ສະຫະພາບຢູໂຣບ ບໍ່ປະສົບຜົນສຳເລັດ ໃນການຕົກລົງ ກ່ຽວກັບການຊ່ວຍເຫຼືອດ້ານການເງິນ 54 ຕື້ໂດລາ ທີ່ຢູເຄຣນຕ້ອງການຢ່າງຍິ່ງ ໃນການຢູ່ລອດ, ເຖິງແມ່ນວ່າກຸ່ມດັ່ງກ່າວ ໄດ້ຕັດສິນໃຈເປີດການເຈລະຈາ ເຂົ້າເປັນສະມາຊິກກັບປະເທດທີ່ໄດ້ຮັບຄວາມເສຍຫາຍຈາກສົງຄາມກໍຕາມ
ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ກ່າວໃນວັນພະຫັດວານນີ້ວ່າ ຈະມີສັນຕິພາບໃນຢູເຄຣນ ກໍຕໍ່ເມື່ອປະເທດຂອງທ່ານບັນລຸເປົ້າໝາຍ ແລະເປົ້າໝາຍເຫລົ່ານັ້ນ ຍັງບໍ່ມີການປ່ຽນແປງ
ບຸກຄົນດັ່ງກ່າວປະເຊີນກັບການຫ້າມເດີນທາງ ເຊັ່ນດຽວກັບການກັກຊັບສິນກ່ຽວກັບການກ່າວຫາວ່າ ວາງແຜນທີ່ຈະສັງຫານພົນລະເຮືອນຢູ່ໃນດິນແດນຂອງສະຫະລາດຊະອານາຈັກ
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທຳນຽບຂາວ ຢ້ຽມຢາມອິສຣາແອລ ເພື່ອຫາລືກ່ຽວກັບສົງຄາມຢູ່ທີ່ນັ້ນ
ກຸ່ມປົກປ້ອງສິດທິມະນຸດຕ່າງໆກ່າວວ່າ ຈຳນວນການເສຍຊີວິດ ຂອງຊາວປາແລັສໄຕນ໌ ທີ່ເກີດຍ້ອນພວກຕັ້ງຖິ່ນຖານ ໄດ້ສູງຂຶ້ນເປັນສອງເທົ່າ ນັບຕັ້ງແຕ່ສົງຄາມຕໍ່ຕ້ານຮາມາສ ຂອງອິສຣາແອລ ໄດ້ເລີ້ມຂຶ້ນໃນເດືອນຕຸລາ
ທ່ານ ໄບເດັນ ກ່າວວ່າ ເປັນບາດກ້າວສຳຄັນເພື່ອມຸ່ງໄປສູ່ເປົ້າໝາຍດ້ານດິນຟ້າອາກາດ
ກຸ່ມລັກເຈາະຂໍ້ມູນ ໂຊລເຊັບຢອກ ໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີທາງສື່ສັງຄົມເຕເລກຣາມ, ບ່ອນທີ່ມັນຍັງໄດ້ໂພສຮູບຫນ້າຈໍທີ່ສະແດງວິທີເຂົ້າເຖິງເຄືອຂ່າຍບໍລິການຂອງ ກີຢິບສຕາ
ກອງທັບອາກາດຂອງຢູເຄຣນ ໄດ້ກ່າວວ່າ ຕົນໄດ້ຍິງໂດຣນ 41 ລຳ ໃນຈຳ ນວນ 42 ລຳ ຕົກ ເຊິ່ງໄດ້ສົ່ງເຂົ້າມາໂດຍກອງກຳລັງຂອງຣັດເຊຍ ສ່ວນຫຼາຍຖືກຍິງຕົກ ຢູ່ໃນຂົງເຂດໂອເດຊາ ທາງພາກໃຕ້ຂອງຢູເຄຣນ.
ທ່ານ ເຄີບີ ໄດ້ກ່າວວ່າ “ນັ້ນແມ່ນເປົ້າໝາຍຂອງພວກເຮົາ, ແລະ ອິສຣາແອລ ເວົ້າວ່າມັນແມ່ນເປົ້າໝາຍຂອງເຂົາເຈົ້າ, ແຕ່ມັນແມ່ນຜົນທີ່ອອກມາທີ່ຖືກນັບ”
ກອງທັບອາກາດຂອງຢູເຄຣນ ໄດ້ກ່າວວ່າ ການປ້ອງກັນທາງອາກາດຂອງປະ ເທດ ສາມາດຍິງລູກສອນໄຟຂີປະນາວຸດທັງໝົດ 10 ລູກ ທີ່ຍິງມາໂດຍຣັດເຊຍ ຕົກ
ປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວຖະແຫລງໂຕ້ແຍ້ງຢ່າງເປີດເຜີຍຕໍ່ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນທັນຢາຮູ ໃນວັນອັງຄານວານນີ້ ເຖິງຢ່າງນັ້ນກໍຕາມ ທ່ານກໍຍັງໃຫ້ການສະໜັບສະໜຸນ ແກ່ອິສຣາແອລຢ່າງແຂງຂັນຢູ່
ບັນດາຜູ້ແທນຈາກເກືອບ 200 ປະເທດ ໄດ້ຕົກລົງເຫັນດີ ໃນວັນພຸດວານນີ້ ທີ່ກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດໃນ ນະຄອນດູໄບ ເພື່ອຫັນປ່ຽນອອກຈາກການນໍາໃຊ້ນ້ຳມັນເຊື້ອໄຟທີ່ມາຈາກຊາກພືດແລະສັດດຶກດຳບັນ ຫຼືເຊື້ອໄຟຟອສຊີລ
ໂຫລດຕື່ມອີກ
No live streaming currently available