ກອງທັບອາກາດຂອງຢູເຄຣນ ໄດ້ກ່າວວ່າ ລະບົບປ້ອງກັນໄພທາງອາກາດຂອງປະເທດ ໄດ້ທຳລາຍໂດຣນ 14 ລຳ ໂດຍມີການສະກັດກັ້ນເກີດຂຶ້ນຢູ່ເໜືອນ່ານຟ້າຂົງເຂດເມືອງ ມີໂກໄລ, ຊາໂປຣິສເຊຍ, ເດີນິໂປຣເປໂທຣບຄ໌ ແລະຄາກິບ
ຖະແຫຼງການດັ່ງກ່າວມີຂຶ້ນບໍ່ເທົ່າໃດຊົ່ວໂມງ ລຸນຫຼັງສູນບັນຊາການກອງທັບສະ ຫະລັດໃນພາກຕາເວັນອອກກາງ ຫຼື CENTCOM ກ່າວວ່າ ກ່ຳປັ່ນ USS Gravely ໄດ້ຍິງທຳລາຍລູກສອນໄຟນໍາວິຖີຕໍ່ຕ້ານກຳປັ່ນທີ່ຍິງມາຈາກເຢເມນໂດຍພວກຫົວຮຸນແຮງຮູຕີ
ປະທານປະເທດຈີນ ທ່ານສີ ຈິ້ນຜິງ ຮັບສານຕາຕັ້ງຈາກ 42 ເອກອັກຄະລັດຖະທູດ, ນຶ່ງໃນນັ້ນລວມມີ ເອກອັກຄະລັດຖະທູດອັຟການິສຖານທີ່ປົກຄອງປະເທດໂດຍກຸ່ມຕາລິບານ
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ປະເທດຕ່າງໆ ຈົ່ງສືບຕໍ່ໃຫ້ການຊ່ວຍເຫລືອແກ່ອົງການ UNRWA ຄືນໃໝ່ ເພື່ອຮັບປະກັນວ່າ ຢ່າງໜ້ອຍໃຫ້ມີການດຳເນີນງານດ້ານມະນຸດສະທຳອັນສຳຄັນຂອງພວກເຂົາເຈົ້າຢ່າງຕໍ່ເນື່ອງ
ກະຊວງສາທາລະນະສຸກຂອງກາຊາ ໄດ້ຮຽກຮ້ອງຕໍ່ສະຖາບັນນານາຊາດ ເພື່ອກົດດັນອິສຣາແອລ ໃຫ້ຢຸດເຊົາປະຕິບັດການຢູ່ໃນສະຖານທີ່ດ້ານສາທາລະນະສຸກທັງຫຼາຍ
ການຕັດສິນໂທດດັ່ງກ່າວ ມີຂຶ້ນນຶ່ງມື້ ຫຼັງຈາກທ່ານໄດ້ຮັບໂທດ ຈຳຄຸກ 10 ປີ ຍ້ອນເປີດເຜີຍຄວາມລັບຂອງລັດ
ພວກເຫຍື່ອຂອງການຄາດຕະກຳ ຜູ້ທີ່ອາໄສຢູ່ໃນລັດແມຣີແລນໃນເວລານີ້ ຊຶ່ງກ່ອນໜ້ານີ້ ໄດ້ຫລົບໜີເຂົ້າມາໃນສະຫະລັດ ຫຼັງຈາກທີ່ພວກເຂົາ ໄດ້ໂຕນໜີອອກຈາກອີຣ່ານ
ກົດເກນຂອງໂຣມ ໄດ້ຈັດຕັ້ງສານອາຍາສາກົນ ຫຼື ICC ແລະ ອາຊະຍາກຳສາ ກົນທີ່ສຳຄັນສີ່ຢ່າງທີ່ສານສືບສວນສອບສວນ ກໍມີການຂ້າລ້າງເຊື້ອຊາດເຜົ່າພັນ, ອາຊະຍາກຳຕໍ່ຕ້ານມະນຸດຊາດ, ອາຊະຍາກຳສົງຄາມ ແລະອາຊະຍາກຳຂອງການຮຸກຮານ
ຣັດເຊຍ ໄດ້ກ່າວໃນວັນຈັນວານນີ້ວ່າລະບົບປ້ອງກັນໄພທາງອາກາດຂອງເຂົາເຈົ້າ ໄດ້ທຳລາຍການໂຈມຕີຕ່າງໆໂດຍໂດຣນ 21 ລຳຂອງຢູເຄຣນ
ອາເມຍ-ອັບດອລລາຮຽນ ໄດ້ກ່າວວ່າ ອີຣ່ານ ແລະ ປາກິສຖານ “ມີຄວາມເຄົາລົບ” ຕໍ່ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ” ຂອງກັນແລະກັນ
ຈີນ ເຂົ້າໄປສະເໜີໃຫ້ການຊ່ວຍເຫຼືອ ດ້ານກຳລັງຕໍາຫຼວດ ແລະການຝຶກແອບ ໃຫ້ແກ່ປາປົວນິວກີນີ ໃນເດືອນກັນຍາຜ່ານມາ ພ້ອມດ້ວຍອຸປະກອນ ແລະເທັກໂນໂລຈີໃນການຕິດຕາມສອດແນມ
ການກວດກາດ້ານຄວາມໝັ້ນຄົງແຫ່ງລັດຂອງຢູເຄຣນເປີດເຜີຍວ່າ ພວກເຂົາເຈົ້າຄົ້ນພົບເງິນຈໍານວນ 40 ລ້ານໂດລາ ທີ່ໃຊ້ເຂົ້າໃນການຊື້ອາວຸດ ແຕ່ບໍ່ມີການແລກປ່ຽນອາວຸດເຂົ້າມາໃນມື
ໂຫລດຕື່ມອີກ
No live streaming currently available