ບັນດາຜູ້ຊ່ຽວຊານກ່າວວ່າ ພວກເຂົາເຈົ້າມີຄວາມກັງວົນ ທີ່ການສັງຫານດັ່ງກ່າວ ອາດຈະເຮັດໃຫ້ສົງຄາມ ຂະຫຍາຍວົງກວ້າງຂວາງອອກຕື່ມ ຢູ່ໃນພາກຕາເວັນອອກກາງ
ຄ່າຂົນສົ່ງສິນຄ້າ ຈາກເອເຊຍໄປຫາພາກເຫນືອຂອງຢູໂຣບ ເພີ່ມຂຶ້ນຫຼາຍກວ່າສອງເທົ່າ ໃນຊຸມມື້ທີ່ຜ່ານມາ ເນື່ອງຈາກການໂຈມຕີຂອງພວກກະບົດ ຮູຕີ ໃສ່ກຳປັ່ນສິນຄ້າໃນທະເລແດງ ເຮັດໃຫ້ບໍລິສັດຂົນສົ່ງ ຕ້ອງປ່ຽນເສັ້ນທາງການຂົນ ສົ່ງສິນຄ້າ ໄປຜ່ານບໍລິເວນ ພາກໃຕ້ສຸດຂອງອາຟຣິກາ
ຜູ້ນຳຂອງກຸ່ມທະຫານບ້ານໜູນຫຼັງໂດຍອີຣ່ານ ທີ່ພົວພັນກັບການໂຈມຕີກອງກຳລັງສະຫະລັດ ໃນອີຣັກ ຊ້ຳແລ້ວຊ້ຳອີກ ໄດ້ເສຍຊີວິດແລ້ວ, ໂດຍໄດ້ຖືກສັງຫານ ໃນອັນທີ່ເຈົ້າໜ້າທີ່ອາເມຣິກັນ ອະທິບາຍວ່າ ເປັນການໂຈມຕີທາງອາກາດທີ່ແນ່ນອນ ໃນໃຈກາງນະຄອນຫຼວງແບັກແດດ
ສະຫະລັດ ຢືນຢັນວ່າ ມົສກູ ຍິງລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ ເມື່ອໄວໆມານີ້
ບໍ່ດົນຫຼັງຈາກທ່ຽງຄືນ ກະຊວງປ້ອງກັນປະເທດຂອງຣັດເຊຍ ກໍໄດ້ລາຍງານວ່າ ໜ່ວຍປ້ອງກັນໄພທາງອາກາດຂອງຕົນ ໄດ້ຍິງເຮືອບິນບໍ່ມີຄົນຂັບຫຼືໂດຣນຂອງ ຢູເຄຣນ 36 ລຳຕົກ ຢູ່ເທິງນ່ານຟ້າຂອງຄຣາຍເມຍ ຊຶ່ງມົສກູ ໄດ້ເຂົ້າມາຢຶດຄອງ ໃນປີ 2014
ການຢ້ຽມຢາມຕາເວັນອອກກາງຄັ້ງທີ 4 ຂອງທ່ານ ບລິງເກັນ ນັບຕັ້ງແຕ່ວັນທີ 7 ຕຸລາ ມີຂຶ້ນໃນຂະນະທີ່ສົງຄາມ ລະຫວ່າງອິສຣາແອລ ກັບພວກຫົວຮຸນແຮງ ຮາມາສ ກ້າວເຂົ້າ 3 ເດືອນ
ຫຼັງຈາກສະຫະລັດ ແລະພັນທະມິດ ໄດ້ອອກຄຳເຕືອນ ພວກຫົວຮຸນແຮງທີ່ອີຣ່ານໜຸນຫຼັງ ກໍໄດ້ສົ່ງໂດຣນທະເລ ເຂົ້າໄປໃນເສັ້ນທາງເດີນເຮືອ ຢູ່ທະເລແດງ ສະຫະລັດໄດ້ກ່າວ
ແຜນການໃໝ່ນີ້ ມີຂຶ້ນໃນຂະນະທີ່ນາໆຊາດພວມກົດດັນ ໃຫ້ຫັນໄປສູ່ການສູ້ລົບ ທີ່ຂຸ້ນຂ້ຽວໜ້ອຍລົງ
ເຫດລະເບິດເກີດຂຶ້ນຢູ່ພິທີໄວ້ອາໄລ ໃຫ້ແກ່ນາຍພົນກາສແຊມ ຊູເລມານີ ຈາກກຳລັງພິທັກປະຕິວັດ ທີ່ໄດ້ຖືກສັງຫານເມື່ອ 4 ປີກ່ອນ ດ້ວຍການໂຈມຕີຂອງເຮືອບິນບໍ່ມີຄົນຂັບ ຫຼືໂດຣນສະຫະລັດ
ອີຣ່ານ ກ່າວໃນວັນພຸດວານນີ້ວ່າ ມີຜູ້ເສຍຊີວິດ 95 ຄົນ ແລະໄດ້ຮັບບາດເຈັບອີກຫຼາຍສິບຄົນ ໃນເຫດລະເບີດ ທີ່ສັ່ນສະເທືອນ ອະນຸສອນສະຖານຂອງນາຍພົນຜູ້ມີຊື່ສຽງຂອງອີຣ່ານ ທີ່ໄດ້ເສຍຊີວິດໃນການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງສະຫະລັດ ໃນປີ 2020
ສະພາຄວາມໝັ້ນຄົງສະຫະປະຊາຊາດ ພາກັນຈັດກອງປະຊຸມຫາລືສຸກເສີນ
ອາຟຣິກາໃຕ້ ຕ້ອງການໃຫ້ສານອາຍາສາກົນ ອອກຄໍາສັ່ງໃຫ້ ອິສຣາແອລ ຍຸຕິການເຄື່ອນໄຫວທາງທະຫານຢູ່ຂົງເຂດກາຊາວຢ່າງຮີບດ່ວນ
ໂຫລດຕື່ມອີກ
No live streaming currently available