ປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ (Volodymyr Zelenskyy) ສະແດງຄວາມເຊື່ອໝັ້ນວ່າ ຣັດເຊຍອາດພ່າຍແພ້ໄດ້ ແລະ ເຕືອນວ່າ ສົງຄາມໃນຢູເຄຣນໄດ້ສະແດງໃຫ້ເຫັນວ່າ ຢູໂຣບ ຄວນພັດທະນາການຜະລິດອາວຸດຮ່ວມກັນກັບຢູເຄຣນ ແລະສ້າງສາງອາວຸດໃຫ້ພຽງພໍສຳລັບການປ້ອງກັນປະເທດ
ອິນເດຍ ໄດ້ເຂົ້າຮ່ວມກຸ່ມບັນດາປະເທດທີ່ສຶກສາກ່ຽວກັບດວງຕາເວັນມາແລ້ວ 4 ເດືອນ ລຸນຫຼັງທີ່ອິນເດຍກາຍເປັນປະເທດທຳອິດທີ່ລົງຈອດຍານອະວະກາດບໍ່ມີຄົນຂັບຢູ່ຂົ້ວໃຕ້ຂອງດວງເດືອນ
ເຄືອຂ່າຍອົງການຂ່າວ ທີ່ມີສໍານັກງງານໃຫຍ່ ໃນປະເທດກາຕ້າ ຮ້ອງການສັງຫານບັນດານັກຂ່າວວ່າ ເປັນການໂຈມຕີໂດຍເຈດຕະນາ
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ພົບປະກັບເຈົ້າໜ້າທີ່ຂອງສະຫະລັດອາຣັບ ເອເມີເຣັສ ແລະ ຊາອຸດີອາຣາເບຍ ໃນວັນຈັນມື້ນີ້, ຈາກນັ້ນ ເດີນທາງໄປ ອິສຣາແອລ, ໃນຂະນະທີ່ທ່ານ ຊຸກຍູ້ໃຫ້ມີການຊ່ວຍເຫຼືອດ້ານມະນຸດສະທຳ ໃຫ້ເຂດກາຊາ ຫຼາຍຂຶ້ນ
ລັດຖະບານຂອງມາລາວີ ກຳລັງສົ່ງຊາວໜຸ່ມ ໄປເຮັດວຽກ ຢູ່ໃນຟາມ ຂອງອິສຣາແອລ ທ່າມກາງຄວາມຂັດແຍ່ງ ກັບກຸ່ມຮາມາສ. ບັນດານັກວິຈານກ່າວວ່າ ໂຄງການດັ່ງກ່າວຖືກປິດເປັນຄວາມລັບ ແລະໄດ້ເປີດເຜີຍບັນຫາການຫວ່າງງານໃນປະເທດ
ການດໍາເນີນທຸລະກິດແບບໃໝ່ ກໍາລັງຊ່ວຍຜັກດັນລະບົບເສດຖະກິດຢູ່ໃນຂົງຊົນນະບົດ ແລະກໍາລັງສ້າງຊີວິດການເປັນຢູ່ໃຫ້ດີຂຶ້ນ
“ຜົນງານເກີນຄວາມຄາດໝາຍ ສຳລັບປີ 2023 ສືບເນື່ອງຈາກການຂັບເຄື່ອນໂດຍເສດຖະກິດໃຫຍ່ຈຳນວນນຶ່ງ - ໂດຍສະເພາະແມ່ນ ສະຫະລັດ ແຕ່ກໍຍັງມີ ບຣາຊີລ ອິນເດຍ ແລະ ເມັກຊິໂກ” ທ່ານ ຊານຕານູ ມູເຄີຣຈີ ຜູ້ອຳນວຍການຂອງພະແນກດ້ານການວິເຄາະ ແລະນະໂຍບາຍເສດຖະກິດ ປະຈຳກົມຮັບຜິດຊອບດ້ານເສດຖະກິດ ແລະ ສັງຄົມຂອງອົງການສະຫະປະຊາຊາດ ໄດ້ກ່າວ
ບັນດາຜູ້ຊ່ຽວຊານກ່າວວ່າ ພວກເຂົາເຈົ້າມີຄວາມກັງວົນ ທີ່ການສັງຫານດັ່ງກ່າວ ອາດຈະເຮັດໃຫ້ສົງຄາມ ຂະຫຍາຍວົງກວ້າງຂວາງອອກຕື່ມ ຢູ່ໃນພາກຕາເວັນອອກກາງ
ຄ່າຂົນສົ່ງສິນຄ້າ ຈາກເອເຊຍໄປຫາພາກເຫນືອຂອງຢູໂຣບ ເພີ່ມຂຶ້ນຫຼາຍກວ່າສອງເທົ່າ ໃນຊຸມມື້ທີ່ຜ່ານມາ ເນື່ອງຈາກການໂຈມຕີຂອງພວກກະບົດ ຮູຕີ ໃສ່ກຳປັ່ນສິນຄ້າໃນທະເລແດງ ເຮັດໃຫ້ບໍລິສັດຂົນສົ່ງ ຕ້ອງປ່ຽນເສັ້ນທາງການຂົນ ສົ່ງສິນຄ້າ ໄປຜ່ານບໍລິເວນ ພາກໃຕ້ສຸດຂອງອາຟຣິກາ
ຜູ້ນຳຂອງກຸ່ມທະຫານບ້ານໜູນຫຼັງໂດຍອີຣ່ານ ທີ່ພົວພັນກັບການໂຈມຕີກອງກຳລັງສະຫະລັດ ໃນອີຣັກ ຊ້ຳແລ້ວຊ້ຳອີກ ໄດ້ເສຍຊີວິດແລ້ວ, ໂດຍໄດ້ຖືກສັງຫານ ໃນອັນທີ່ເຈົ້າໜ້າທີ່ອາເມຣິກັນ ອະທິບາຍວ່າ ເປັນການໂຈມຕີທາງອາກາດທີ່ແນ່ນອນ ໃນໃຈກາງນະຄອນຫຼວງແບັກແດດ
ສະຫະລັດ ຢືນຢັນວ່າ ມົສກູ ຍິງລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ ເມື່ອໄວໆມານີ້
ບໍ່ດົນຫຼັງຈາກທ່ຽງຄືນ ກະຊວງປ້ອງກັນປະເທດຂອງຣັດເຊຍ ກໍໄດ້ລາຍງານວ່າ ໜ່ວຍປ້ອງກັນໄພທາງອາກາດຂອງຕົນ ໄດ້ຍິງເຮືອບິນບໍ່ມີຄົນຂັບຫຼືໂດຣນຂອງ ຢູເຄຣນ 36 ລຳຕົກ ຢູ່ເທິງນ່ານຟ້າຂອງຄຣາຍເມຍ ຊຶ່ງມົສກູ ໄດ້ເຂົ້າມາຢຶດຄອງ ໃນປີ 2014
ໂຫລດຕື່ມອີກ
No live streaming currently available