ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ແອນໂທນີ ອາລບານີສ ຢືນຢັນວ່າ ແຄນເບີຣາ ສະໜັບສະໜູນການໂຈມຕີທາງອາກາດ ຂອງສະຫະລັດ ແລະອັງກິດ ຕໍ່ກຸ່ມ ຮູຕີ ທີ່ໜູນຫຼັງໂດຍອີຣ່ານ ຢູ່ໃນເຢເມນ. ກຸ່ມກະບົດດັ່ງກ່າວ ໄດ້ດຳເນີນການໂຈມຕີ ການຂົນສົ່ງລະຫວ່າງປະເທດຢູ່ທະເລແດງ
ການຊ້ອມລົບທັງຫຼາຍ ແມ່ນໝາຍເຖິງການສະກັດກັ້ນຣັດເຊຍບໍ່ໃຫ້ແນເປົ້າໝາຍໃສ່ປະເທດສະມາຊິກຂອງອົງການ
ຢູເຄຣນ ກຳລັງເຮັດວຽກ “ຢ່າງຂຸ້ນຂ້ຽວ ” ເພື່ອຟື້ນຟູການເດີນທາງທາງອາກາດ ທີ່ໄດ້ຖືກໂຈະມາເປັນເວລາເກືອບ 2 ປີ, ເຈົ້າໜ້າທີ່ຂອງປະທານາທິບໍດີ ກ່າວໃນວັນພະຫັດວານນີ້
ການໂຈມຕີທາງອາກາດຂອງທັງສອງຝ່າຍ ສົ່ງຜົນເຮັດໃຫ້ມີພົນລະເຮືອເສຍຊີວິດ ແລະເພີ້ມຄວາມກັງວົນວ່າຈະເກີດຄວາມຄັດແຍ້ງຢ່າງກວ້າງຂວາງ
ສະຫະລັດ ໄດ້ຮ້ອງພວກຫົວຮຸນແຮງຮູຕີວ່າເປັນກຸ່ມກໍ່ການຮ້າຍ ລຸນຫລັງມີການໂຈມຕີປະມານ 30 ຄັ້ງໃສ່ເສັ້ນທາງຂົນສົ່ງສິນຄ້າສາກົນ ນັບຕັ້ງແຕ່ກາງເດືອນພະຈິກເປັນຕົ້ນມາ
ທຳນຽບຂາວ ໃນເວລາດຽວກັນ ກໍມີຄວາມຫວັງ ທີ່ຈະໄກ່ເກ່ຍໃຫ້ມີການສ້າງຕັ້ງສາຍພົວພັນຢ່າງເປັນປົກກະຕິ ລະຫວ່າງອິສຣາແອລ ແລະ ຊາອຸດີ ອາຣາເບຍ
ນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ກ່າວໃນວັນພະ ຫັດວານນີ້ວ່າ ທ່ານໄດ້ບອກກັບສະຫະລັດວ່າ ທ່ານຄັດຄ້ານການສະໜັບສະໜຸນທີ່ມີມາເປັນເວລາຍາວນານ ຂອງວໍຊິງຕັນ ໃນການສ້າງລັດປາແລັສໄຕນ໌ ໃຫ້ເປັນສ່ວນນຶ່ງຂອງການຕົກລົງຫຼັງສົງຄາມ ລະຫວ່າງອິສຣາແອລ ກັບພວກຫົວຮຸນແຮງ ຮາມາສ.
ຂະນະດຽວກັນ ຜູ້ນຳພວກກໍ່ການຮ້າຍຮູຕີ ກໍໄດ້ໃຫ້ການຄ້ຳປະກັນ ໃນດ້ານຄວາມປອດໄພ ແກ່ກຳປັ່ນຈີນ ແລະຣັດເຊຍ
ລັດຖະມົນຕີການຕ່າງປະເທດສະຫະລັດ ເດີນທາງໄປຢ້ຽມຢາມ ທະວີບອາຟຣິກາຄັ້ງທີ 4 ໂດຍຈະຢຸດແວ່ທີ່ເຄບເວີດ ໄອວໍຣີໂຄສທ໌ ໄນຈີເຣຍ ແລະອັງໂກລາ
ຜູ້ນໍາສູງສຸດຂອງອີຣ່ານ ກໍາລັງຜັກດັນໃຫ້ພວກຫົວຮຸນແຮງຮູຕີ ເຊິ່ງເປັນໂຕແທນຂອງອີຣ່ານຢູ່ໃນພາກພື້ນ, ຈົ່ງສືບຕໍ່ໂຈມຕີກຳປັ່ນຂອງສະຫະລັດ ແລະກໍາປັ່ນຂອງປະເທດຕາເວັນຕົກ
ຣັດເຊຍ ແລະຢູເຄຣນ ຕ່າງກໍລາຍງານ ວ່າໄດ້ຂັດຂວາງການໂຈມຕີດ້ວຍເຮືອ ບິນບໍ່ມີຄົນຂັບ ໂດຍອີກຝ່າຍນຶ່ງ ໃນວັນພະຫັດວານນີ້
ປາກິສຖານກ່າວໃນວັນພະຫັດວານມື້ນີ້ວ່າ ກອງທັບຂອງຕົນໄດ້ທຳການໂຈມຕີໃສ່ “ບ່ອນຫຼົບລີ້ຂອງພວກກໍ່ການຮ້າຍ” ຢູ່ໃນອີຣ່ານ ທີ່ເປັນປະເທດເພື່ອນບ້ານ ສອງມື້ ຫຼັງຈາກເຕຫະຣ່ານ ໄດ້ຖິ້ມລະເບີດ ໃສ່ອັນທີ່ຕົນເວົ້າວ່າເປັນ “ພວກກໍ່ການຮ້າຍຂອງອີຣ່ານ” ທີ່ຫຼົບລີ້ ຢູ່ໃນດິນແດນປາກິສຖານ
ໂຫລດຕື່ມອີກ
No live streaming currently available