ລາຄາຂອງສະກຸນເງິນບິດຄອຍ (Bitcoin) ແລະເງິນດີຈິຕອລ ຫລື crypto ປະເພດອື່ນ ໄດ້ຫຼຸດລົງຢ່າງຫຼວງຫຼາຍ ໃນຊຸມເດືອນທີ່ຜ່ານມານີ້. ແຕ່ຢ່າງໃດກໍຕາມ, ນັກລົງທຶນຫຼາຍຄົນມີຄວາມຕື່ນເຕັ້ນ ກ່ຽວກັບອະນາຄົດຂອງສະກຸນເງິນດິຈິຕອລ ເຖິງແມ່ນວ່າຈະມີຄວາມສ່ຽງຢູ່ກໍຕາມ
ເທັກໂນໂລຈີໃນການການຜະລິດຮູບເງົາຫລ້າສຸດ ໄດ້ວິເຄາະຂໍ້ມູນ ກ່ຽວກັບການເຄື່ອນໄຫວຂອງມະນຸດເພື່ອສ້າງພາບເຄື່ອນໄຫວໃນຄອມພິວເຕີ ຫລື ອານີເມຊັນ
ມັນຄ້າຍຄືກັບຮ້ານອາຫານທີ່ເປີດຂຶ້ນມາໂລດ ດິນທາມຫລືພື້ນທີ່ຊຸ່ມຊົ່ວຄາວໃນ ຮ່ອມພູພາກກາງຂອງລັດຄາລິຟໍເນຍ ຖືກສ້າງຂຶ້ນໃນເວລາ ແລະສະຖານທີ່ທີ່ ເຫມາະສົມອີ່ຫລີ ເພື່ອຮັບໃຊ້ນົກທີ່ເຄື່ອນຍ້າຍມາໂດຍການເດີນທາງທີ່ຍາວໄກ
ເຖິງແມ່ນວ່າ ມັນຈະເປັນເລື້ອງທີ່ໂຕ້ແຍ້ງກັນຢູ່ກໍ່ຕາມ ແຕ່ຕຳຫຼວດສະຫະລັດກໍໄດ້ກາງຕໍ່ອາໄສໂປຣແກຣມ ຫລືຊອຟແວໃນການຈື່ຈຳໃບໜ້າຄົນຫຼາຍຂຶ້ນ. ໃນປັດຈຸບັນເທັກໂນໂລຈີນີ້ ກໍາລັງຖືກນໍາໃຊ້ໃນສົງຄາມ ເພື່ອລະບຸຕົວຜູ້ຕາຍ, ສັດຕູ, ແລະຜູ້ຕ້ອງສົງໄສ ໃນການກໍ່ອາຊະຍາກໍາສົງຄາມທີ່ເປັນໄປໄດ້
ພະລັງງານລົມແມ່ນໄດ້ກັບຄືນມາຢູ່ໃນທະເລທີ່ມີລົມສູງອີກ ແມ່ນແຕ່ສໍາລັບກຳປັ່ນທີ່ໃຫຍ່ທີ່ສຸດຂອງໂລກນຳດ້ວຍ.
ຫຼາຍຄົນດີ້ນຮົນຕໍ່ສູ້ກັບຄວາມຮູ້ສຶກປ່ຽວພອຍແລະຢູ່ແບບໂດດດ່ຽວທາງ ສັງຄົມ. ສໍາລັບບາງຄົນ ການມີໝູ່ທີ່ເປັນຫຸ່ນຍົນຫລືໂຣບອດ ອາດຈະເຮັດໃຫ້ມີຄວາມແຕກຕ່າງໄດ້, ແລະຫລາຍລັດ ເຊັ່ນລັດນິວຢອກ ກໍາລັງເລີ່ມສະຫນອງ ມັນໃຫ້ແກ່ຜູ້ຢູ່ອາໄສໃນລັດ ໂດຍບໍ່ເສຍຄ່າ.
ການປ່ຽນແປງທາງດ້ານເທັກໂນໂລຈີໃນຂັ້ນຕໍ່ໄປອາດຈະເປັນບາງສິ່ງບາງຢ່າງທີ່ເອີ້ນວ່າເວັບ3 (Web3) ເຊິ່ງອີງໃສ່ເທັກໂນໂລຈີທີ່ສ້າງຂຶ້ນໃນເບື້ອງຕົ້ນສໍາລັບສະກຸນເງິນດິຈິຕອລນັ້ນ.
ບັນດາລັດຖະມົນຕີຕ່າງປະເທດເກົາຫລີໃຕ້ ແລະຍີ່ປຸ່ນ ໄດ້ຢືນຢັນອີກຄັ້ງນຶ່ງໃນວັນຈັນວານນີ້ ເຖິງສຳຄັນ ໃນຄວາມສຳພັນສອງຝ່າຍ ແລະຄວາມສຳພັນສາມຝ່າຍກັບສະຫະລັດ
ໂດຍທີ່ມັກຈະຖືກຍົກຍ້ອງກັນວ່າ ເປັນການປ່ຽນແປງທາງດິຈິຕອລຂອງຍຸກຕໍ່ໄປນັ້ນ ຈັກກະວານເນລະມິດ ປະກອບດ້ວຍ ສະຖານທີ່ ທີ່ຢູ່ໃນທາງອອນລາຍນ໌ແບບສາມມິຕິ ບ່ອນທີ່ຄົນສາມາດໄປເຮັດວຽກ, ຊື້ເຄື່ອງ, ຫຼິ້ນເກມ, ໄປເບິ່ງການສະແດງຄອນເສີດ ແລະອື່ນໆ ໄດ້.
ເທັກໂນໂລຈີທີ່ໃຊ້ຊັອຟແວຊຶ່ງເຮັດໃຫ້ຮູບພາບຂອງຄົນ ເວົ້າເຂົ້າກັນກັບສຽງທີ່ພາກ - ອາດຈະຊ່ວຍໃຫ້ຮູບເງົາ ທີ່ເປັນພາສາຕ່າງປະເທດ ສາມາດເຂົ້າເຖິງຜູ້ຊົມ ໄດ້ຫຼາຍຂຶ້ນ.
ຢູ່ໃນສະຫະລັດນັ້ນ ຮ້ານອາຫານ ແລະຮ້ານສະໜອງອຸປະກອນການແພດບາງແຫ່ງ ກຳລັງຫັນໄປໃຊ້ເຮືອບິນບໍ່ມີຄົນຂັບ ເພື່ອຈັດສົ່ງອາຫານ, ຢາປົວພະຍາດ, ແລະສິນຄ້າທີ່ຈຳເປັນອື່ນໆ ໄປຫາເຮືອນຂອງຜູ້ຄົນ.
ໂຫລດຕື່ມອີກ
No live streaming currently available