ບັນດາເຈົ້າໜ້າທີ່ສາທາລະນະສຸກຂອງປາແລັສໄຕນ໌ ໄດ້ກ່າວວ່າ ກອງກຳລັງຂອງອິສຣາແອລໄດ້ຍິງພວກຜູ້ຊາຍສາມຄົນຕາຍ ຫຼັງຈາກໄດ້ບຸກເຂົ້າໄປໃນໂຮງໝໍ ອິບນ໌ ຊີນາ ໃນເມືອງເຈນິນ
ພວກນັກວິເຄາະກ່າວວ່າ ຄວາມເປັນຫ່ວງຂອງນິວເດລີ ກ່ຽວກັບກຳປັ່ນຄົ້ນຄວ້າຂອງຈີນ ມີຂຶ້ນຍ້ອນຢ້ານກົວວ່າ ກຳປັ່ນດັ່ງກ່າວອາດຈະເກັບກຳຂໍ້ມູນ ເພື່ອນຳໃຊ້ໃນການສົ່ງກຳປັ່ນດຳນ້ຳ ເຂົ້າໄປສູ່ຂົງເຂດ ໃນອະນາຄົດ
ການນັບຄະແນນສຽງທັງໝົດໃນການເລືອກຕັ້ງຂັ້ນທໍາອິດ, ທ່ານ ສຕູບ ມາເປັນອັນດັບນຶ່ງດ້ວຍການສະໜັບສະໜຸນ 27.2 ເປີເຊັນ, ຮອງລົງມາແມ່ນ ທ່ານ ຮາວິສໂຕ ດ້ວຍຄະແນນ 25.8 ເປີເຊັນ
ອິສຣາແອລ ປະນາມຕໍ່ການຮຽກຮ້ອງການຊ່ວຍເຫຼືອເພີ້ມຕື່ມຂອງ ທ່ານແອນໂທນີໂອ ກູເຕເຣສ ໃນຂະນະທີ່ຍັງຄົງດໍາເນີນການສືບສວນຕໍ່ບັນດາພະນັກງານທີ່ຖືກກ່າວຫາວ່າ ຊ່ວຍກຸ່ມຮາມາສທໍາການໂຈມຕີອິສຣາແອລ
ບັນດາສະມາຊິກສະພາສູງສະຫະລັດ ມີຄວາມເປັນຫ່ວງກັງວົນ ກ່ຽວກັບການຊ່ວຍເຫຼືອ ທາງທະຫານແກ່ຣັດເຊຍ ທີ່ອາດເຮັດໃຫ້ການສູ້ລົບໃນຢູເຄຣນ ມີການປ່ຽນແປງ
ທ່ານ ສໂຕລເທັນເບີກ ເວົ້າວ່າເຫດການດັ່ງກ່າວນັ້ນຍັງຈະເປັນແຮງກະຕຸ້ນເພື່ອຍາດເອົາດິນແດນໃຫ້ລະບອບການປົກຄອງຜະເດັດການອື່ນໆໃນພາກສ່ວນອື່ນໆຂອງໂລກ
ໃນເດືອນກັນຍາ ການເປັນຄູ່ພາຄີຍຸດທະສາດ ໄດ້ຖືກລົງນາມໂດຍທ່ານກຸສມາວ ກັບ ຈີນ ຈະສົ່ງເສີມການລົງທຶນຂອງຈີນ ແລະດ້ານພື້ນຖານໂຄງລ່າງ, ແຕ່ບໍ່ໄດ້ໃຫ້ການຮ່ວມມືທາງດ້ານການທະຫານ ແລະອອສເຕຣເລຍ ຍັງຄົງເປັນຄູ່ຮ່ວມງານດ້ານຄວາມໝັ້ນຄົງຂັ້ນສູງຂອງຕົນຢູ່
ທະຫານສາມຄົນດັ່ງກ່າວ ແມ່ນບໍ່ໄດ້ຖືກລະບຸຕົວ ໃນທັນທີ, ໂດຍລໍຖ້າ ການແຈ້ງໃຫ້ຍາດຕິພີ່ນ້ອງຂອງເຂົາເຈົ້າຊາບ. ທ່ານ ໄບເດັນ ໄດ້ເອີ້ນເຂົາເຈົ້າວ່າ “ເປັນຜູ້ຮັກຊາດໃນລະດັບທີ່ສູງທີ່ສຸດ”
ການລົງໂທດທີ່ພົວພັນຕໍ່ບົດບາດຂອງພວກເຂົາໃນການສະຫນັບສະຫນຸນ ຫຼື ຊີ້ນໍາໂດຍກົງຕໍ່ການໂຈມຕີການຂົນສົ່ງສິນຄ້າຢູ່ໃນທະເລແດງ
ກຸ່ມລັດອິສລາມໃນແຂວງໂຄຣາຊານ ຫຼື ISIS-K ເປັນສັດຕູທີ່ຂົມຂື່ນທີ່ສຸດ ແລະເປັນໄພຂົ່ມຂູ່ທາງທະຫານອັນດັບນຶ່ງຂອງກຸ່ມຕາລີບານ
ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ພົບປະກັນໃນວັນພະຫັດວານນີ້ ໃນກອງປະຊຸມສຸກເສີນ ຕາມຄຳຮ້ອງຂໍຂອງຣັດເຊຍ, ລຸນຫລັງເຮືອບິນຂົນສົ່ງທະ ຫານຣັດເຊຍ ຕົກຢູ່ໃກ້ກັບຊາຍແດນຣັດເຊຍ-ຢູເຄຣນ. ທັງສອງຝ່າຍຮຽກຮ້ອງໃຫ້ມີການສືບສວນ
ກອງທັບອິສຣາແອລກ່າວວ່າ ຕົນກຳລັງດໍາເນີນການສືບສວນກ່ຽວກັບລາຍງານດັ່ງກ່າວ
ໂຫລດຕື່ມອີກ
No live streaming currently available