ໃນຄວາມພະຍາມ ເພື່ອປ້ອງກັນບໍ່ໃຫ້ຣັດເຊຍ ຮັກສາຍຸດໂທປະກອນຂອງຕົນ ສະຫະພາບຢູໂຣບ ນຳສະເໜີອັນທີ່ເອີ້ນວ່າ “ມາດຕະການບໍ່ຕໍ່ຣັດເຊຍ ຫຼື No Russia clause” ທີ່ຫ້າມພວກບໍລິສັດສົ່ງອອກຂອງອີຢູ ເຮັດສັນຍາໃດໆໃນການສົ່ງອອກຄືນໃໝ່ເຄື່ອງຂອງໃດໆໄປຍັງຣັດເຊຍ ທີ່ມີຢູ່ໃນບັນຊີຂອງ “ສິນຄ້າທີ່ລໍ່ແຫຼມ ແລະດ້ານເທັກໂນໂລຈີ”
ກອງກຳລັງອິສຣາແອລ ແລະກຸ່ມຫົວຮຸນແຮງຮາມາສ ໄດ້ສູ້ລົບກັນຢ່າງດຸເດືອດໃນວັນອັງຄານມື້ນີ້ ທີ່ເມືອງຄານ ຢູນິສ, ເມືອງທີ່ໃຫຍ່ອັນດັບສອງຂອງເຂດກາຊາ, ໃນຂະນະທີ່ເຈົ້າໜ້າທີ່ສາທາລະນະສຸກເຂດກາຊາ ລາຍງານການໂຈມຕີທາງອາກາດທີ່ຮ້າຍແຮງ ຂອງອິສຣາແອລ ໃກ້ໆຊາຍແດນອີຈິບ
“ພວກເຮົາໄດ້ຮັບຂໍ້ມູນລັບຢ່າງຫຼວງຫຼາຍຈາກຜູ້ທີ່ຖືກພວກເຮົາຈັບ, ພວກເຮົາມີຫຼາຍກວ່າພັນຄົນແລ້ວ”
ຢູເຄຣນ ແລະຄະນະກຳມາທິການຢູໂຣບ ຈະປະເມີນຄວາມຄືບໜ້າໃນໄວໆນີ້ ທີ່ ກີຢິບ ໄດ້ດຳເນີນການປັບລະບຽບກົດໝາຍຂອງຕົນ ໃຫ້ສອດຄ່ອງກັບສະ ຫະພາບຢູໂຣບ ແລະຈະສ້າງກອບສຳລັບການເຈລະຈາການເຂົ້າເປັນສະມາຊິກຂອງສະຫະພາບຢູໂຣບ ເຊິ່ງຄາດວ່າ ຈະເກີດຂຶ້ນໃນປີໜ້າ
ອີງຕາມຂໍ້ຄວາມໃນໜ້າອິນສຕາແກຣມຂອງທ່ານນາງ ນີ້ຈະເປັນການພິຈາລະນາຄະດີຄັ້ງທຳອິດຂອງທ່ານນາງ ນັບຕັ້ງແຕ່ການມອບລາງວັນໂນເບລຂະແໜງສັນຕິພາບໃນປີນີ້ໃຫ້ແກ່ທ່ານນາງ
ກອງກຳລັງອິສຣາແອລ ທີ່ກຳລັງຕໍ່ສູ້ກັບກຸ່ມຮາມາສ ກ່າວວ່າ ພວກເຂົາໄດ້ຄົ້ນພົບອຸໂມງຊີມັງ ແລະໂຄງເຫຼັກ ທີ່ໃຫຍ່ຜິດປົກກະຕິ, ເຊິ່ງອອກແບບມາເພື່ອນຳເອົາລົດບັນທຸກທີ່ລຳລຽງພວກນັກລົບຫົວຮຸນແຮງຈາກເຂດກາຊາໄປທີ່ຊາຍແດນ
ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ສະໜັບສະໜູນມະຕິ ທີ່ຄ້າຍຄືກັນນີ້ ຢ່າງຖ້ວມລົ້ມບໍ່ດົນຫຼັງຈາກນັ້ນ, ແຕ່ມະຕິຂອງເຂົາເຈົ້າ ແມ່ນບໍ່ມີຂໍ້ຜູກມັດ
ອີງຕາມການຢັ່ງຫາງສຽງແລ້ວ ອະດີດນາຍົກລັດຖະມົນຕີອິມຣານ ຄານ ຍັງເປັນນັກການເມືອງ ທີ່ໄດ້ຮັບຄວາມນິຍົມສູງສຸດ ແລະພັກຂອງທ່ານ ຍັງເປັນກຳລັງທາງການເມືອງ ທີ່ສຳຄັນ
ເອັສວາທີນີ ຊຶ່ງຮູ້ກັນໃນອີກຊື່ນຶ່ງວ່າ ສວາຊີແລນ ຍັງສືບຕໍ່ວິ່ງເຕັ້ນ ເພື່ອໃຫ້ສາກົນຮັບຮູ້ໄຕ້ຫວັນ
ປີທີ່ວຸ້ນວາຍສັບສົນໃນສາຍພົວພັນລະຫວ່າງສະຫະລັດ ແລະຈີນ ໄດ້ສິ້ນສຸດລົງດ້ວຍການເຈລະຈາລະຫວ່າງຜູ້ນຳຂອງສອງປະເທດ ຢູ່ນອກກອງປະຊຸມສຸດຍອດ APEC ທີ່ນະຄອນ ແຊນ ແຟຣນຊິສໂກ ໃນເດືອນພະຈິກ
ຟິນແລນ ກາຍມາເປັນສະມາຊິກທີ 31 ຂອງອົງການ NATO ໃນປີ 2023, ແຕ່ໜັງສືສະໝັກຂອງສະວີເດັນ ຍັງຄົງຖືກໂຈະໄວ້ໂດຍ ເທີກີ
ນັກວິຈານກ່າວວ່າ ຂໍ້ຕົກລົງດັ່ງກ່າວ ມີຊ່ອງຫວ່າງຫຼວງຫຼາຍທີ່ຈະອະນຸຍາດໃຫ້ຫຼາຍປະເທດ ເຜົາໄໝ້ຖ່ານຫິນ, ນໍ້າມັນ ແລະ ອາຍແກັສ
ໂຫລດຕື່ມອີກ
No live streaming currently available