ນັບຕັ້ງແຕ່ກຸ່ມ ຮາມາສ ໄດ້ເປີດສາກບຸກໂຈມຕີກໍ່ການຮ້າຍເມື່ອວັນທີ 7 ຕຸລາ ຢູ່ອິສຣາແອລ, ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 1,200 ຄົນ ແລະ ຈັບຕົວປະກັນປະມານ 250 ຄົນ, ອິສຣາແອລ ຈຶ່ງໄດ້ເລີ້ມດຳເນີນການບຸກໂຈມຕີເພື່ອກຳຈັດ ກຸ່ມຮາມາສ ອອກຈາກເຂດກາຊາ
ຕຳຫຼວດຂອງອັງກິດ ກຳລັງສືບສວນສອບສວນການເສຍຊີວິດຂອງຊາຍຜູ້ນຶ່ງ ທີ່ຖືກຕັ້ງຂໍ້ຫາວ່າ ໃຫ້ການຊ່ວຍເຫຼືອແກ່ໜ່ວຍງານສືບລັບຕ່າງປະເທດຂອງ ຮົງກົງ
ປະເທດ ໄອແລນ, ນໍເວ ແລະ ສະເປນ ຕ່າງໄດ້ກໍປະກາດ ກ່ຽວກັບການຮັບຮູ້ ລັດ ປາແລັສໄຕນ໌ ໃນວັນພຸດມື້ນີ້, ໂດຍອ້າງເຖິງສົງຄາມອິສຣາແອລ ແລະ ກຸ່ມຮາມັສ ຢູ່ເຂດກາຊາ ແລະ ຈຳເປັນເພື່ອໃຫ້ບັນລຸການແກ້ໄຂບັນຫາສອງລັດ ເພື່ອສັນຕິພາບທີ່ຍືນຍົງໃນພາກພື້ນ
ເຈົ້າຄອງພາກພື້ນ ຄາກີບ ຂອງຢູເຄຣນ ກ່າວໃນວັນອັງຄານມື້ນີ້ວ່າ ຂົງເຂດດັ່ງກ່າວຖືກໂຈມຕີດ້ວຍລະເບີດຂອງຣັດເຊຍ ຕະຫຼອດຄືນ
ທ່ານນາງ ເຢລເລັນ ກ່າວໃນລະຫວ່າງຕອນເລີ້ມຕົ້ນກອງປະຊຸມກັບເຈົ້າໜ້າທີ່ ທະນາຄານວ່າ ອຳນາດໃໝ່ຂອງກະຊວງການເງິນ ຈະລົງໂທດທະນາຄານຕ່າງໆດ້ວຍມາດຕະການລົງໂທດຂັ້ນສອງ
ທ່ານ ເຣຊີ, ຜູ້ທີ່ໄດ້ເສຍຊີວິດໃນອຸບັດຕິເຫດດັ່ງກ່າວດ້ວຍອາຍຸ 63 ປີ, ໄດ້ເປັນຄູ່ແຂ່ງກັບລັດຖະບານອິສລາມທີ່ຜະເດັດການຂອງ ອີຣ່ານ
ສື່ມວນຊົນຂອງລັດຂອງອີຣ່ານ ກ່າວວ່າ ປະທານາທິບໍດີອີຣ່ານ ທ່ານ ອີບຣາຮິມ ເຣຊີ, ລັດຖະມົນຕີການຕ່າງປະເທດ ທ່ານ ໂຮສເຊນ ອາມີຣັຫບດອລລາຮຽນ ແລະເຈົ້າໜ້າທີ່ຄົນອື່ນໆ ໄດ້ຖືກພົບວ່າ ເສຍຊີວິດແລ້ວ ໃນວັນຈັນມື້ນີ້ ຢູ່ທີ່ສະຖານທີ່ເກີດເຫດ ເຮືອບິນເຮລິຄອບເຕີຕົກ ໃນພາກຕາເວັນຕົກສຽງເໜືອ ຂອງອີຣ່ານ
ກອງທັບຢູເຄຣນ ກ່າວໃນວັນຈັນມື້ນີ້ວ່າ ຕົນໄດ້ທຳລາຍເຮືອບິນບໍ່ມີຄົນຂັບທັງໝົດ 29 ລຳ ທີ່ຣັດເຊຍໄດ້ສົ່ງຂຶ້ນໃນການໂຈມຕີຊ່ວງຂ້າມຄືນ
ໃນອາທິດນີ້, ກຸ່ມຫົວຮຸນແຮງ ເຮັສໂບລລາ ຂອງເລບານອນ ໄດ້ທໍາການໂຈມ ຕີຄ້າຍທະຫານໃນພາກເໜືອຂອງອິສຣາແອລ ໂດຍໃຊ້ເຮືອບິນບໍ່ມີຄົນຂັບ ທີ່ໄດ້ ຍິງລູກສອນໄຟສອງລູກ
ຜູ້ຊາຍດັ່ງກ່າວໄດ້ຂົ່ມຂູ່ເຈົ້າໜ້າທີ່ຕຳຫຼວດດ້ວຍມີດ ແລະ ຕໍາຫຼວດກໍໄດ້ໃຊ້ອາວຸດໃນໜ້າທີ່ຂອງລາວ, ອີງຕາມການກ່າວຂອງໄອຍະການເມືອງ ຣູອັງ.
ກອງທັບຂອງຣັດເຊຍ ໄດ້ກ່າວວ່າ ຕົນໄດ້ສະກັດກັ້ນ ຫຼື ທຳລາຍທັງ ໂດຣນອາກາດ ແລະ ໂດຣນທະເລ ຂອງຢູເຄຣນ ຫຼາຍກວ່າ 100 ລຳ ຢູ່ໃນພາກໃຕ້ຂອງປະເທດ ແລະຢູ່ເທິງນ່ານຟ້າຂອງແຫຼມຄຣາຍເມຍ ທີ່ໄດ້ຖືກຍຶດຄອງ ແລະຢູ່ທະເລດຳ ເມື່ອຕອນຂ້າມຄືນ
ບັນດາຜູ້ນຳຍັງໄດ້ຄາດໝາຍ “ໃຫ້ມີການແລກປ່ຽນຄວາມຄິດເຫັນຢ່າງລະອຽດ ກ່ຽວກັບບັນຫາຕ່າງໆທີ່ລໍ່ແຫຼມທີ່ສຸດລະຫວ່າງປະເທດ ແລະພາກພື້ນ” ວັງເຄຣມລິນ ກ່າວ
ໂຫລດຕື່ມອີກ
No live streaming currently available