ອົງການ UKMTO ລາຍງານອີກວ່າ ເຫດການນີ້ ເກີດຂຶ້ນຢູ່ປະມານ 110 ກິໂລແມັດທາງທິດເໜືອຂອງປະເທດຈີບູຕີ, ແລະວ່າ ພວກລູກເຮືອແມ່ນປອດໄພ ແລະກຳປັ່ນກໍໄດ້ເດີນທາງຕໍ່ ໄປຍັງທ່າເຮືອຕາມກຳນົ
ການຢ້ຽມຢາມ ບຣາຊິລ ແລະ ອາເຈັນຕີນາ ຂອງທ່ານ ບລິງເຄັນ ຈະເປັນຄັ້ງທຳອິດຂອງທູດລະດັບສູງ ສະຫະລັດ
ຫົວໜ້ານະໂຍບາຍການຕ່າງປະເທດສະຫະພາບຢູໂຣບ ທ່ານ ໂຈເຊັບ ບໍແຣລ ໄດ້ສະແດງຄຳເຫັນທີ່ຄ້າຍຄືກັນໃນຂໍ້ຄວາມທີ່ເອົາລົງໃນສື່ສັງຄົມ X ເມື່ອວັນຈັນວານນີ້
ເກົາຫຼີ ເໜືອ ແລະ ຣັດເຊຍ ໄດ້ຜັກດັນການຮ່ວມມືກັນຢ່າງຫຼວງຫຼາຍ ນັບຕັ້ງແຕ່ ທ່ານ ກິມ ແລະ ທ່ານ ປູຕິນ ໄດ້ພົບປະກັນໃນປີແລ້ວນີ້
ລຸນຫຼັງການເສຍຊີວິດຂອງ ທ່ານອາເລັກເຊ ນາວາລນີ ໃນຂະນະຖືກຄຸມຂັງໂດຍ ຣັດເຊຍ, ບັນດາຜູ້ນໍາໂລກ ແລະຜູ້ຮ່ວມໄວ້ອາໄລ ໄດ້ສະແດງຄວາມເຈັບປວດ ແລະ ເສົ້າໂສກ ອອກມາ
ກອງທັບຢູເຄຣນ ໄດ້ລາຍງານການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ໃນວັນອັງຄານມື້ນີ້ ໃນຂະນະທີ່ໄດ້ມີແຮງກົດດັນຕໍ່ການລົງໂທດຄັ້ງໃໝ່ຕໍ່ຣັດເຊຍ ຫລັງຈາກການຕາຍຂອງຜູ້ນໍາຝ່າຍຄ້ານທີ່ຖືກຄຸມຂັງ ທ່ານອາເລັກເຊ ນາວາລນີ (Alexey Navalny)
ກອງທັບອິສຣາແອລ ໃນວັນອັງຄານມື້ນີ້ ໄດ້ລາຍງານການສູ້ລົບກັນຢ່າງໜັກໜ່ວງ ຢູ່ໃນພື້ນທີ່ເມືອງຄານ ຢູນິສ ຂອງເຂດກາຊາ ໃນຂະນະທີ່ສະພາຄວາມໝັ້ນຄົງ ສປຊ ກຽມລົງຄະແນນສຽງຕໍ່ມະຕິສະບັບນຶ່ງ ທີ່ຮ່າງໂດຍອາລຈີເຣຍ ທີ່ຮຽກຮ້ອງໃຫ້ມີການຢຸດຍິງໃນທັນທີ, ເພີ້ມຂະຫຍາຍການເຂົ້າເຖິງການຊ່ວຍເຫຼືອ ແລະປະຕິເສດການບັງຄັບ ໃຫ້ຊາວປາແລສໄຕນ໌ ຍົກຍ້າຍອອກໄປ
ຢູ່ໃນຖະແຫຼງການ ກຸ່ມຕາລີບານກ່າວວ່າ ເງື່ອນໄຂໃນການເຂົ້າຮ່ວມ ກອງປະຊຸມລະຫວ່າງປະເທດ ແມ່ນຍັງບໍ່ພຽງພໍຕາມທີ່ຕ້ອງການ
ທ່ານ ກິຊິດະ ກ່າວວ່າ 'ການສົ່ງເສີມການຟື້ນຟູເສດຖະກິດຄືນໃໝ່ ບໍ່ພຽງແຕ່ເປັນການລົງທຶນສໍາລັບອະນາຄົດຂອງຢູເຄຣນເທົ່ານັ້ນ, ແຕ່ຍັງເປັນການລົງທຶນຢູ່ໃນຍີ່ປຸ່ນ ແລະໃນທົ່ວໂລກອີກດ້ວຍ'
ຈີນ ເວົ້າວ່າເຂົາເຈົ້າແມ່ນບໍ່ເຂົ້າຂ້າງໃຜໃນບັນຫາຂັດແຍ້ງ ຢູເຄຣນ ແຕ່ຖືກຕຳໜິວິຈານສຳລັບການປະຕິເສດທີ່ຈະກ່າວປະນາມ ມົສກູ ສຳລັບການໂຈມຕີຂອງພວກເຂົາ.
ກອງກຳລັງສະຫະລັດ ໃນທະເລແດງ “ປະສົບຜົນສຳເລັດໃນການໂຈມຕີ ປ້ອງກັນຕົນເອງ 5 ຄັ້ງ” ເພື່ອສະກັດກັ້ນການໂຈມຕີທາງບົກ ແລະທາງທະເລ ຈາກເຂດທີ່ຄວບຄຸມໂດຍກຸ່ມຮູຕີ ຂອງເຢເມນ, ທຳນຽບຫ້າແຈ ກ່າວໃນວັນອາທິດ ວານນີ້, ອີງຕາມອົງການຂ່າວເອເອັຟພີ.
ບັນດານັກວິຈານດ້ານການເມືອງຕໍ່ວັງເຄຣັມລິນ, ນັກສືບຝ່າຍກົງກັນຂ້າມ ແລະ ນັກຂ່າວສືບສວນສອບສວນໄດ້ຖືກຂ້າຕາຍ ຫຼື ທຳຮ້າຍຮ່າງກາຍໃນຫຼາຍຮູບແບບ
ໂຫລດຕື່ມອີກ
No live streaming currently available