ກອງທັບອິສຣາແອລ ກ່າວໃນວັນຈັນມື້ນີ້ວ່າ ກອງກຳລັງຂອງຕົນໄດ້ຖອນອອກຈາກເຂດໂຮງໝໍ ຊີຟາ ໃນພາກເໜືອຂອງເຂດ ກາຊາ ຫຼັງຈາກໄດ້ສຳເລັດການປະຕິບັດການຢູ່ທີ່ນັ້ນ
ການອ້າງອີງຂອງສະຖາບັນ ໂນແບລ ໄດ້ກ່າວວ່າ “ແສງເລເຊີທີ່ແຫຼມຄົມ ໄດ້ອຳນວຍໃຫ້ພວກເຮົາມີໂອກາດໃໝ່ຕ່າງໆສຳລັບຄວາມຮູ້ກ່ຽວກັບໂລກ ແລະການປັບປ່ຽນມັນ”
ການວາງລະເບີດ ແລະເຫດການດ້ານຄວາມໝັ້ນຄົງອື່ນໆ ແມ່ນມີຢູ່ທົ່ວໄປໃນບໍລິເວນຕ່າງໆ ບ່ອນທີ່ມີການຍາດແຍ່ງອໍານາດກັນ ແລະເກີດຄວາມສ່ຽງໃນການໂຈມຕີລະຫວ່າງກຸ່ມປະກອບອາວຸດ ແລະກຸ່ມລັດອິສລາມ ຈິຮາດ
ສຸລິຍະຄາດເຕັມດວງ ໃນວັນທີ 8 ເມສາ ຈະເປັນຄັ້ງທຳອິດທີ່ເກີດຂຶ້ນໃນແຂວງ ດັ່ງກ່າວ ນັບຕັ້ງແຕ່ປີ 1979 ແລະ ເຂດນ້ຳຕົກ ນາຍອາກາຣາ ໄດ້ຖືກປະກາດ ໂດຍ ວາລະສານ National Geographic ໃຫ້ເປັນນຶ່ງໃນສະຖານທີ່ທີ່ດີສຸດ ໃນການຊົມສຸລິຍະຄາດ
ສື່ມວນຊົນທີ່ສະໜັບສະໜູນລັດຖະບານຣັດເຊຍບໍ່ສົນໃຈຕໍ່ການອ້າງເອົາຄວາມຮັບຜິດຊອບຂອງກຸ່ມລັດອິສລາມ ຕໍ່ເຫດການ ການໂຈມຕີທີ່ຮ້າຍແຮງ ໃນວັນສຸກທີ່ຜ່ານມາ ຢູ່ທີ່ຫໍຈັດງານຄອນເສີດໃນມົສກູ
ໄຂ້ເລືອດອອກ, ເຊິ່ງສາມາດກໍ່ໃຫ້ເກີດໄຂ້ສູງໃນທັນທີ, ເຊິ່ງມີຢູ່ທົ່ວໄປໃນປະ ເທດທີ່ຮ້ອນ ແລະ ຈະເກີດຂຶ້ນສ່ວນໃຫຍ່ໃນເຂດຕົວເມືອງ ແລະ ເຄິ່ງຕົວ ເມືອງ
ສະຫະລັດ ໄດ້ຕັດຄວາມສຳພັນທາງດ້ານການທູດກັບກາບູລ ນັບຕັ້ງແຕ່ ການຖອນຕົວອອກຈາກອັຟການິສຖານຂອງສະຫະລັດ ທີ່ໄດ້ຮັບຄວາມເສຍຫາຍຍ້ອນສົງຄາມ
ປັກກິ່ງກ່າວວ່າ ຕົນບໍ່ຕ້ອງການເປັນເປົ້າໝາຍຂອງແຜນການໃໝ່ດ້ານຄວາມໝັ້ນຄົງ ທີ່ວໍຊິງຕັນ ແລະໂຕກຽວຄາດວ່າຈະປະກາດອອກມາໃນເດືອນເມສານີ້
ການໂຈມຕີຂອງ ຣັດເຊຍ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະບາດເຈັບອີກ 19 ຄົນ
ໄຮເປີລູປ (hyperloop), ຊຶ່ງໃນຄັ້ງນຶ່ງ ໄດ້ຖືກໂຄສະນາໂດຍ ທ່ານອີລອນ ມັສຄ໌ ນັ້ນ, ປະກອບມີຍານທີ່ມີຮູບຮ່າງແບບຫຼອດ ທີ່ໄຫລໄປຕາມສະໜາມເຫຼັກກ້າດ້ວຍຄວາມໄວສູງປະມານ 700 ກິໂລແມັດຕໍ່ຊົ່ວໂມງ ໂດຍຜ່ານທໍ່ເຫຼັກທີ່ມີຄວາມດັນຕ່ຳ
ພວກຫົວຮຸນແຮງ ເຮັສໂບລາ ໃນເລບານອນ ໄດ້ຍິງຈະຫຼວດ ໃສ່ທາງພາກເໜືອຂອງອິສຣາແອລ ໃນວັນພຸດມື້ນີ້ ເພື່ອຕອບໂຕ້ການໂຈມຕີທາງອາກາດ ຂອງອິສຣາແອລ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ ໃນພາກໃຕ້ຂອງເລບານອນ
ບັນດານັກວິເຄາະກ່າວວ່າ ມັນອາດຈະຊ້າເກີນໄປແລ້ວທີ່ຈະທໍາການເຄື່ອນໄຫວອອກຈາກການເພິ່ງພາຈີນຢ່າງສົມບູນເມື່ອເວົ້າເຖິງຂັ້ນຕອນຂອງການປຸງແຕ່ງໂລຫະ ແລະການຜະລິດຫມໍ້ໄຟ
ໂຫລດຕື່ມອີກ
No live streaming currently available