ການແຂ່ງຂັນກັນດ້ານຄອມພິວເຕີເຄື່ອນທີ່ ກໍາລັງດຸເດືອດຂຶ້ນຢູ່ໃນໂລກ ພ້ອມກັບການປະກາດເປີດໂຕຜະລິດຕະພັນຕ່າງກັນ ເມື່ອວັນພຸດອາທິດແລ້ວນີ້ ໂດຍສອງບໍລິສັດທີ່ເປັນພາຄີກັນ ຄື Nokia ກັບ Microsoft ແລະໂດຍບໍລິສັດ Motorola ທີ່ເປັນເຄືອຂ່າຍຂອງ Google ນັ້ນ. ຜູ້ສື່ຂ່າວວີໂອເອ Mike O’Sullivan ລາຍງານວ່າ ຈະມີການເປີດໂຕ ຄອມພິວເຕີແບບເປັນແຜ່ນແປໆ ທີ່ເອີ້ນວ່າ tablet ຫລືແບບ ໄອແພດຂອງບໍລິສັດແອບເປິ້ນ ແລະໂທລະສັບເຄື່ອນທີ່ຫລືມືຖື ລຸ້ນໃໝ່ໆອອກມາອີກ ໃນບໍ່ເທົ່າໃດອາທິດຕໍ່ໜ້ານີ້ ຊຶ່ງຈະເປັນການເພີ່ມທາງເລືອກຕື່ມອີກໃຫ້ແກ່ພວກອຸບ ປະໂພກຫລືຜູ້ຊົມໃຊ້ທັງຫລາຍ. ທອງປານມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.