ແຫຼ່ງຂ່າວທີ່ໃກ້ຊິດກັບກຸ່ມເຮສໂລລາ ໄດ້ກ່າວຕໍ່ນັກຂ່າວຂອງອົງການຂ່າວ ເອແອັຟພີ ໃນຂົງເຂດ ບາອາລເບັກ ທາງພາກຕາເວັນອອກຂອງເລບານອນ ວ່າ ການໂຈມຕີທາງອາກາດໄດ້ແນເປົ້າໃສ່ເມືອງ ຈານຕາ ແລະ ຊີຟຣີ ໃນຮ່ອມພູ ເບກາ, ຕັ້ງຢູ່ຫ່າງຈາກເຂດແນວໜ້າຂອງອິສຣາແອລ ປະມານ 80 ກິໂລແມັດ
ຄວາມເສຍຫາຍທັງໝົດຈາກນ້ຳຖ້ວມໃນພາກພື້ນ ໂອເຣັນເບີກ ແມ່ນຄາດວ່າ ຈະສູງເຖິງ 227 ລ້ານໂດລາ, ລັດຖະບານໃນພາກພື້ນ ໄດ້ກ່າວໃນວັນອາທິດວານນີ້
ກອງທັບອາກາດຢູເຄຣນກ່າວວ່າ ຣັດເຊຍໄດ້ໂຈມຕີດ້ວຍໂດຣນທັງໝົດ 24 ລຳ, ໂດຣນ 17 ລໍາ ທີ່ຖືກສະກັດກັ້ນ ໄດ້ຖືກທໍາລາຍໃນຂົງເຂດເມືອງໂອເດຊາ, ມິໂຄລາອີບ, ຄິໂຣໂວຣາດ, ຄເມລນີສກີ ແລະ ຊີໂຕເມຍ
ອັດຕາການປະຕິເສດວີຊາ ແມ່ນສູງກວ່າບ່ອນອື່ນໆ ຢູ່ໃນພາກພື້ນຕາເວັນອອກກາງ, ອາເມຣິກາໃຕ້ ແລະ ອາຟຣິກາ
ປັດຈຸບັນ ຈໍານວນຜູ້ເສຍຊີວິດ ລວມມີພະນັກງານຊ່ວຍເຫຼືອຊາວອາເມຣິກັນເຊື້ອສາຍການາດາ
ເຈົ້າໜ້າທີ່ຢູເຄຣນ ກ່າວໃນວັນພະຫັດມື້ນີ້ວ່າ ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ໃນຊ່ວງຂ້າມຄືນ ໄດ້ສັງຫານຢ່າງໜ້ອຍ 4 ຄົນ ແລະເຮັດໃຫ້ມີຜູ້ໄດ້ຮັບບາດເຈັບອີກ 10 ຄົນ ໃນເມືອງ ຄາກີຟ ທາງພາກຕາເວັນອອກຂອງປະເທດ
ທ່ານນາງເວົ້າວ່າ “ການປະຕິເສດບໍ່ໃຫ້ເຂົ້າເຖິງການຊ່ວຍເຫຼືອດ້ານມະນຸດສະທຳ ແກ່ພວກເດັກນ້ອຍ ແລະການໂຈມຕີຕໍ່ພວກຄົນງານດ້ານມະນຸດສະທຳທີ່ໃຫ້ ການຊ່ວຍເຫຼືອພວກເດັກນ້ອຍ ຍັງເປັນການຖືກຫ້າມພາຍໃຕ້ກົດໝາຍດ້ານມະ ນຸດສະທຳສາກົນ”
ຜູ້ນຳສະຫະລັດກ່າວວ່າ ອິສຣາແອລ 'ບໍ່ໄດ້ດໍາເນີນງານພຽງພໍເພື່ອປົກປ້ອງພວກພະນັກງານຊ່ວຍເຫຼືອ ທີ່ພະຍາຍາມນໍາສົ່ງຄວາມຊ່ວຍເຫຼືອທີ່ຈຳເປັນຢ່າງຍິ່ງໃຫ້ແກ່ພົນລະເຮືອນ'
ທ່ານ ເຊເລັນສກີ ໄດ້ເຊັນລົງນາມໃນການຫຼຸດອາຍຸຂອງຜູ້ເຂົ້າຮັບໜ້າທີ່ທະຫານລົງ ຈາກ 27 ປີ ມາເປັນ 25 ປີ
ສຽງປືນໄດ້ດັງຂຶ້ນໃນວັນຈັນວານນີ້ ທີ່ເມືອງ ພອດ-ໂອ-ພຣິນສ໌ (Port-au-Prince) ໃກ້ກັບທຳນຽບປະທານາທິບໍດີແຫ່ງຊາດ ຖືເປັນເຫດການທີ່ຮຸນແຮງຄັ້ງຫຼ້າສຸດ ທີ່ເຮັດໃຫ້ເກີດຄວາມຮຸນແຮງໃນເຮຕີ
ຄວາມຮຸນແຮງຂອງແກັ່ງອັນຕະພານທີ່ເພີ້ມຂຶ້ນ ໄດ້ແຜ່ຂະຫຍາຍຢູ່ເຮຕີ ໃນເດືອນນີ້ ແລະກໄດ້ແຜ່ລາມໄປເຖິງບາງສ່ວນຂອງນະຄອນຫຼວງ, ພອດ-ໂອ-ພຣິນສ໌, ເຊິ່ງເປັນບ່ອນທີ່ຕັ້ງຂອງສະຖາບັນທີ່ພົ້ນເດັ່ນທີ່ສຸດຈຳນວນນຶ່ງ
ການໂຈມຕີດັ່ງກ່າວ ໄດ້ສັງຫານປະຊາຊົນຫຼາຍຄົນ ລວມທັງທີ່ປຶກສາທາງທະຫານຂອງອີຣ່ານ
ໂຫລດຕື່ມອີກ
No live streaming currently available