ໂຕແທນຂອງອີຣ່ານ ໄດ້ເພີ້ມທະວີການໂຈມຕີ ຕໍ່ກຳລັງສະຫະລັດ ໃນອີຣັກ ແລະຊີເຣຍ ຂະນະທີ່ພວກກະບົດຮູຕີ ໃນເຢເມນ ກໍຍິງລູກສອນໄຟໂຈມຕີ ຕໍ່ກຳປັ່ນລົບສະຫະລັດ ແລະກຳປັ່ນບັນທຸກສິນຄ້າ
ບັນດານັກສຶກສາ ຍັງຄົງພາກັນເດີນທາງມາຮຽນຢູ່ສະຫະລັດ ແລະຈໍານວນໂຕເລກຂອງຄົນເຂົ້າເມືອງເພີ້ມຂຶ້ນໃນປີ 2023, ເຖິງແມ່ນຈະເຕັມໄປດ້ວຍຄວາມກັງວົນກ່ຽວກັບຄວາມຄຽດຊັງຄົນເອເຊຍກໍຕາມ
ຜູ້ຕ້ອງສົງໄສ ເປັນນັກສຶກສາຊາຍອາຍຸ 24 ປີ, ແລະຍັງຖືກສົງໄສກ່ຽວກັບການເສຍຊີວິດຂອງພໍ່ລາວ
ເຈົ້າໜ້າທີ່ອົງການອະນາໄມໂລກກ່າວເຕືອນວ່າ ວິກິດການດ້ານມະນຸດສະທຳ ແລະສຸຂະພາບທີ່ພວມເກີດຂຶ້ນຢູ່ໃນເຂດກາຊາ ແມ່ນເປັນລະເບີດເວລາທີ່ຈະພາໃຫ້ມີຜູ້ເສຍຊີວິດຈຳນວນຫຼາຍຈາກຄວາມອຶດຫິວ, ການຂາດນໍ້າ ແລະການລະບາດຂອງພະຍາດຕິດແປດ.
ເຈົ້າໜ້າທີ່ກ່າວວ່າ ນະຄອນຫຼວງ ກີຢິບ ຂອງຢູເຄຣນ ໄດ້ຖືກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຫຼືໂດຣນຂອງຣັດເຊຍ ເປັນຈຳນວນຫຼວງຫຼາຍ ໃນຕອນເຊົ້າຂອງວັນສຸກມື້ນີ້, ເຮັດໃຫ້ຢ່າງໜ້ອຍສອງຄົນໄດ້ຮັບບາດເຈັບ ໃນການໂຈມຕີ ຄັ້ງທີ 6 ໃສ່ເມືອງດັ່ງກ່າວໃນເດືອນນີ້.
ການລົງຄະແນນສຽງຂອງອົງການສະຫະປະຊາຊາດ ກ່ຽວກັບການແກ້ໄຂການຊ່ວຍເຫຼືອ ຍັງຄົງລໍຖ້າການດໍາເນີນງານ ລຸນຫຼັງຜ່ານມາເປັນເວລາຫຼາຍມື້
ສະມາຊິກສະພາສະຫະລັດ ຈະເຮັດວຽກໃນລະຫວ່າງ ວັນພັກບຸນຄຣິສມັສ ອາທິດໜ້າ, ເພື່ອພະຍາຍາມເຈລະຈາ ກ່ຽວກັບຂໍ້ຕົກລົງເລື້ອງຄວາມໝັ້ນຄົງຊາຍແດນສຳລັບແລກປ່ຽນກັບ ການລົງຄະແນນສຽງຂອງພັກຣີພັບບລີກັນເພື່ອສົ່ງການຊ່ວຍເຫຼືອເພີ້ມຕື່ມໄປໃຫ້ແກ່ຢູເຄຣນ
ບັນດາເຈົ້າໜ້າທີ່ຢູເຄຣນ ກ່າວວ່າ ການໂຈມຕີທາງອາກາດຂອງຣັດເຊຍ ໃສ່ເມືອງເຄີຊອນ ເຮັດໃຫ້ 9 ຄົນໄດ້ຮັບບາດເຈັບ ຮວມທັງເດັກນ້ອຍອີກ 4 ຄົນ
ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໄດ້ເລື່ອນການລົງຄະແນນສຽງ ໃນວັນພຸດວານນີ້ ເພື່ອຂໍການສະໜັບສະໜຸນ ຈາກສະຫະລັດ ໃນມະຕິທີ່ຊອກຫາວິທີອຳນວຍຄວາມສະດວກ ໃນການຂະຫຍາຍຂະໜາດ ການຈັດສົ່ງຄວາມຊ່ວຍເຫຼືອໄປທີ່ເຂດກາຊາ ຊຶ່ງອົງການອາຫານໂລກກ່າວວ່າ ປະຊາກອນ ເຄິ່ງນຶ່ງກຳລັງອຶດຫິວ ທ່າມກາງການໂຈມຕີທາງທະຫານຂອງອິສຣາແອລ
ປາກິສຖານກ່າວຫາວ່າ ພວກຫົວຮຸນແຮງຕໍ່ຕ້ານລັດຖະບານ ໄດ້ໃຊ້ອາວຸດທີ່ສະຫະລັດປະໄວ້ ທຳການໂຈມຕີຂ້າມຊາຍແດນເພີ້ມຂຶ້ນ
ນຶ່ງໃນຂໍ້ສະເໜີທີ່ໄດ້ຮັບການພິຈາລະນາແມ່ນວ່າ ຈະເສີມສ້າງບັນດາສະມາຊິກກອງກຳລັງຮັກສາຄວາມປອດໄພຂອງ PA ຢູ່ໃນກາຊາ ເພື່ອສ້າງຕັ້ງໃຫ້ເປັນ “ກຸ່ມກ້ອນທີ່ໜຽວແໜ້ນ” ຂອງກອງກຳລັງຮັກສາສັນຕິພາບ ຢ່າງກວ້າງຂວາງ ພາຍຫຼັງສົງຄາມ
ກອງທັບອອສເຕຣເລຍ ໄດ້ດໍາເນີນການຊ່ວຍເຫຼືອປະຊາຊົນຫຼາຍຮ້ອຍຄົນ
ໂຫລດຕື່ມອີກ
No live streaming currently available