ເຈົ້າໜ້າທີ່ຣັດເຊຍລາຍງານໃນວັນຈັນວານນີ້ວ່າ ຢູເຄຣນໄດ້ນໍາໃຊ້ເຮືອບິນ ບໍ່ມີຄົນຂັບ 30 ລຳ ໃນການໂຈມຕີຊ່ວງຂ້າມຄືນ ໃສ່ສອງເຂດທີ່ໃກ້ກັບຊາຍແດນລະຫວ່າງສອງປະເທດ
ເຈົ້າໜ້າທີ່ທ້ອງຖິ່ນ ແລະສະມາຊິກໃນຄອບຄົວກ່າວວ່າ ການໂຈມຕີທາງອາກາດຂອງອິສຣາແອລໃນວັນອັງຄານມື້ນີ້ ຢູ່ພາກເໜືອຂອງເຂດກາຊາ ໄດ້ສັງຫານສະມາຊິກ 10 ຄົນຂອງຄອບຄົວຜູ້ນໍາດ້ານການເມືອງຂອງກຸ່ມ ຮາມາສ ທີ່ມີຫ້ອງການຕັ້ງຢູ່ປະເທດ ກາຕາ ທ່ານ ອິສເມລ ຮານີເຢ
ມັນຍັງມີອີກຫຼາຍສັນຍານຂອງຄວາມເຄັ່ງຕຶງ ລະຫວ່າງ ເກົາຫຼີເໜືອ ແລະ ພັນທະມິດທີ່ຍາວນານຂອງເຂົາເຈົ້າຄື ຈີນ, ລຸນຫຼັງການເຊັນຂໍ້ຕົກລົງດັ່ງກ່າວ
ພົນອາກາດເອກ ບຣາວ ກ່າວວ່າ 'ມັນເປັນເລື້ອງຫນ້າສົນໃຈທີ່ຈະໄດ້ເຫັນວ່າ ທັງສາມປະເທດເຫຼົ່ານີ້ ຈະມີວິທີການດໍາເນີນງານໃນບົດບາດດັ່ງກ່າວນີ້ແນວໃດ'
ເຈົ້າໜ້າທີ່ສະຫະລັດ ແລະຢູໂຣບ ໄດ້ເຕືອນກ່ຽວກັບຄວາມເປັນໄປໄດ້ທີ່ສົງຄາມໃນເຂດກາຊາຈະຂະຫຍາຍຂອບເຂດອອກໄປຕື່ມ ໂດຍມີແນວໂນ້ມວ່າອິສຣາແອລ ຈະດຳເນີນການບຸກໂຈມຕີຕອບໂຕ້ຕໍ່ກຸ່ມຫົວຮຸນແຮງ ເຮັສໂບລລາ (Hezbollah) ທີ່ໜູນຫຼັງໂດຍອີຣ່ານ ໃນເລບານອນ
ບັນດາແມ່ຍິງຫຼາຍພັນຄົນ ໄດ້ພາກັນອອກມາເດີນຂະບວນຢູ່ຕາມຖະໜົນຫົນທາງໃນເມືອງຕ່າງໆທົ່ວປະເທດຝຣັ່ງໃນວັນອາທິດວານນີ້ ເພື່ອປະທ້ວງພັກໂຮມຊາດຂວາຈັດ ຂອງ ທ່ານນາງ ມາຣິນ ເລີ ເພັນ (Marine Le Pen), ເນື່ອງຈາກຜົນໄດ້ຮັບຂອງການສຳຫຼວດຄວາມຄິດເຫັນສະແດງໃຫ້ເຫັນວ່າ ພັກດັ່ງກ່າວ ອາດຈະຊະນະການເລືອກຕັ້ງລັດຖະສະພາທີ່ກຳລັງຈະມາເຖິງນີ້
ໃນຕອນເຊົ້າວັນສຸກມື້ນີ້, ສື່ມວນຊົນ ເລບານອນ ໄດ້ລາຍງານການໂຈມຕີຄັ້ງໃໝ່ຂອງ ອິສຣາແອລ ໃນພາກໃຕ້ຂອງປະເທດ
ນາງ ຊີເນຍ ຄາເຣລີນາ, ຜູ້ທີ່ເກີດໃນ ຣັດເຊຍ ແຕ່ໄດ້ຕັ້ງຊີວິດໃໝ່ດັ່ງກັບຜູ້ຊ່ຽວຊານການເສີມຄວາມງາມໃນສະປາແຫ່ງນຶ່ງຢູ່ນະຄອນ ລອສ ແອນເຈີລິສ ຫຼັງຈາກໄດ້ຍົກຍ້າຍຖິ່ນຖານມາຢູ່ ສະຫະລັດ ເມື່ອນຶ່ງທົດສະວັດທີ່ຜ່ານມາ
ຈີນ ໄດ້ເປີດການສືບສວນສອບສວນ ໃນເລື້ອງໝູຂອງ EU ແລະຜະລິດຕະພັນຕ່າງໆຈາກໝູຂອງຕົນ ທີ່ໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ້ມທະວີຂຶ້ນ ລຸນຫຼັງທີ່ກຸ່ມປະເທດດັ່ງກ່າວໄດ້ວາງພາສີອາກອນເພື່ອຕໍ່ຕ້ານການອຸດໜູນຕໍ່ລົດໄຟຟ້າທັງຫຼາຍທີ່ຜະລິດໂດຍ ຈີນ
ສະຫະລັດ ແລະຈີນ ໄດ້ເລີ້ມການເຈລະຈາຄືນໃໝ່ ກ່ຽວກັບການຮ່ວມມືໃນດ້ານການຕໍ່ຕ້ານຢາເສບຕິດ ແລະການບັງຄັບໃຊ້ກົດໝາຍ ເມື່ອຕົ້ນປີນີ້ ແລະກົມຮັກສາຄວາມປອດໄພສາທາລະນະຂອງຈີນ ໄດ້ຊົມເຊີຍກໍລະນີນີ້ວ່າ ເປັນແບບຢ່າງ ທີ່ປະສົບຜົນສຳເລັດ ໃນການຮ່ວມມືຕໍ່ຕ້ານຢ່າເສບຕິດ ລະຫວ່າງສອງປະເທດມະຫາອຳນາດ
ະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ໄດ້ຮັບການຕ້ອນຮັບ ໃນ ຫວຽດນາມ ດ້ວຍການຍິງປືນ 21 ລູກ ໃນລະຫວ່າງພິທີການທາງທະຫານໃນ ວັນພະຫັດມື້ນີ້, ໃນຂະນະທີ່ນຶ່ງໃນບັນດາຜູ້ນຳສູງສຸດຂອງປະເທດທີ່ປົກຄອງ ໂດຍພັກຄອມມິວນິສແຫ່ງນີ້ ໄດ້ຍົກຍ້ອງການຮ່ວມມືແບບຍຸດທະສາດຮອບ ດ້ານກັບ ມົສກູ ແລະ ໃຫ້ຄຳໝັ້ນສັນຍາວ່າຈະສົ່ງເສີມການພົວພັນ
ຂໍ້ຕົກລົງທີ່ ທ່ານ ປູຕິນ ແລະຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ເຊັນລົງນາມກັນ ແມ່ນນຶ່ງໃນບັນດາການດໍາເນີນງານຂອງ ຣັດເຊຍ ໃນລະດັບສູງທີ່ສຸດຢູ່ເອເຊຍໃນຮອບຫຼາຍປີ
ໂຫລດຕື່ມອີກ
No live streaming currently available