ການເຄື່ອນໄຫວນັ້ນມີຂຶ້ນຂະນະທີ່ກຸ່ມຮູຕີ ໄດ້ເລີ້ມຕົ້ນການໂຈມຕີສິບກວ່າຄັ້ງຕໍ່ກຳປັ່ນພານິດຢູ່ໃນທະເລແດງ. ກຸ່ມນີ້ ກ່າວວ່າ ການໂຈມຕີກຳປັ່ນຂອງຕົນນັ້ນ ເປັນການຕອບໂຕ້ ຕໍ່ປະຕິບັດການທາງທະຫານຂອງອິສຣາແອລ ຢູ່ໃນກາຊາ ພາຍຫຼັງຈາກການໂຈມຕີຂອງກຸ່ມຮາມາສຕໍ່ອິສຣາແອລ ໃນວັນທີ 7 ຕຸລາ
ທໍານຽບຂາວ ມີຄວາມກັງວົນເພີ້ມຂຶ້ນໃນຄວາມຄັດແຍ້ງກ່ຽວກັບ ຂໍ້ຕົກລົງທີ່ກໍ່ໃຫ້ເກີດການໂຕ້ແຍ້ງ ລະຫວ່າງ ເອທີໂອເປຍ ແລະພາກພື້ນໂຊມາລີແລນ ທີ່ແຍກອອກຈາກໂຊມາເລຍ
ການໂຈມຕີໂດຍລູກສອນໄຟຂອງ ຣັດເຊຍ ໃສ່ເມືອງຄາກີບ ເຮັດໃຫ້ມີຜູ້ບາດເຈັບ 17 ຄົນ
ມີປະມານ 20 ກວ່າຄົນໃນຈໍານວນໂຕປະກັນ 132 ຄົນທີ່ຍັງຄົງຖືກຄວບຄຸມໂຕຢູ່ນັ້ນ ອາດເສຍຊີວິດແລ້ວ
ໜ່ວຍທະຫານຊີລ ໄດ້ຂຶ້ນໄປເທິງເຮືອສຳເພົາທີ່ກຳລັງແລ່ນຢູ່ໃກ້ແຄມຝັ່ງທະເລຂອງໂຊມາເລຍໃນເຂດນ່ານນ້ຳສາກົນຂອງທະເລອາຣາເບຍ ແລ້ວໄດ້ຢຶດເອົາລູກສອນໄຟຂີປະນາວຸດແລະລູກສອນໄຟນຳວິຖີ ທີ່ຜະລິດໂດຍອີຣ່ານ ລວມທັງເຄື່ອງຂັບເຄື່ອນ ເຄື່ອງນຳວິຖີ ແລະຫົວອາວຸດສົງຄາມສຳລັບລູກສອນໄຟຂີປະນາວຸດລັດສະໝີປານກາງຂອງຮູຕີ ແລະລູກສອນໄຟນຳວິຖີຕໍ່ຕ້ານກຳປັ່ນ
ຣ່ານກ່າວວ່າ ຕົນໄດ້ທຳການໂຈມຕີ ທີ່ໝັ້ນຂອງກຸ່ມກຳລັງປະກອບອາວຸດຊຸນນີ່ ຈາອິສ ອາລ ອາແດລ ທີ່ຖືກກ່າວຫາວ່າ ໃຫ້ບ່ອນຫຼົບລີ້ ຢູ່ໃນເຂດຊາຍແດນ ຟາກປາກິສຖານ
ການໂຈມຕີດັ່ງກ່າວມີຂຶ້ນ ທ່າມກາງຄວາມເປັນຫ່ວງກ່ຽກັບການທະວີຂຶ້ນຂອງບັນຫາຂັດແຍ້ງທີ່ໄດ້ແຜ່ຂະຫຍາຍອອກໄປທົ່ວເຂດຕາເວັນອອກກາງ ນັບຕັ້ງແຕ່ສົ່ງຄາມລະຫວ່າງອິສຣາແອລ ແລະກຸ່ມອິສລາມຮາມາສຂອງປາແລັສໄຕນ໌ ໄດ້ເລີ້ມຕົ້ນຂຶ້ນໃນວັນທີ 7 ຕຸລາ ປີກາຍນີ້
ຜູ້ນຳທັງສອງໄດ້ຕົກລົງທີ່ຈະເລີ້ມການກະກຽມສຳລັບກອງປະຊຸມສຸດຍອດສັນຕິ ພາບລະດັບໂລກ ກ່ຽວກັບຢູເຄຣນ ຢູ່ໃນສະວິດເຊີແລນ. ແຜນການສຳລັບງານດັ່ງກ່າວນັ້ນ ຈະເລີ້ມຂຶ້ນໄວທີ່ສຸດໃນຕອນເຊົ້າຂອງວັນອັງຄານມື້ນີ້
ພວກກະບົດ ຮູຕີ ໄດ້ຍິງລູກສອນໄຟຂີປະນາວຸດ ໂຈມຕີກຳປັ່ນຂອງສະຫະລັດໃນວັນຈັນວານນີ້ ຢູ່ນອກຝັ່ງທະເລຂອງເຢເມນ ໃນອ່າວ ເອເດນ
ລັດຖະມົນຕີກະຊວງປ້ອງກັນປະເທດຂອງອິສຣາແອລ ທ່ານໂຢບ ກາລລັນ ໄດ້ປະຕິເສດຕໍ່ການຢຸດຍິງໃດໆ ຂະນະທີ່ທ່ານກ່າວຖະແຫລງຕໍ່ບັນດານັກຂ່າວໃນວັນຈັນວານນີ້ ໂດຍກ່າວວ່າ ອິສຣາແອລບໍ່ສາມາດທີ່ຈະຍຸຕິປະຕິບັດການທາງທະຫານຢູ່ໃນກາຊາຢ່າງເຕັມສ່ວນໄດ້
ໃນຖະແຫຼງການຮ່ວມກ່າວວ່າ ຄວາມຮຸນແຮງດັ່ງກ່າວໄດ້ສະແດງໃຫ້ເຫັນ 'ຜົນກະທົບຢ່າງຮ້າຍແຮງທີ່ພົນລະເຮືອນໄດ້ຮັບຈາກສົງຄາມ'
ການໂຈມຕີດັ່ງກ່າວ ເຮັດໃຫ້ຊາວປາແລັສໄຕນ໌ສ່ວນໃຫຍ່ ໄດ້ອົບພະຍົບຫຼົບໄພຢູ່ໃນເຂດກາຊາ, ການປະຕິບັດງານຫຼາຍກວ່າເຄິ່ງນຶ່ງ ໃນໂຮງຫມໍຂອງເຂດກາຊາຕ້ອງຍຸຕິລົງ ແລະເຮັດໃຫ້ເກີດຄວາມອຶດຫິວຢ່າງກວ້າງຂວາງ
ໂຫລດຕື່ມອີກ
No live streaming currently available