ບັນດານັກອອກແບບຫຸ່ນຍົນ ຢາກທີ່ຈະຮັບປະກັນ ຕໍ່ບັນດາລູກຄ້າວ່າເຄື່ອງຈັກທີ່ວ່າ ນັ້ນຈະບໍ່ມາແທນຄົນໃນອຸດສາຫະກຳ.
ບໍລິສັດແຫ່ງນຶ່ງໃນຄາລິຟໍເນຍ ໄດ້ພັດທະນາໂຟມ ທີ່ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງສາມາດກາຍເປັນຕົວທີ່ພາໃຫ້ເກີດການປ່ຽນແປງ ໃນຂະແໜງອຸດສາຫະກໍາ ການຫໍ່ເຄື່ອງໄດ້.
ນັກສິລະປິນບາງຄົນໄດ້ໃຊ້ສິ່ງຫລ້າສຸດໃນການພິມ 3 ມິຕິ - ປະດິດວັດຖຸທີ່ຈັບຕ້ອງໄດ້ຈາກຕົວແບບໃນທາງດິຈິຕອນ - ເພື່ອປະດິດເຄື່ອງນຸ່ງ, ເກີບ ແລະເຄື່ອງໃຊ້ສອຍເສີມ.
ພວກເຈົ້າໜ້າທີ່ດູແລຮັກສາປ່າໄມ້ ທີ່ປົກປ້ອງສັດປ່າທີ່ຖືກຄຸດຄາມ ໃນກຳປູເຈຍ ກຳລັງໃຊ້ປັນຍາປະດິດ ເພື່ອຄາດຄະເນເບິ່ງການເຄື່ອນໄຫວ ໃນຂັ້ນຕໍ່ໄປຂອງພວກລັກລອບລ່າສັດປ່າ.
ບັນດານັກວິທະຍາສາດໃນບໍລິສັດແຫ່ງນຶ່ງໃນລັດຄາລິຟໍເນຍກໍາລັງໃຊ້ເທັກໂນໂລຈີຊີວະພາບເພື່ອປະດິດສີຍ້ອມຜ້າທີ່ເປັນມິດຕໍ່ສິ່ງແວດລ້ອມ ຊຶ່ງເປັນ ທາງເລືອກອັນນຶ່ງ ແທນໃຫ້ສີທີ່ເປັນພິດເພື່ອຍ້ອມຜ້າຄາວບອຍ.
ທ່ານອໍທຣີ ເວົ້າວ່າສິ່ງທີ່ຈະເປັນປະໂຫຍດບາງຢ່າງສໍາລັບຄົນຢູ່ໃນໂລກ, ໃນທີ່ສຸດກໍແມ່ນການຍ້າຍເອົາອຸດສາຫະກໍາຂຸດຄົ້ນບໍ່ແຮ່ ແລະການຜະລິ ດອອກຈາກໂລກນີ້ ແລະເອົາໄປໄວ້ຢູ່ເທິງດວງຈັນ.
ລັດຖະບານທີ່ມີການຄວບຄຸມຢ່າງເຄັ່ງຄັດໃນທົ່ວໂລກ ໄດ້ຕິດຕາມກວດກາ ແລະຄວບຄຸມເບິ່ງການສື່ສານທາງອິນເຕີແນັດ ທີ່ພົນລະເມືອງຂອງເຂົາເຈົ້າສົ່ງ ແລະຮັບ.
ແອັປພລິເຄຊັນທີ່ເໝືອນຈິງໄດ້ກາຍເປັນເລື່ອງທໍາມະດາຢູ່ແລ້ວໃນເກມອອນລາຍນ໌ຕ່າງໆ, ບໍ່ພຽງແຕ່ເທົ່ານັ້ນມັນຍັງຖືກນຳມາໃຊ້ຢູ່ໃນຂົງເຂດອື່ນອີກເຊັ່ນ ການນັ່ງສະມາທິທີ່ມີການນໍາພາ.
ບໍລິສັດ ທີ່ມີສໍານັກງານໃຫຍ່ຢູ່ໃນຊີອາເທີລກ່າວວ່າ ສາມາດເລັ່ງຂະບວນການປູກປ່າຄືນໃໝ່ໄດ້ໄວຂຶ້ນ ຫຼັງຈາກເກີດການທໍາລາຍທາງທໍາມະຊາດນັ້ນໄດ້.
ຍານພາຫະນະໄຟຟ້າບາງຄັນ ສາມາດຂັບໄປໄດ້ໄກກວ່າ 600 ກິໂລແມັດ ໂດຍທີ່ມີໝໍ້ໄຟ ຫລືແບັດເຕີລີທີ່ສາກໄຟເຕັມ ພາຍໃນປະມານນຶ່ງຊົ່ວໂມງ.
ກຸ່ມຜູ້ຈ້າງງານ ໄດ້ຮຽກຮ້ອງໃຫ້ ອອສເຕຣເລຍ ຂະຫຍາຍການນຳເຂົ້າ ກຳມະການຍົກຍ້າຍຖິ່ນຖານ.
ສາລ່າຍທະເລ ເຊັ່ນຊະນິດທີ່ເປັນສີນໍ້າຕານຂະໜາດໃຫຍ່ ແມ່ນເຕັມໄປດ້ວຍສານອາຫານ ແລະ ດີສຳລັບການບໍລິໂພກຂອງມະນຸດ.
ໂຫລດຕື່ມອີກ
No live streaming currently available