ໃນວັນສຸກມື້ນີ້, ຈີນໄດ້ຮຽກຮ້ອງໃຫ້ສະຫະລັດ ຢຸດຕິການຍອມຮັບ ແລະສະໜັບ ສະໜູນຕໍ່ "ການກໍ່ກວນ" ຂອງຟີລິບປິນ, ພາຍຫຼັງຮອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ເຄີດ ແຄັມເບລ (Kurt Campbell) ໄດ້ສະແດງຄວາມກັງວົນກ່ຽວກັບ "ການກະທຳທີ່ພາໃຫ້ເກີດຄວາມບໍ່ໝັ້ນຄົງຢູ່ທະເລຈີນໃຕ້" ຂອງ ຈີີນ
ຄວາມພະຍາຍາມຂອງນານາຊາດ ເພື່ອໂດດດ່ຽວລະບອບການປົກຄອງຂອງ ທະຫານໃນມຽນມາ ປາກົດວ່າ ໄດ້ເຮັດມີຜົນກະທົບຕໍ່ຄວາມສາມາດໃນການຊື້ ອາວຸດຍຸດໂທປະກອນໃໝ່ຈາກຕ່າງປະເທດ ແຕ່ຝ່າຍທະຫານກໍຍັງສາມາດ ເຂົ້າເຖິງແຫລ່ງເງິນ ແລະອາວຸດຕ່າງໆໄດ້
ບັນດາທະນາຄານຂອງໄທ ໄດ້ກາຍເປັນຜູ້ສະໜອງຫຼັກ ໃນການບໍລິການດ້ານການເງິນລະຫວ່າງປະເທດໃຫ້ແກ່ລັດຖະບານທະຫານມຽນມາ ທີ່ເຮັດໃຫ້ລັດຖະບານດັ່ງກ່າວ ສາມາດຊື້ສິນຄ້າແລະອຸປະກອນ ເພື່ອເຮັດສົງຄາມທີ່ນອງເລືອດຫຼາຍຂຶ້ນຂອງຕົນ
ໄພນ້ຳຖ້ວມເປັນປະຫວັດການ ໃນພາກໃຕ້ຂອງບຣາຊີລ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 170 ຄົນ ແລະເຮັດໃຫ້ອີກເຄິ່ງລ້ານຄົນບໍ່ມີທີ່ຢູ່ອາໄສ ເປັນສັນຍານເຕືອນເຖິງໄພພິບັດ ທີ່ຈະເກີດຂຶ້ນໃນທົ່ວອາເມຣິກາ ຕື່ມອີກ ເນື່ອງຈາກການປ່ຽນແປງຂອງດິນຟ້າອາກາດ
ລັດຖະມົນຕີປ້ອງກັນປະເທດຂອງອິສຣາແອລ ຈະມາຢ້ຽມຢາມນະຄອນຫຼວງ ວໍຊິງຕັນໃນອາທິດນີ້ ເພື່ອເຈລະຈາກ່ຽວກັບສົງຄາມທີ່ກຳລັງດຳເນີນຢູ່ກັບກຸ່ມ ຮາມາສ ໃນເຂດ ກາຊາ. ໃນຂະນະດຽວກັນ ບັນດາກຸ່ມຊ່ວຍເຫລືອນາໆຊາດ ໄດ້ພະຍາຍາມຊອກຫາຜູ້ລອດຊີວິດຈາກການໂຈມຕີຂອງອິສຣາແອລ ໃນເມື່ອບໍ່ດົນມານີ້ ໃນດິນ ແດນທີ່ຖືກປິດລ້ອມແຫ່ງນີ້
ເອກົວດໍ ເປັນຈຸດເລີ້ມຕົ້ນຂອງພົນລະເມືອງຈີນຫຼາຍພັນຄົນ ຜູ້ທີ່ໄດ້ຕັດສິນໃຈເດີນທາງໄລຍະຍາວ ແລະບໍ່ປອດໄພທີ່ສຸດ ເຂົ້າໄປບໍລິເວນຊາຍແດນທາງພາກໃຕ້ຂອງ ສະຫະລັດ
ອີຣ່ານ ແລະຣັດເຊຍ ໄດ້ກ່າວຫາສຫະລັດ ແລະບັນດາພັນທະມິດຂອງເຂົາເຈົ້າ ໃນການສືບຕໍ່ວາງມາດຕະການລົງໂທດທາງດ້ານເສດຖະກິດ ທີ່ສົມຄວນຖືກ ຍົກເລີກພາຍໃຕ້ຂໍ້ຕົກລົງ ແລະໄດ້ເນັ້ນຢ້ຳວ່າ ໂຄງການນິວເຄຼຍຂອງອີຣ່ານ ຍັງຄົງຢູ່ພາຍໃຕ້ການກວດກາຢ່າງຕໍ່ເນື່ອງໂດຍ ອົງການ IAEA
ລາວມີກຳນົດຈະສາລະພາບຄວາມຜິດຕໍ່ການສົມຮູ້ຮ່ວມຄິດໃນການໄດ້ມາຂໍ້ມູນລັບທີ່ກ່ຽວຂ້ອງກັບຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດຢ່າງຜິດກົດໝາຍ ແລະໄດ້ເຜີຍແຜ່ຂໍ້ມູນເຫຼົ່ານັ້ນ
ເຈົ້າໜ້າທີ່ຣັດເຊຍລາຍງານໃນວັນຈັນວານນີ້ວ່າ ຢູເຄຣນໄດ້ນໍາໃຊ້ເຮືອບິນ ບໍ່ມີຄົນຂັບ 30 ລຳ ໃນການໂຈມຕີຊ່ວງຂ້າມຄືນ ໃສ່ສອງເຂດທີ່ໃກ້ກັບຊາຍແດນລະຫວ່າງສອງປະເທດ
ເຈົ້າໜ້າທີ່ທ້ອງຖິ່ນ ແລະສະມາຊິກໃນຄອບຄົວກ່າວວ່າ ການໂຈມຕີທາງອາກາດຂອງອິສຣາແອລໃນວັນອັງຄານມື້ນີ້ ຢູ່ພາກເໜືອຂອງເຂດກາຊາ ໄດ້ສັງຫານສະມາຊິກ 10 ຄົນຂອງຄອບຄົວຜູ້ນໍາດ້ານການເມືອງຂອງກຸ່ມ ຮາມາສ ທີ່ມີຫ້ອງການຕັ້ງຢູ່ປະເທດ ກາຕາ ທ່ານ ອິສເມລ ຮານີເຢ
ມັນຍັງມີອີກຫຼາຍສັນຍານຂອງຄວາມເຄັ່ງຕຶງ ລະຫວ່າງ ເກົາຫຼີເໜືອ ແລະ ພັນທະມິດທີ່ຍາວນານຂອງເຂົາເຈົ້າຄື ຈີນ, ລຸນຫຼັງການເຊັນຂໍ້ຕົກລົງດັ່ງກ່າວ
ພົນອາກາດເອກ ບຣາວ ກ່າວວ່າ 'ມັນເປັນເລື້ອງຫນ້າສົນໃຈທີ່ຈະໄດ້ເຫັນວ່າ ທັງສາມປະເທດເຫຼົ່ານີ້ ຈະມີວິທີການດໍາເນີນງານໃນບົດບາດດັ່ງກ່າວນີ້ແນວໃດ'
ໂຫລດຕື່ມອີກ
No live streaming currently available