ນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ໄດ້ປະຕິຍານວ່າ ຈະຂະຫຍາຍການເຮັດສົງຄາມຂອງປະເທດຕົນ ກັບກຸ່ມຮາມາສ ຢູ່ໃນເຂດ ກາຊາ, ໃນຂະນະທີ່ເຈົ້າໜ້າທີ່ສາທາລະນະສຸກ ຢູ່ໃນເຂດດັ່ງກ່າວ ໄດ້ລາຍງານວ່າມີຜູ້ເຄາະຮ້າຍ ຫລາຍສິບຄົນ ໃນການໂຈມຕີ ຂອງອິສຣາແອລ ໃສ່ຄ້າຍອົບພະຍົບ
ກຸ່ມຝ່າຍຄ້ານຂອງເຊີເບຍ ທີ່ຕໍ່ຕ້ານການໃຊ້ຄວາມຮຸນແຮງ ໄດ້ດໍາເນີນການປະທ້ວງນັບຕັ້ງແຕ່ການເລືອກຕັ້ງໃນວັນທີ 17 ທັນວາທີ່ຜ່ານມາ ໂດຍກ່າວວ່າ ມີການສໍ້ໂກງຄະແນນໃນການເລືອກຕັ້ງ
ດ້ວຍການສະໜອງສັນຕິພາບທີ່ຍັງຂາດ, ປີ 2023 ເປັນປີທີ່ຫຍຸ້ງຍາກທີ່ສຸດຂອງອົງການສະຫະປະຊາຊາດ
ການໂຈມຕີຂອງສະຫະລັດ ໄດ້ແນເປົ້າໝາຍໃສ່ສະຖານທີ່ສາມແຫ່ງ ທີ່ໄດ້ຖືກນຳໃຊ້ໂດຍກຸ່ມກາຕາອິບ ເຮັສໂບລາ ແລະກຸ່ມເຄືອຂ່າຍຕ່າງໆ ອີງຕາມການກ່າວໃນຖະແຫລງການຂອງລັດຖະມົນຕີປ້ອງກັນປະເທດ ທ່ານລອຍ ອອສຕິນ
ທະນາຍຄວາມ ເອແວັນ ຊດານັອບ ກ່າວວ່າ ພວກສະໜັບສະໜຸນທ່ານ ໄດ້ສົ່ງຄຳຮ້ອງຮຽນ 618 ສະບັບ ເພື່ອຢາກຮູ້ຈັກຂ່າວກ່ຽວກັບວ່າ ທ່ານນາວາລນີຖືກຂັງຢູ່ໃສ ຊຶ່ງໃນເວລານີ້ຢູ່ທີ່ນິຄົມນັກໂທດແຫ່ງນຶ່ງ 23ຼ5 ກິໂລແມັດ ຫ່າງຈາກມົສກູໄປທາງທິດຕາເວັນອອກ
ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນໄດ້ເຮັດວຽກໝົດມື້ກ່ອນວັນ ຄຣິສມາສ ກ່ຽວກັບ ລະບຽບຂອງທາງການເພື່ອອະນຸຍາດໃຫ້ຜູ້ໂດຍສານບາງຄົນເດີນທາງອອກຈາກສະໜາມບິນ ວາທຣີ.
ການເດີນຂະບວນໃນວັນອາທິດວານນີ້ ແມ່ນໄດ້ຈັດຮ່ວມກັນໂດຍກຸ່ມຝ່າຍຊ້າຍຈັດ ແລະ ກຸ່ມ ອາໂດລ ວາລ ອີຊານ
ເຈົ້າໜ້າທີ່ດ້ານຄວາມປອດໄພລະດັບສູງທ່ານນຶ່ງໄດ້ຮຽກຮ້ອງປະຊາຊົນ ບໍ່ໃຫ້ຫຼີກລ່ຽງການສະເຫຼີມສະຫຼອງວັນພັກຍ້ອນຄວາມຢ້ານກົວ.
ການລະນຶກເຖິງວັນປະສູດຂອງພະເຍຊູ ໃນຄອກມ້າ ໃນເມືອງເບັດເລເຮັມ, ພະສັນຕະປາປາ ແຟຣນຊິສ (Francis) ໃນຄືນກ່ອນວັນຄຣິສມາສ ໄດ້ໃຫ້ໂອວາດວ່າ “ການຕໍ່ສູ້ກັນດ້ວຍອາວຸດ ແມ່ນແຕ່ ໃນທຸກມື້ນີ້” ເຮັດໃຫ້ພະເຍຊູ “ບໍ່ສາມາດຊອກຫາບ່ອນຢູ່ ໃນໂລກໄດ້.” ອີງຕາມລາຍງານຂອງອົງການຂ່າວ ເອພີ.
ການກ່າວປາໄສກ່ຽວກັບວັນຄຣິສມາສຂອງ ທ່ານ ເຊເລັນສກີ ໄດ້ເນັ້ນຢໍ້າເຖິງສະມາຊິກຄອບຄົວທີ່ຂາດຫາຍໄປ
ເຈົ້າໜ້າທີ່ສາທາລະນະສຸກໃນເຂດກາຊາທີ່ບໍລິຫານໂດຍກຸ່ມຮາມາສ ກ່າວວ່າ ການໂຈມຕີທາງອາກາດຂອງອິສຣາແອລ ໃສ່ສູນອົບພະຍົບໃນພາກກາງຂອງເຂດກາຊາ ໃນຕອນແລງວັນອາທິດວານນີ້ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 70 ຄົນ.
ໂຕແທນຂອງອີຣ່ານ ໄດ້ເພີ້ມທະວີການໂຈມຕີ ຕໍ່ກຳລັງສະຫະລັດ ໃນອີຣັກ ແລະຊີເຣຍ ຂະນະທີ່ພວກກະບົດຮູຕີ ໃນເຢເມນ ກໍຍິງລູກສອນໄຟໂຈມຕີ ຕໍ່ກຳປັ່ນລົບສະຫະລັດ ແລະກຳປັ່ນບັນທຸກສິນຄ້າ
ໂຫລດຕື່ມອີກ
No live streaming currently available