ທ່ານຟີລິປ ລາສຊາຣີນີ ຂ້າຫຼວງໃຫຍ່ຂອງ UNRWA ຊຶ່ງເປັນອົງການສະຫະປະຊາຊາດທີ່ໃຫ້ການຊ່ວຍເຫຼືອແກ່ຊາວປາແລັສໄຕນ໌ ໄດ້ກ່າວວ່າ “ຈຳນວນຂອງພົນລະເຮືອນທີ່ຖືກຂ້າຕາຍ ແມ່ນເພີ້ມຂຶ້ນຕິດໆ”
ອິສຣາແອລ ໄດ້ຮຽກຮ້ອງໃຫ້ປະຊາຊົນທີ່ອາໄສຢູ່ໃນສ່ວນນຶ່ງຂອງເມືອງທີ່ໃຫຍ່ອັນດັບສອງຂອງເຂດກາຊາ ໃຫ້ຍົກຍ້າຍອອກໄປໃນວັນຈັນມື້ນີ້ ຂະນະທີ່ກອງ ທັບອິສຣາແອລ ໄດ້ເປີດການໂຈມຕີທາງອາກາດຄັ້ງໃໝ່ ແລະເພີ່ມການໂຈມຕີທາງບົກ ໂດຍແນເປົ້າໃສ່ພວກຫົວຮຸນແຮງຮາມາສ
ດົນກວ່າ 2 ເດືອນມາແລ້ວ ພວກຫົວຮຸນແຮງ ທີ່ໄດ້ຮັບການໜຸນຫຼັງຈາກອີຣ່ານ ໄດ້ໃຊ້ໂດຣນ ແລະຈະຫຼວດ ໂຈມຕີສະຫະລັດ 2,500 ຄົນ ໃນອີຣັກ ແລະ 900 ຄົນໃນຊີເຣຍ
ເຂົາເຈົ້າໄດ້ກ່າວວ່າກຳປັ່ນ Carney, ເຊິ່ງແມ່ກຳປັ່ນພິຄາດຕິດລູກສອນໄຟ, ໄດ້ຍິງໂດຣນຕົກສອງລຳ
ກຸ່ມປົກປ້ອງສິດທິມະນຸດ ແຮັງກໍ ໄດ້ບັນທຶກວ່າ ມີຢ່າງໜ້ອຍ 122 ຄົນ ຖືກປະຫານຊີວິດໃນເດືອນແລ້ວນີ້ຢູ່ໃນ ອີຣ່ານ
ເຈົ້າໜ້າທີ່ຢູເຄຣນ ໄດ້ເປີດການສືບສວນໃນວັນອາທິດວານນີ້ ຕໍ່ການກ່າວຫາວ່າກອງກຳລັງຣັດເຊຍໄດ້ສັງຫານທະຫານຢູເຄຣນ ທີ່ຍອມຈຳນົນ ຫລັງຈາກໄດ້ມີຮູບພາບໃນສື່ສັງຄົມຕ່າງໆ ໄດ້ສະແດງໃຫ້ເຫັນວ່າຜູ້ຊາຍນນຸ່ງເຄື່ອງແບບສອງຄົນໄດ້ຖືກຍິງໃນໄລຍະໃກ້ຫລັງຈາກໄດ້ອອກມາຈາກຂຸມທີ່ຫຼົບຢູ່
ອົງການສະຫະປະຊາຊາດຍັງໄດ້ເຕືອນກ່ຽວກັບສະຖານະການດ້ານມະນຸດສະທຳໃນ ກາຊາ
ໄອຍະການຂອງສານອາຍາສາກົນ ຫຼື (ICC) ໃນວັນອາທິດວານນີ້ ໄດ້ຮຽກ ຮ້ອງໃຫ້ອິສຣາແອລ ເຄົາລົບກົດລະບຽບຂອງສົງຄາມສາກົນ ແລະກ່າວວ່າ ຕົນກຳລັງເລັ່ງການສືບສວນ ກ່ຽວກັບການກໍ່ຄວາມຮຸນແຮງຂອງພວກຕັ້ງຖິ່ນຖານອິສຣາແອລ ຕໍ່ຊາວປາແລສໄຕນ໌ ໃນເຂດ West Bank ທີ່ຖືກຍຶດຄອງຢູ່ນັ້ນ, ອີງຕາມອົງການຂ່າວຣອຍເຕີສ໌
ສູນ America House ແຫ່ງໃໝ່ ກຳລັງສະເຫຼີມສະຫຼອງການເປີດດຳເນີນການ ຢູ່ເມືອງໂອເດຊາ (Odesa), ເຊິ່ງເຮັດໃຫ້ມັນເປັນສູນທາງວັດທະນະທຳ ແລະການສຶກສາ ທີ່ສຳຄັນແຫ່ງທີ 3 ຢູ່ໃນຢູເຄຣນ ທີ່ໄດ້ຮັບການສະໜັບສະໜູນ ແລະ ສະໜອງທຶນຈາກສະຖານທູດສະຫະລັດ.
ຄວາມຂັດແຍ້ງກ່ຽວກັບການຢຸດການໃຊ້ນໍ້າມັນເຊື້ອໄຟ ຟອສຊິລ ເບິ່ງຄືວ່າຈະຄອບງໍາກອງປະຊຸມສະພາບອາກາດ COP28 ເປັນເວລາສອງອາທິດ ໃນ ດູໄບ, ຫລັງຈາກທີ່ປະທານຂອງກອງປະຊຸມສຸດຍອດ ໄດ້ໃຊ້ການກ່າວເປີດກອງປະຊຸມຂອງທ່ານ ເພື່ອໂຕ້ແຍ້ງຕໍ່ການຫ້າມໃຊ້ຖ່ານຫິນ, ນໍ້າມັນ ແລະ ອາຍແກັສ ຢ່າງເຕັມຮູບແບບ
ມັນຈະເປັນຂໍ້ຕົກລົງອັນທຳອິດໃນທຳນອງນີ້ ທີ່ວໍຊິງຕັນ ເຊັນລົງນາມກັບບັນດາປະເທດພັນທະມິດໃນເຂດເອເຊຍ ແລະມັນມີຂຶ້ນ ຂະນະທີ່ບັນດາເຈົ້າໜ້າທີ່ສະ ຫະລັດ ແລະສະມາຊິກສະພາ ກ່າວຫາ ສາທາລະນະລັດ ປະຊາຊົນ ຈີນ ທີ່ກຳລັງດຳເນີນການ “ໂຄສະນາທາງອອນໄລນ໌ທີ່ຫຼອກລວງ” ແນໃສ່ສະຫະລັດ ແລະປະເທດອື່ນ
ໂຫລດຕື່ມອີກ
No live streaming currently available