ທ້າວ ກໍຣ໌ດອນ ແບລັກ ຊັ້ນຈ່າສິບເອກຂອງສະຫະລັດ ອາຍຸ 34 ປີ, ຜູ້ທີ່ໄດ້ຖືກຄຸມຕົວໃນວັນທີ 2 ພຶດສະພາ ຢູ່ເມືອງວລາດີໂວສຕ໊ອກ ທີ່ຕັ້ງຢູ່ທາງພາກຕາເວັນອອກສຸດຂອງຣັດເຊຍ ໄດ້ກ່າວວ່າ ລາວບໍ່ມີຄວາມຜິດຕໍ່ຂໍ້ກ່າວຫາຂົ່ມຂູ່ຈະຂ້າແຟນສາວຂອງລາວ, ແຕ່ຍອມຮັບຜິດ “ບາງສ່ວນ” ຂອງຂໍ້ຫາລັກຂະໂມຍຈາກແຟນຂອງລາວ
ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານ ເຈນສ໌ ສໂຕລເຕັນເບີກ (Jens Stoltenberg) ກ່າວໃນວັນອັງຄານວານນີ້ວ່າ ນາຍົກລັດຖະມົນຕີເນເທີແລນ ທ່ານ ມາກ ຣຸຕເຕີ (Mark Rutte) ຈະເປັນ "ຜູ້ສະໝັກທີ່ແຂງແກ່ນທີ່ສຸດ" ໃນຖານະຜູ້ສືບທອດຕໍາແໜ່ງຂອງ ທ່ານ ສໂຕລເຕັນເບີກ (Stoltenberg) ໃນການນໍາພາພັນທະມິດທາງທະຫານຂ້າມມະຫາສະໝຸດອັດລັງຕິກດັ່ງກ່າວ
ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ໃນເຂດ ລວີບ (Lviv) ຂອງຢູເຄຣນ ໄດ້ເຮັດໃຫ້ມີຜູິໄດ້ຮັບບາດເຈັບ ນຶ່ງຄົນ, ໃນຂະນະທີ່ນັກດັບເພີງໃນເມືອງອາຊັອຟ (Azov) ຂອງຣັດເຊຍ ຕໍ່ສູ້ກັບໄຟໄໝ້ສາງນ້ຳມັນແຫ່ງນຶ່ງ ເປັນມື້ທີສອງ
ສະຫະລັດ ສະແດງການສະໜັບສະໜູນໂດຍກົດໝາຍໃນການສະໜອງອາວຸດໃຫ້ ໄຕ້ຫວັນ ເຊິ່ງເປັນເກາະທີ່ຈີນອ້າງເອົາກຳມະສິດ ເພື່ອການປ້ອງກັນຕົນເອງ ເຖິງແມ່ນວ່າຈະຂາດສາຍພົວພັນທາງການທູດຢ່າງເປັນທາງການ
ເກົາຫຼີເໜືອ ແລະ ຣັດເຊຍ ໃຫ້ຄໍາໝັ້ນເຖິງຄວາມສາມັກຄີເຊິ່ງກັນ ແລະກັນ ເພື່ອຕໍ່ຕ້ານກອງກໍາລັງທີ່ນໍາໂດຍສະຫະລັດ
ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ແມ່ນມີກຳນົດທີ່ເດີນທາງໄປຮອດນະຄອນຫຼວງພຽງຢາງໃນວັນອັງຄານມື້ນີ້ ສຳລັບການຢ້ຽມຢາມທີ່ບໍ່ຄ່ອຍເກີດຂຶ້ນ
ທ່ານລີ, ເມື່ອອາທິດແລ້ວນີ້, ໄດ້ກາຍເປັນນາຍົກລັດຖະມົນຕີຂອງຈີນຄົນທຳອິດ ໃນຮອບເຈັດປີ ທີ່ໄປຢ້ຽມຢາມປະເທດນິວຊີແລນ ແລ້ວເດີນທາງໄປ ອອສເຕຣເລຍ ຕໍ່
ທ່ານ ລີ, ທ່ານ ອາລບານີສ ພົບກັນເພື່ອຫາລືກ່ຽວກັບບັນຫາທີ່ມີຄວາມຫຼໍ່ແຫຼມ ລວມທັງການຂັດຂວາງທາງດ້ານການຄ້າທີ່ຍືດເຍື້ອຍາວນານ
78 ປະເທດ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດລະຫວ່າງປະເທດ 2 ວັນ ກ່ຽວກັບສັນຕິພາບຢູ່ໃນຢູເຄຣນ ທີ່ປະເທດສະວິດເຊີແລນ, ໄດ້ລົງນາມໃນເອກະ ສານສະບັບນຶ່ງທີ່ລະບຸວ່າ "ຜືນແຜ່ນດິນອັນຄົບຖ້ວນ" ຂອງຢູເຄຣນ ຄວນເປັນພື້ນຖານໃຫ້ແກ່ສັນຍາສັນຕິພາບກັບຣັດເຊຍ
ໂຄສົກບໍລິສັດລາງລົດໄຟໄດ້ກ່າວວ່າ ຈາກ 8 ຄົນທີ່ເສຍຊີວິດນັ້ນ, ສາມຄົນແມ່ນເຈົ້າໜ້າທີ່ລົດໄຟ ແລະ ຢ່າງໜ້ອຍ 25 ຄົນໄດ້ຮັບບາດເຈັບ
ຜູ້ຕາງໜ້າທີ່ໄດ້ຮັບການແຕ່ງຕັ້ງ ແລະຄາລະວາດ ຈາກຫ້າສາສະໜາຫຼັກທົ່ວໂລກຄື: ສາສະໜາ ພຸດ, ຄຣິສຕຽນ, ຮິນດູ, ອິສລາມ ແລະສາດສະໜາຢິວ, ໄດ້ເຮັດວຽກຮ່ວມກັນ ເປັນເວລາຫລາຍເດືອນ ເພື່ອສ້າງຫ້ອງໂຖງລວມຢູ່ໝູ່ບ້ານໂອລິມປິກ ທີ່ຢູ່ນອກນະຄອນຫຼວງ ປາຣີ
ເຈົ້າໜ້າທີ່ກ່າວໃນວັນສຸກມື້ນີ້ວ່າກີຢິບ ແລະມົສກູ ໄດ້ທໍາການໂຈມຕີດ້ວຍ ເຮືອບິນບໍ່ມີຄົນຂັບ ຫຼືໂດຣນ ແລະລູກສອນໄຟ ຫລາຍສິບຄັ້ງ ໃນຊ່ວງຂ້າມຄືນ ຊຶ່ງເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຫລາຍຄົນໃນຢູເຄຣນ ແລະສ້າງຄວາມເສຍຫາຍຕໍ່ສາງເກັບນ້ຳມັນເຊື້ອໄຟ ຢູ່ພາກພື້ນຊາຍແດນແຫ່ງນຶ່ງຂອງຣັດເຊຍ
ໂຫລດຕື່ມອີກ
No live streaming currently available