ພວກເຂົາໄດ້ຍິງຈະຫຼວດ ຄາຕິວຊາ ແລະ ຟາລາກ ໃສ່ຕຳແໜ່ງທາງທະຫານຂອງ ອິສຣາແອລ 6 ແຫ່ງ
ບັນດານັກຊ່ຽວຊານດ້ານເສລີພາບໃນການນຳສະເໜີຂ່າວ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບເຫດການດັ່ງກ່າວນັ້ນ
ນັກການທູດຄົນນຶ່ງຈາກນະຄອນຫຼວງ ວຽນນາ ປະເທດ ອອສເຕຣຍ, ໄດ້ກ່າວໂດຍອ້າງເຖິງຂະໜາດຂອງການຂະຫຍາຍຂອງອີຣ່ານວ່າ “ມັນບໍ່ຫຼາຍຄືທີ່ຂ້ອຍຄາດໄວ້.”
ມັນບໍ່ມີຄວາມກະຈ່າງແຈ້ງໃນທັນທີວ່າ ເວລາໃດໂຄງການອາຫານໂລກຈະສາມາດສືບຕໍ່ການນຳສົ່ງນັ້ນ.
ບັນດາເຈົ້າໜ້າທີ່ໃນພາກພື້ນ ເບລໂກຣອດ (Belgorod) ຂອງຣັດເຊຍ ກ່າວໃນວັນພຸດວານນີ້ວ່າ ການລະດົມຍິງຂອງຢູເຄຣນ ໄດ້ສັງຫານຢ່າງໜ້ອຍນຶ່ງຄົນ ແລະໄດ້ຮັບບາດເຈັບອີກ 3 ຄົນ
ທ່ານ ເຄີບີ ໄດ້ປະຕິເສດທີ່ຈະໃຫ້ລາຍລະອຽດຫຼາຍ, ໂດຍອ້າງວ່າສ່ຽງທີ່ຈະຂັດຂວາງຂະບວນການເຈລະຈາ
ເນື່ອງໃນວັນຊາດຂອງຣັດເຊຍ ທ່ານກິມ ໄດ້ກ່າວວ່າການພົບປະກັບທ່ານປູຕິນ ຂອງທ່ານ ຢູ່ສະຖານທີ່ປ່ອຍຍານອະວະກາດຂອງຣັດເຊຍ ເມື່ອປີກາຍນີ້ ໄດ້ຍົກລະດັບສາຍສຳພັນດ້ານຍຸດທະສາດທີ່ມີມາຍາວນານນຶ່ງສັດຕະວັດ”
ກະຊວງຍຸຕິທໍາກ່າວວ່າຜູ້ຊາຍຊາວລັດ ເທັກຊັສ 2 ຄົນທີ່ຖືກຕັດສິນລົງໂທດໂດຍຄະນະຕຸລາການສະຫະລັດ ໃນເດືອນພະຈິກ ໃນຂໍ້ຫາພະຍາຍາມຂາຍນໍ້າມັນຂອງອີຣ່ານ ເຊິ່ງເປັນການລະເມີດການລົງໂທດທີ່ກຳນົດໂດຍວໍຊິງຕັນ ແລະສົມຮູ້ຮ່ວມຄິດໃນການຟອກເງິນ, ໄດ້ຖືກຕັດສິນລົງໂທດຂັງຄຸກ 45 ເດືອນ ໃນວັນອັງຄານວານນີ້
ຣັດເຊຍ ໄດ້ງົດໃນການລົງຄະແນນສຽງຂອງສະຫະປະຊາຊາດ ໃນຂະນະທີ່ ບັນດາສະມາຊິກຂອງສະພາຄວາມໝັ້ນຄົງທີ່ຍັງເຫຼືອຢູ່ 14 ປະເທດ ໄດ້ລົງຄະແນນສຽງເຫັນພ້ອມໃຫ້ການສະໜັບສະໜູນຕໍ່ຍັດຕິແຜນການຢຸດຍິງສາມໄລຍະ ທີ່ໄດ້ລະບຸໂດຍ ທ່ານໄບເດັນ ໃນວັນທີ 31 ພຶດສະພາ ທີ່ທ່ານໄດ້ອະທິບາຍວ່າ ເປັນໂຄງການລິເລີ້ມຂອງອິສຣາແອລ
ສະພາຄວາມໝັ້ນຄົງສະຫະປະຊາຊາດ ຮຽກຮ້ອງໃຫ້ ອິສຣາແອລ ແລະ ກຸ່ມຮາມາສ ຍຸຕິການຕໍ່ສູ້ 'ໂດຍປາສະຈາກຄວາມຫຼ້າຊ້າ ແລະເງື່ອນໄຂໃດໆ'
ປະຊາກອນຂອງເຂດກາຊາ ກໍາລັງຕົກຢູ່ໃນສະພາບຕ້ອງການການຊ່ວຍເຫຼືອດ້ານມະນຸດສະທຳຢ່າງຮີບດ່ວນ ລຸນຫຼັງເກີດບັນຫາຂັດແຍ້ງທີ່ຮ້າຍແຮງແກ່ຍາວມາໄດ້ແປດເດືອນ, ແລະສະຫະລັດ ກໍໄດ້ຫັນໄປໃຊ້ການນຳສົ່ງທາງອາກາດແລະທາງທະເລ, ໃນຂະນະທີ່ ອິສຣາແອລ ໄດ້ຂັດຂວາງການສົ່ງຄວາມຊ່ວຍເຫຼືອໃນທາງບົກ
ພັກຝ່າຍຂວາຈັດ ໄດ້ຮັບໄຊຊະນະໃນການເລືອກຕັ້ງລັດຖະສະພາຢູໂຣບ ຫຼື EU ໃນວັນອາທິດວານນີ້, ເຊິ່ງເພີ່ມຄວາມບໍ່ແນ່ນອນໃຫ້ກັບທິດທາງດ້ານການ ເມືອງໃນອະນາຄົດຂອງ EU
ໂຫລດຕື່ມອີກ
No live streaming currently available