ໂຄສົກກະຊວງການຕ່າງປະເທດ ທ່ານ ແມັດທິວ ມິລເລີ ໄດ້ກ່າວວ່າມາດຕະການຫ້າມນີ້ອາດມີຜົນກະທົບຕໍ່ “ຫຼາຍສິບ” ຄົນ ແລະ ຄອບຄົວຂອງເຂົາເຈົ້າ
ຜູ້ອຳນວຍການສຳນັກງານຄຸ້ມຄອງແລະງົບປະມານ ທ່ານນາງຊາລານດາ ຢັງໄດ້ກ່າວເຕືອນວ່າ ພາຍໃນທ້າຍປີນີ້ ສະຫະລັດ ຈະບໍ່ມີທຶນເຫຼືອຢູ່ອີກຕໍ່ໄປ ທີ່ຈະສົ່ງອາວຸດຕ່າງໆ ຫຼື ການຊ່ວຍເຫຼືອແກ່ຢູເຄຣນ
ທ່ານຄານ ໄດ້ໃຫ້ການດັ່ງກ່າວໃນລະຫວ່າງການພິຈາລະນາຄະດີ ຢູ່ໃນຄຸກໃຫຍ່ ໃກ້ກັບນະຄອນຫຼວງອິສລາມາບັດ ບ່ອນທີ່ລັດຖະບານກາງກ່າວອ້າງເຖິງ 'ຄວາມສ່ຽງດ້ານຄວາມປອດໄພທີ່ຮ້າຍແຮງ'
ການຄັດຄ້ານຂອງບັນດາຝ່າຍຢູ່ໃນສະພາ ແລະຄວາມສໍາຄັນຂອງຄວາມໝັ້ນຄົງໃນຂົງເຂດຊາຍແດນ ອາດເປັນອັນຕະລາຍຕໍ່ກອງທຶນສໍາລັບ ຢູເຄຣນ, ເຊິ່ງເຈົ້າໜ້າທີ່ລັດຖະບານກ່າວວ່າ ອາດຈະໝົດໃນທ້າຍປີນີ້
ຄະນະບໍລິຫານງານຂອງອົງການອະນາໄມໂລກ ຈະຈັດກອງປະຊຸມສຸກເສີນທີ່ບໍ່ຄ່ອຍຈັດຂຶ້ນ ໃນວັນທີ 10 ທັນວານີ້ ເພື່ອປຶກສາຫາລືກ່ຽວກັບວິກິດການດ້ານສຸຂະພາບຢູ່ເຂດກາຊາ ແລະເຂດ West Bank ໂດຍທູດພິເສດຂອງປາແລັສໄຕນ໌ ຕ້ອງການ ການຊ່ວຍເຫຼືອດ້ານການແພດເພີ່ມເຕີມ ແລະການເຂົ້າເຖິງບຸກຄະລາກອນທາງການແພດຕ່າງປະເທດ, ອີງຕາມອົງການຂ່າວຣອຍເຕີສ໌
ທ່ານຟີລິປ ລາສຊາຣີນີ ຂ້າຫຼວງໃຫຍ່ຂອງ UNRWA ຊຶ່ງເປັນອົງການສະຫະປະຊາຊາດທີ່ໃຫ້ການຊ່ວຍເຫຼືອແກ່ຊາວປາແລັສໄຕນ໌ ໄດ້ກ່າວວ່າ “ຈຳນວນຂອງພົນລະເຮືອນທີ່ຖືກຂ້າຕາຍ ແມ່ນເພີ້ມຂຶ້ນຕິດໆ”
ອິສຣາແອລ ໄດ້ຮຽກຮ້ອງໃຫ້ປະຊາຊົນທີ່ອາໄສຢູ່ໃນສ່ວນນຶ່ງຂອງເມືອງທີ່ໃຫຍ່ອັນດັບສອງຂອງເຂດກາຊາ ໃຫ້ຍົກຍ້າຍອອກໄປໃນວັນຈັນມື້ນີ້ ຂະນະທີ່ກອງ ທັບອິສຣາແອລ ໄດ້ເປີດການໂຈມຕີທາງອາກາດຄັ້ງໃໝ່ ແລະເພີ່ມການໂຈມຕີທາງບົກ ໂດຍແນເປົ້າໃສ່ພວກຫົວຮຸນແຮງຮາມາສ
ດົນກວ່າ 2 ເດືອນມາແລ້ວ ພວກຫົວຮຸນແຮງ ທີ່ໄດ້ຮັບການໜຸນຫຼັງຈາກອີຣ່ານ ໄດ້ໃຊ້ໂດຣນ ແລະຈະຫຼວດ ໂຈມຕີສະຫະລັດ 2,500 ຄົນ ໃນອີຣັກ ແລະ 900 ຄົນໃນຊີເຣຍ
ເຂົາເຈົ້າໄດ້ກ່າວວ່າກຳປັ່ນ Carney, ເຊິ່ງແມ່ກຳປັ່ນພິຄາດຕິດລູກສອນໄຟ, ໄດ້ຍິງໂດຣນຕົກສອງລຳ
ກຸ່ມປົກປ້ອງສິດທິມະນຸດ ແຮັງກໍ ໄດ້ບັນທຶກວ່າ ມີຢ່າງໜ້ອຍ 122 ຄົນ ຖືກປະຫານຊີວິດໃນເດືອນແລ້ວນີ້ຢູ່ໃນ ອີຣ່ານ
ເຈົ້າໜ້າທີ່ຢູເຄຣນ ໄດ້ເປີດການສືບສວນໃນວັນອາທິດວານນີ້ ຕໍ່ການກ່າວຫາວ່າກອງກຳລັງຣັດເຊຍໄດ້ສັງຫານທະຫານຢູເຄຣນ ທີ່ຍອມຈຳນົນ ຫລັງຈາກໄດ້ມີຮູບພາບໃນສື່ສັງຄົມຕ່າງໆ ໄດ້ສະແດງໃຫ້ເຫັນວ່າຜູ້ຊາຍນນຸ່ງເຄື່ອງແບບສອງຄົນໄດ້ຖືກຍິງໃນໄລຍະໃກ້ຫລັງຈາກໄດ້ອອກມາຈາກຂຸມທີ່ຫຼົບຢູ່
ອົງການສະຫະປະຊາຊາດຍັງໄດ້ເຕືອນກ່ຽວກັບສະຖານະການດ້ານມະນຸດສະທຳໃນ ກາຊາ
ໂຫລດຕື່ມອີກ
No live streaming currently available