານີ້ ຊຶ່ງເປັນກຳປັ່ນ ຂອງທ່ານເອີນແນັສ ແຊັກເຄລຕັນ, ນັກສຳຫຼວດທີ່ມີຊື່ສຽງ ທີ່ຈົມລົງນ້ຳແຂງໃນມະຫາສະໝຸດ ແອນຕາກຕິກ (Antarctic) ໃນປີ 1915 ນັ້ນໃຫ້ເຫັນ.
ຫຸ່ນຍົນທີ່ບັນຈຸເຄື່ອງຈັບສັນຍານ ຫລື ເຊັນເຊີກໍາລັງປ່ຽນແປງວິທີການສ້າງຮູບເງົາ ແລະການໂຄສະນາການຄ້າຕ່າງໆ
ໂຫລດຕື່ມອີກ
No live streaming currently available