ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ກ່າວໃນວັນພະຫັດວານນີ້ວ່າ ການເຮັດວຽກຂອງອິສຣາແອລ ກັບປະເທດເພື່ອນບ້ານອາຣັບ ໃນພາກພື້ນຕາເວັນອອກກາງ ເພື່ອແຜ້ວທາງ ໃຫ້ລັດປາແລັສໄຕນ໌ ແມ່ນເປັນວິທີທີ່ມີປະສິດທິພາບທີ່ສຸດ ໃນການໂດດດ່ຽວອີຣ່ານ
ອົງການ UNAMA ໄດ້ກ່າວວ່າ ຕົນໄດ້ສືບສວນຂໍ້ກ່າວອ້າງກ່ຽວກັບ “ການປະພຶດຕໍ່ພວກແມ່ຍິງທີ່ບໍ່ຄ່ອຍດີ” ແລະຂໍ້ກ່າວຫາທີ່ວ່າ ມີການຮຽກຮ້ອງໃຫ້ຈ່າຍເງິນເພື່ອແລກກັບການປ່ອຍຕົວ.
ຫຼາຍກວ່າເຄິ່ງນຶ່ງຂອງປະຊາຊົນອັຟການິສຖານ ຕ້ອງການຄວາມຊ່ວຍເຫຼືອທາງດ້ານມະນຸດສະທຳ ເພື່ອຄວາມຢູ່ລອດ ໃນປີ 2024 ອີງຕາມອົງການສະຫະປະຊາຊາດ
ສະພາບອາກາດທີ່ເຢັນເປັນນໍ້າກ້ອນຂອງໄຊບີເຣຍ ທີ່ປົກຄຸມຢູໂຣບ ໃນຂະນະນີ້ ອາດສົ່ງຜົນໃຫ້ບັນດາເມືອງຫຼວງຂອງສະຫະພາບຢູໂຣບ ເຢັນລົງ ຄືນຶ່ງປີກ່ອນ, ໃນຂະນະທີ່ພວກເຂົາເຈົ້າໄດ້ຫຼີກລ້ຽງການນຳເຂົ້າ ຈາກຣັດເຊຍ ອີກຢ່າງນຶ່ງ ເຊິ່ງກໍຄື: ພະລັງງານ.
ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ກ່າວໃນວັນພຸດວານນີ້ວ່າ ກໍາລັງຂອງປະເທດຂອງທ່ານ ໄດ້ສະແດງໃຫ້ໂລກເຫັນວ່າ ກອງທັບຣັດເຊຍ ສາມາດຖືກຢຸດໄດ້ ແຕ່ກ່າວວ່າ ລັດຖະບານ ກີຢິບ ຕ້ອງການທີ່ສຸດ ໃຫ້ພັນທະມິດຕາເວັນຕົກ ສົ່ງລະບົບປ້ອງກັນໄພທາງອາກາດ ເພີ້ມຕື່ມອີກ
ສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນວັນພຸດວານນີ້ ໄດ້ປະນາມການໂຈມຕີຂອງພວກກະບົດ ຮູຕີ ທີ່ຕັ້ງຢູ່ໃນເຢເມນ ໃສ່ກຳປັ່ນທີ່ແລ່ນຜ່ານທະເລແດງ ແລະຮຽກຮ້ອງໃຫ້ຢຸດເຊົາໃນທັນທີ
ການຮ່ວມມືດ້ານການທະຫານຂອງ ຣັດເຊຍ ກັບ ເກົາຫຼີເໜືອ ເພື່ອສືບຕໍ່ດໍາເນີນສົງຄາມຢູ່ໃນ ຢູເຄຣນ ແມ່ນການກະທໍາທີ່ໄດ້ຮັບການປະນາມຈາກສາກົນ
ເປົ້າໝາຍດັ່ງກ່າວນັ້ນ ລວມທັງຂົງເຂດ ຄານ ຢູນີສ ນໍາອີກດ້ວຍ
ອີຈິບ ມີບົດບາດສຳຄັນ ໃນການໄກ່ເກ່ຍການຢຸດຍິງຊົ່ວຄາວກ່ອນໜ້ານັ້ນ ໃນຂະນະທີ່ກຸ່ມຮາມາສ ປ່ອຍໂຕປະກັນຫຼາຍກວ່າ 100 ຄົນ ແລະ ອິສຣາແອລ ໄດ້ປ່ອຍໂຕນັກໂທດຊາວປາແລັສໄຕນ໌ຈໍານວນ 240 ຄົນ
ອິນເດຍຖືວ່າ ທ່ານນາງຮາຊີນາ ເປັນພັນທະມິດທີ່ໃກ້ຊິດ ໃນເພື່ອນບ້ານບ່ອນທີ່ອິນເດຍ ຕ້ອງໄດ້ປະເຊີນໜ້າກັບປາກິສຖານ ແລະຈີນ
ທ່ານວີຢາເສັສລາບ ກລາດຄອບ ຫົວໜ້າຂົງເຂດແບລກາຣອດ ໄດ້ລາຍງານວ່າ ສາມຄົນໄດ້ຮັບບາດເຈັບຍ້ອນຊິ້ນສ່ວນຕ່າງໆທີ່ຕົກລົງມາ ຫຼັງຈາກລະບົບປ້ອງກັນໄພທາງອາກາດຂອງຣັດເຊຍ ໄດ້ຍິງພວກອາວຸດຂອງຣັດເຊຍ ທີ່ໄດ້ບິນເຂົ້າມາໃນເມືອງ
ລາຍງານຂອງອິສຣາແອລກ່າວວ່າ ບໍ່ມີຄວາມເສຍຫາຍ ແລະ ກ່າວວ່າ ຕົນດໍາເນີນການໂຈມຕີຄັ້ງໃໝ່ໃສ່ພາກໃຕ້ຂອງເລບານອນ ແລະ ແຫຼມກາຊາ
ໂຫລດຕື່ມອີກ
No live streaming currently available