ອິສຣາແອລ ແລະກຸ່ມ ຮາມາສ ຄາດວ່າ ຈະດຳເນີນການແລກປ່ຽນນັກໂທດ ແລະຕົວປະກັນຕື່ມອີກ ໃນຂະນະທີ່ການຢຸດຍິງ ໄດ້ຕໍ່ເວລາອອກໄປ ເປັນມື້ທີ 5 ໃນວັນອັງຄານມື້ນີ້
ຖານຂໍ້ມູນຂອງກະຊວງພາຍໃນ ບໍ່ໄດ້ລະບຸໂດຍສະເພາະເຈາະຈົງຂໍ້ກ່າວຫາຕໍ່ທ່ານສໂຕນ ພຽງແຕ່ກ່າວຖະແຫລງວ່າ ພວກເຂົາເຈົ້າເປັນອາຊະຍາກອນ
ກອງທັບຢູເຄຣນໄດ້ທຳລາຍໂດຣນໂຈມຕີ 8 ລຳໃນຈຳນວນທັງໝົດ 9 ລຳ ທີ່ ຣັດເຊຍສົ່ງມາໃນຊ່ວງຂ້າມຄືນ, ກອງທັບອາກາດກ່າວໃນວັນອາທິດວານນີ້, ນຶ່ງມື້ຫຼັງຈາກທີ່ເຈົ້າໜ້າທີ່ຢູເຄຣນກ່າວວ່າ ເປັນການໂຈມຕີດ້ວຍໂດຣນຄັ້ງໃຫຍ່ທີ່ສຸດຂອງຣັດເຊຍ ໃນສົງຄາມດັ່ງກ່າວ
ປະຊາຊົນຫຼາຍສິບພັນຄົນ ໄດ້ເຂົ້າຮ່ວມການເດີນຂະບວນປະທ້ວງຕໍ່ຕ້ານລັດທິຕໍ່ຕ້ານຊາວຢິວໃນລອນດອນ ໃນວັນອາທິດວານນີ້ ເພື່ອປະທ້ວງການເພີ້ມຂຶ້ນຂອງອາດຊະຍາກຳທີ່ເກີດຈາກຄວາມກຽດຊັງຊາວຢິວ ນັບຕັ້ງແຕ່ການໂຈມຕີໃນວັນທີ 7 ຕຸລາ ໂດຍກຸ່ມຫົວຮຸນແຮງຮາມາສ ໃສ່ອິສຣາແອລ ແລະການໂຈມຕີຂອງອິສຣາແອລ ຕໍ່ເຂດກາຊາ
ອົງການສະຫະປະຊາຊາດໄດ້ກ່າວໃນແລງວັນອາທິດວານນີ້ວ່າ ຊາວອິສຣາແອລ ທັງໝົດ 39 ຄົນ, ຊາວປາແລັສໄຕນ໌ 117 ຄົນ ແລະ ຄົນຕ່າງປະເທດ 19 ຄົນໄດ້ຮັບການປ່ອຍຕົວ
ກະຊວງສາທາລະນະສຸກໃນກາຊາ ໄດ້ກ່າວວ່າປະຊາຊົນ 471 ຄົນໄດ້ເສຍຊີວິດ
ກຸ່ມຮາມາສໄດ້ປ່ອຍໂຕປະກັນ 17 ຄົນ ໃນວັນເສົາວານນີ້
ການຢຸດຍິງ ທີ່ເລີ້ມມີຜົນບັງຄັບໃຊ້ ນັບແຕ່ວັນສຸກມາ ປາກົດວ່າ ຍັງໄດ້ຮັບການເຄົາລົບຢູ່
ກຸ່ມຫົວຮຸນແຮງປ່ອຍຊາວອິສຣາແອລ ໄທ ແລະຟີລິບປິນ ທີ່ຖືກຈັບໂຕໄປໃນການໂຈມຕີເມື່ອວັນທີ 7 ຕຸລາຜ່ານມາ ໃນຂະນະທີ່ອິສຣາແອລ ປ່ອຍນັກໂທດປາແລັສໄຕນ໌ 150 ຄົນ
ໃນລະຫວ່າງການກຳອຳນາດ 10 ປີຂອງທ່ານ ເຄັນຢັດຕາ, ລັດຖະບານຂອງທ່ານຍັງໄດ້ໃຊ້ເງິນປະມານ 8 ຕື້ໂດລາເພື່ອສ້ອມແປງ ແລະ ສ້າງທາງຫຼວງໃໝ່ຍາວ 10 ພັນກິໂລແມັດໃນທົ່ວປະເທດ
ທ່ານ ກຽທ ວິລເດີສ໌ (Geert Wilders), ຜູ້ນຳຝ່າຍຂວາຈັດຊາວດັດຈ໌ ທີ່ເວົ້າກົງໄປກົງມາ ເຊິ່ງມັກຈະຖືກປຽບທຽບ ກັບອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເລື້ອຍໆ, ກະກຽມເລີ້ມການເຈລະຈາ ກ່ຽວກັບການສ້າງຕັ້ງລັດຖະບານ ຫຼັງຈາກທ່ານໄດ້ຮັບໄຊຊະນະຢ່າງບໍ່ໜ້າເຊື່ອ ໃນການເລືອກຕັ້ງໃນວັນພຸດທີ່ຜ່ານມາ.
ກອງກຳລັງສະຫະລັດ ໄດ້ຖືກໂຈມຕີ 4 ຄັ້ງ ໃນ ອີຣັກ ແລະ ຊີເຣຍ ໃນວັນພະຫັດຜ່ານມາ ດ້ວຍລູກສອນໄຟ ແລະໂດຣນຕິດອາວຸດ ແຕ່ບໍ່ມີຜູ້ເສຍຊີວິດ ຫຼືຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງ, ເຈົ້າໜ້າທີ່ທະຫານອາເມຣິກາກ່າວ, ອິງຕາມອົງການຂ່າວຣອຍເຕີສ໌
ໂຫລດຕື່ມອີກ
No live streaming currently available