ກະຊວງປ້ອງກັນປະເທດຂອງ ຣັດເຊຍ ໄດ້ກ່າວວ່າພວກເຂົາໄດ້ທຳລາຍໂດຣນທາງອາກາດຂອງ ຢູເຄຣນ 5 ລຳຢູ່ພາກພື້ນ ຄຣາສໂນດາ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ
ຫຼາຍກວ່ານຶ່ງລ້ານຄົນໄດ້ຫຼົບໜີ້ຈາກເຂດຊາຍຝັ່ງໄປຢູ່ບ່ອນຫຼົບລີ້ພາຍຸທີ່ເປັນຄອນກຣີດ ກ່ອນພະຍຸຈະພັດເຂົ້າມາ
ບໍ່ເທົາໃດວັນຫຼັງຈາກເກີດດິນເຈື່ອນໃນວັນສຸກທີ່ຜ່ານມາ ພື້ນດິນໃນບໍລິເວນພູ ມັນກາໂລ ແມ່ນຍັງເຄື່ອນໄຫວຢູ່ ຈຶ່ງກໍ່ໃຫ້ເກີດມີຄວາມເປັນຫ່ວງວ່າ ໄພພິບັດນີ້ ອາດຈະຮ້າຍແຮງຂຶ້ນຕື່ມ
ທ່ານ ເຊເລັນສກີ ໄດ້ກ່າວໃນ X ວ່າ “ຂໍ້ຕົກລົງດັ່ງກ່າວຈະຮັບປະກັນການຊ່ວຍເຫຼືອດ້ານຄວາມປອດໄພຂອງ ແບລຈຽມ ຢ່າງທັນເວລາ
ອິສຣາແອລ ໄດ້ເອີ້ນການເຄື່ອນໄຫວນັ້ນດັ່ງກັບຂອງຂວັນສຳລັບກຸ່ມຮາມາສ ແລະ ໄດ້ເອີ້ນເອກອັກຄະລັດຖະທູດຂອງເຂົາເຈົ້າກັບຄືນຈາກທັງໝົດສາມປະເທດນັ້ນເພື່ອເປັນການປະທ້ວງ
ນັກການທູດອາວຸໂສຂອງຣັດເຊຍກ່າວວ່າ ກະຊວງການຕ່າງປະເທດ ແລະກະ ຊວງຍຸຕິທຳຂອງຣັດເຊຍ ໄດ້ບອກກັບປະທານາທິບໍດີ ວລາດີເມຍ ປູຕິນ ວ່າ ກຸ່ມຕາລີບານ ທີ່ປົກຄອງປະເທດອັຟການິສຖານ “ສາມາດຖືກລົບລ້າງອອກຈາກບັນຊີລາຍຊື່ອົງການກໍ່ການຮ້າຍທີ່ກຳນົດໂດຍ ມົສກູ ໄດ້
ອົງການເຝົ້າລະວັງດ້ານນິວເຄລຍຂອງອົງການສະຫະປະຊາຊາດ ກ່າວໃນວັນຈັນວານນີ້ວ່າ ອີຣ່ານໄດ້ສະສົມທາດຢູເຣນຽມທີ່ກັ່ນຕ້ອງເປັນຢ່າງສູງ ຫຼາຍຂຶ້ນ ກວ່າເກົ່າ ໂດຍໄດ້ເພີ່ມຄັງສະສົມຂອງຕົນຂຶ້ນສູ່ລະດັບໃກ້ກັບລະດັບອາວຸດ
ອິສຣາແອລ ໄດ້ກ່າວວ່າເຂົາເຈົ້າໄດ້ສັງຫານຜູ້ອາວຸໂສຂອງກຸ່ມຫົວຮຸນແຮງ ຮາມາສ ສອງຄົນ ໃນການໂຈມຕີນັ້ນ
ຕຳຫຼວດແຫ່ງຊາດຂອງປະເທດດັ່ງກ່າວ ເວົ້າວ່າ ອຸບັດຕິເຫດດັ່ງກ່າວ ໄດ້ເກີດຂຶ້ນຫຼັງຈາກເວລາ 4 ໂມງເຊົ້າຂອງວັນອາທິດວານນີ້ ໃນເມືອງ ລາ ໂອໂຣຢາ ຢູ່ພາກກາງຂອງ ເປຣູ. ເຊິ່ງຢູ່ປະມານ 177 ກິໂລແມັດ ທາງກ້ຳຕາເວັນອອກຂອງນະຄອນຫຼວງ ລີມາ
ການເຄື່ອນໄຫວດັ່ງກ່າວ ເປັນສັນຍານຂອງການຫັນປ່ຽນດ້ານຍຸດທະສາດອັນສຳຄັນທີ່ສຸດ ໃນການຮ່ວມມືດ້ານຄວາມໝັ້ນຄົງຂອງ ສະຫະລັດ ທີ່ໃຫ້ສິດແກ່ປະເທດໃນເຂດອາຟຣິກາຕາເວັນອອກ, ໃນຂະນະທີ່ກອງກຳລັງຂອງສະຫະລັດ ກຽມພ້ອມຖອນຕົວອອກຈາກປະເທດໄນເຈີ ໂດຍເຮັດໃຫ້ເກີດຊ່ອງຫວ່າງທີ່ກອງກຳລັງຂອງຣັດເຊຍ ເລີ້ມເຂົ້າໄປແທນທີ່
ຄາກີບ, ເຊິ່ງແມ່ນເມືອງທີ່ມີປະຊາກອນປະມານ 1 ລ້ານຄົນ ແລະ ເປັນເມືອງເອກຂອງພາກພື້ນທີ່ມີຊື່ດຽວກັນນັ້ນ, ແມ່ນຕັ້ງຢູ່ປະມານ 19 ກິໂລແມັດຈາກເຂດຊາຍແດນຕິດກັບ ຣັດເຊຍ
ແຫຼ່ງຂ່າວໃນທ້ອງຖິ່ນ ປາແລັສໄຕນ ແຫ່ງນຶ່ງໄດ້ກ່າວວ່າລົດທະຫານຈຳນວນ ຫຼາຍໄດ້ເດີນທາງຈາກພາກຕາເວັນອອກຂອງເມືອງ ຣາຟາ ໄປສູ່ໃຈກາງເມືອງ
ໂຫລດຕື່ມອີກ
No live streaming currently available