ເຈົ້າໜ້າທີ່ກ່າວວ່າ ນະຄອນຫຼວງ ກີຢິບ ຂອງຢູເຄຣນ ໄດ້ຖືກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຫຼືໂດຣນຂອງຣັດເຊຍ ເປັນຈຳນວນຫຼວງຫຼາຍ ໃນຕອນເຊົ້າຂອງວັນສຸກມື້ນີ້, ເຮັດໃຫ້ຢ່າງໜ້ອຍສອງຄົນໄດ້ຮັບບາດເຈັບ ໃນການໂຈມຕີ ຄັ້ງທີ 6 ໃສ່ເມືອງດັ່ງກ່າວໃນເດືອນນີ້.
ການລົງຄະແນນສຽງຂອງອົງການສະຫະປະຊາຊາດ ກ່ຽວກັບການແກ້ໄຂການຊ່ວຍເຫຼືອ ຍັງຄົງລໍຖ້າການດໍາເນີນງານ ລຸນຫຼັງຜ່ານມາເປັນເວລາຫຼາຍມື້
ສະມາຊິກສະພາສະຫະລັດ ຈະເຮັດວຽກໃນລະຫວ່າງ ວັນພັກບຸນຄຣິສມັສ ອາທິດໜ້າ, ເພື່ອພະຍາຍາມເຈລະຈາ ກ່ຽວກັບຂໍ້ຕົກລົງເລື້ອງຄວາມໝັ້ນຄົງຊາຍແດນສຳລັບແລກປ່ຽນກັບ ການລົງຄະແນນສຽງຂອງພັກຣີພັບບລີກັນເພື່ອສົ່ງການຊ່ວຍເຫຼືອເພີ້ມຕື່ມໄປໃຫ້ແກ່ຢູເຄຣນ
ບັນດາເຈົ້າໜ້າທີ່ຢູເຄຣນ ກ່າວວ່າ ການໂຈມຕີທາງອາກາດຂອງຣັດເຊຍ ໃສ່ເມືອງເຄີຊອນ ເຮັດໃຫ້ 9 ຄົນໄດ້ຮັບບາດເຈັບ ຮວມທັງເດັກນ້ອຍອີກ 4 ຄົນ
ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໄດ້ເລື່ອນການລົງຄະແນນສຽງ ໃນວັນພຸດວານນີ້ ເພື່ອຂໍການສະໜັບສະໜຸນ ຈາກສະຫະລັດ ໃນມະຕິທີ່ຊອກຫາວິທີອຳນວຍຄວາມສະດວກ ໃນການຂະຫຍາຍຂະໜາດ ການຈັດສົ່ງຄວາມຊ່ວຍເຫຼືອໄປທີ່ເຂດກາຊາ ຊຶ່ງອົງການອາຫານໂລກກ່າວວ່າ ປະຊາກອນ ເຄິ່ງນຶ່ງກຳລັງອຶດຫິວ ທ່າມກາງການໂຈມຕີທາງທະຫານຂອງອິສຣາແອລ
ປາກິສຖານກ່າວຫາວ່າ ພວກຫົວຮຸນແຮງຕໍ່ຕ້ານລັດຖະບານ ໄດ້ໃຊ້ອາວຸດທີ່ສະຫະລັດປະໄວ້ ທຳການໂຈມຕີຂ້າມຊາຍແດນເພີ້ມຂຶ້ນ
ນຶ່ງໃນຂໍ້ສະເໜີທີ່ໄດ້ຮັບການພິຈາລະນາແມ່ນວ່າ ຈະເສີມສ້າງບັນດາສະມາຊິກກອງກຳລັງຮັກສາຄວາມປອດໄພຂອງ PA ຢູ່ໃນກາຊາ ເພື່ອສ້າງຕັ້ງໃຫ້ເປັນ “ກຸ່ມກ້ອນທີ່ໜຽວແໜ້ນ” ຂອງກອງກຳລັງຮັກສາສັນຕິພາບ ຢ່າງກວ້າງຂວາງ ພາຍຫຼັງສົງຄາມ
ກອງທັບອອສເຕຣເລຍ ໄດ້ດໍາເນີນການຊ່ວຍເຫຼືອປະຊາຊົນຫຼາຍຮ້ອຍຄົນ
ທ່ານໂວໂລດີເມຍ ເຊເລັນສກີ ກ່າວວ່າ ການຊັກຊ້າ ກ່ຽວກັບການແລກປ່ຽນນັກໂທດກັບມົສກູ ຫວ່າງມໍ່ໆມານີ້ ເນື່ອງຈາກ 'ເຫດຜົນ' ທີ່ບໍ່ໄດ້ລະບຸຂອງຝ່າຍ ຣັດເຊຍ
ອະດີດທະຫານຣັດເຊຍຄົນນຶ່ງ ໄດ້ຂໍລີ້ໄພຢູ່ໃນປະເທດເນເທີແລນ ແລະຕ້ອງ ການເປັນພະຍານຢູ່ສານອາຍາສາກົນ (ICC) ກ່ຽວກັບອາຊະຍາກຳສົງຄາມໂດຍຣັດເຊຍ ທີ່ລາວໄດ້ເຫັນໃນຂະນະທີ່ກຳລັງສູ້ລົບຢູ່ໃນຢູເຄຣນ, ແຫຼ່ງຂ່າວທາງກົດໝາຍຂອງເນເທີແລນ ກ່າວຕໍ່ ອົງການຂ່າວ ຣອຍເຕີສ໌ ໃນວັນອັງຄານວານນີ້
ກອງທັບ ຢູເຄຣນ ໄດ້ກ່າວວ່າ ລະບົບປ້ອງກັນໄພທາງອາກາດຂອງ ຢູເຄຣນ ໄດ້ຍິງໂດຣນຕົກ 18 ຈາກ 19 ລຳ
ໃນນະຄອນນິວຢອກ ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ເລື່ອນການລົງຄະແນນສຽງຕໍ່ຍັດຕິທີ່ຮຽກຮ້ອງໃຫ້ຢຸດການສູ້ລົບໄວ້ຊົ່ວຄາວເພື່ອອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງການຊ່ອຍເຫຼືອຂະໜາດໃຫຍ່ໄປໃຫ້ພົນລະເມືອງກາຊາ ທີ່ຕ້ອງການອາຫານ ນ້ຳ ແລະຢາ ຢ່າງຮີບດ່ວນ
ໂຫລດຕື່ມອີກ
No live streaming currently available