ການຢຸດຍິງ ທີ່ເລີ້ມມີຜົນບັງຄັບໃຊ້ ນັບແຕ່ວັນສຸກມາ ປາກົດວ່າ ຍັງໄດ້ຮັບການເຄົາລົບຢູ່
ກຸ່ມຫົວຮຸນແຮງປ່ອຍຊາວອິສຣາແອລ ໄທ ແລະຟີລິບປິນ ທີ່ຖືກຈັບໂຕໄປໃນການໂຈມຕີເມື່ອວັນທີ 7 ຕຸລາຜ່ານມາ ໃນຂະນະທີ່ອິສຣາແອລ ປ່ອຍນັກໂທດປາແລັສໄຕນ໌ 150 ຄົນ
ໃນລະຫວ່າງການກຳອຳນາດ 10 ປີຂອງທ່ານ ເຄັນຢັດຕາ, ລັດຖະບານຂອງທ່ານຍັງໄດ້ໃຊ້ເງິນປະມານ 8 ຕື້ໂດລາເພື່ອສ້ອມແປງ ແລະ ສ້າງທາງຫຼວງໃໝ່ຍາວ 10 ພັນກິໂລແມັດໃນທົ່ວປະເທດ
ທ່ານ ກຽທ ວິລເດີສ໌ (Geert Wilders), ຜູ້ນຳຝ່າຍຂວາຈັດຊາວດັດຈ໌ ທີ່ເວົ້າກົງໄປກົງມາ ເຊິ່ງມັກຈະຖືກປຽບທຽບ ກັບອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເລື້ອຍໆ, ກະກຽມເລີ້ມການເຈລະຈາ ກ່ຽວກັບການສ້າງຕັ້ງລັດຖະບານ ຫຼັງຈາກທ່ານໄດ້ຮັບໄຊຊະນະຢ່າງບໍ່ໜ້າເຊື່ອ ໃນການເລືອກຕັ້ງໃນວັນພຸດທີ່ຜ່ານມາ.
ກອງກຳລັງສະຫະລັດ ໄດ້ຖືກໂຈມຕີ 4 ຄັ້ງ ໃນ ອີຣັກ ແລະ ຊີເຣຍ ໃນວັນພະຫັດຜ່ານມາ ດ້ວຍລູກສອນໄຟ ແລະໂດຣນຕິດອາວຸດ ແຕ່ບໍ່ມີຜູ້ເສຍຊີວິດ ຫຼືຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງ, ເຈົ້າໜ້າທີ່ທະຫານອາເມຣິກາກ່າວ, ອິງຕາມອົງການຂ່າວຣອຍເຕີສ໌
ທ່ານ ອາຕຸລ ຄາວາລ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນພະຫັດວານນີ້ວ່າ “ພວກເຮົາໄດ້ທຳການຊ້ອມ ກ່ຽວກັບ ວິທີທີ່ຈະເອົາຄົນອອກມາຢ່າງປອດໄພ”
ບັນຫາທີ່ວ່າ ໃຜຈະປົກຄອງເຂດກາຊາ ຖ້າອິສຣາແອລປະສົບຜົນສຳເລັດ ໃນການໂຄ່ນລົ້ມ ກຸ່ມຮາມາສ ເຮັດໃຫ້ເກີດຄຳຖາມທີ່ທ້າທາຍທີ່ສຸດຄຳຖາມນຶ່ງ ທີ່ນັກການທູດຂອງໂລກ ຕ້ອງປະເຊີນ, ໂດຍການສະເໜີວິທີການແກ້ໄຂບັນຫາຂອງອິສຣາແອລ, ສະຫະລັດ ແລະຜູ້ນຳອາຣັບໃນພາກພື້ນ ເບິ່ງຄືວ່າຈະຂັດແຍ້ງກັນ
ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວຊົມເຊີຍ ຕໍ່ການໃຫ້ຄຳໝັ້ນສັນຍາ ທີ່ຈະຊ່ວຍເຫຼືອ ໃນການປ້ອງກັນໄພທາງອາກາດຮອບໃໝ່
ນີ້ແມ່ນນຶ່ງໃນການໂຈມຕີ ທີ່ຂຸ້ນຂ້ຽວທີ່ສຸດ ນັບແຕ່ກຸ່ມເຮັສໂບລລາ ເລີ້ມການໂຈມຕີທີ່ໝັ້ນ ຂອງອິສຣາແອລ ຢູ່ໃນພາກເໜືອຂອງປະເທດ ໃນຕອນເລີ້ມຕົ້ນຂອງສົງຄາມ ລະຫວ່າງອິສຣາແອລ ກັບກຸ່ມຮາມາສ
ໂຕປະກັນທີ່ຖືກຄວບຄຸມຢູ່ເຂດກາຊາ ຈະບໍ່ຖືກປ່ອຍຈົນເທົ່າຮອດວັນສຸກ ອີງຕາມເຈົ້າໜ້າທີ່ອິສຣາແອລ
ບໍ່ມີລາຍງານໃນທັນທີ ກ່ຽວກັບ ຄວາມເສຍຫາຍທີ່ສຳຄັນ ຫຼື ບາດເຈັບ ແລະ ເສຍຊີວິດ
ເຈົ້າໜ້າທີ່ປ້ອງກັນຊາຍແດນ ແລະ ທະຫານຂອງຟິນແລນ ໄດ້ເລີ່ມສ້າງຮົ້ວກັ້ນ ເຊິ່ງລວມມີສິ່ງກີດຂວາງທີ່ເປັນຊີມັງແລະມີໜາມໝາກຈັບຢູ່ທາງເທິງ ຢູ່ບາງຈຸດຂ້າມຊາຍແດນຍາວຂອງກຸ່ມປະເທດນໍດິກ (Nordic) ຕິດກັບຣັດເຊຍ ອີງຕາມລາຍງານອົງການຂ່າວເອພີ
ໂຫລດຕື່ມອີກ
No live streaming currently available