ກອງທັບສະຫະລັດ ກ່າວໃນວັນອາທິດວານນີ້ວ່າ ຕົນໄດ້ຍິງລູກສອນໄຟຕໍ່ຕ້ານກຳປັ່ນ ທີ່ຖືກຍິງມາຈາກເຂດທີ່ຄວບຄຸມໂດຍ ກຸ່ມຮູຕີ ໃນເຢເມນ ໄປຫາກຳປັ່ນລົບຂອງກອງທັບເຮືອສະຫະລັດ ຢູ່ໃນເຂດພາກໃຕ້ທະເລແດງ
ນາຍົກລັດຖະມົນຕີ ເບັນຈາມິນ ເນຕັນຢາຮູ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ ສົງຄາມຂອງອິສຣາແອລກັບກຸ່ມຫົວຮຸນແຮງ ຮາມາສ ຕໍ່ໄປ ຈົນກວ່າໄດ້ຮັບໄຊຊະນະ, ໂດຍສືບຕໍ່ດຳເນີນການບຸກໂຈມຕີຢູ່ເຂດ ກາຊາ ໃນຂະນະທີ່ສົງຄາມດຳເນີນມາເປັນເວລາ 100 ວັນ
ນິວເດລີຖືວ່າ ໝູ່ເກາະທີ່ຕັ້ງຢູ່ໃນມະຫາສະໝຸດອິນເດຍດັ່ງກ່າວ ນອນຢູ່ໃນເຂດອິດທິພົນຂອງຕົນ ແຕ່ມາລດີບໄດ້ຫັນປ່ຽນ ເຂົ້າໄປຢູ່ໃນວົງໂຄຈອນຂອງຈີນ ຊຶ່ງເປັນເຈົ້າໜີ້ພາຍນອກ ລາຍທີ່ສຸດຂອງປະເທດດັ່ງກ່າວ
Britain, India and the United States are among more than 50 nations holding elections
ອອສເຕຣເລຍ ກຳລັງພິຈາລະນາການສ້າງຕັ້ງກອງກຳລັງບັນເທົາທຸກດ້ານໄພພິບັດເພື່ອຊ່ວຍກອງກຳລັງທະຫານຮັບມືກັບໄພພິບັດທາງທຳມະຊາດ ທີ່ເກີດຂຶ້ນເປັນປະຈຳ. ແຜນການດັ່ງກ່າວໄດ້ຮັບການສະເໜີໃນວັນອັງຄານ ໂດຍນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ໃນຂະນະທີ່ຊຸມຊົນຕ່າງໆ ໃນພາກຕາເວັນອອກສຽງໃຕ້ຂອງປະເທດຖືກອົບພະຍົບເນື່ອງຈາກນໍ້າຖ້ວມ
ຜູ້ຮັບເໝົາຊາວໄນຈີເຣຍກ່າວວ່າ ຈີນ ຜັກດັນໃຫ້ພວກເຂົາເຈົ້າອອກຈາກທຸລະກິດ
ນັກການເມືອງຣັດເຊຍທ່ານນຶ່ງ ທີ່ຫວັງວ່າຈະລົງແຂ່ງຂັນກັບ ປະທານາທິບໍດີ ວລາດີເມຍ ປູຕິນ ໃນການເລືອກຕັ້ງປະທານາທິບໍດີທີ່ຈະມາເຖິງຂອງປະເທດດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງການຕັດສິນໃຈຂອງວັງ ເຄຣມລິນ ໃນການເຮັດສົງຄາມກັບຢູເຄຣນວ່າ ເປັນ “ຄວາມຜິດພາດອັນໃຫຍ່ຫຼວງ” ໃນວັນພະຫັດວານນີ້ ເມື່ອທ່ານໄດ້ໂອ້ລົມ ກັບພັນລະຍາ ຂອງບັນດາທະຫານ
ມີການອະທິບາຍວ່າ ປີ 2023 ເປັນ 'ປີທີ່ເປັນຕາຢ້ານທີ່ສຸດ' ຕໍ່ການປາບປາມທາງດ້ານສິດທິມະນຸດ ແລະຄວາມໂຫດຮ້າຍຂອງສົງຄາມ
ອົງການອະນາໄມໂລກ ອ້າງໃຫ້ເຫັນເຖິງ "ສິ່ງທ້າທາຍທີ່ເກືອບບໍ່ສາມາດຜ່ານໄດ້" ໃນການຈັດສົ່ງການຊ່ວຍເຫຼືອດ້ານມະນຸດສະທໍາ
ສະເພາະສະຫະລັດເອງ ໄດ້ຖິ້ມລະເບີດທີ່ມີຄວາມແມ່ນຢໍາຫຼາຍກວ່າ 100 ລູກ ໃສ່ຖານຕິດຕັ້ງຂອງພວກກະບົດຮູຕີ, ພ້ອມດ້ວຍການຍິງລູກສອນໄຟໂຈມຕີພາກພື້ນດິນ ໂທມາຮັອກ
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ກ່າວໃນວັນພະຫັດວານນີ້ວ່າ ການເຮັດວຽກຂອງອິສຣາແອລ ກັບປະເທດເພື່ອນບ້ານອາຣັບ ໃນພາກພື້ນຕາເວັນອອກກາງ ເພື່ອແຜ້ວທາງ ໃຫ້ລັດປາແລັສໄຕນ໌ ແມ່ນເປັນວິທີທີ່ມີປະສິດທິພາບທີ່ສຸດ ໃນການໂດດດ່ຽວອີຣ່ານ
ອົງການ UNAMA ໄດ້ກ່າວວ່າ ຕົນໄດ້ສືບສວນຂໍ້ກ່າວອ້າງກ່ຽວກັບ “ການປະພຶດຕໍ່ພວກແມ່ຍິງທີ່ບໍ່ຄ່ອຍດີ” ແລະຂໍ້ກ່າວຫາທີ່ວ່າ ມີການຮຽກຮ້ອງໃຫ້ຈ່າຍເງິນເພື່ອແລກກັບການປ່ອຍຕົວ.
ໂຫລດຕື່ມອີກ
No live streaming currently available