ບໍ່ມີລາຍງານໃນທັນທີ ກ່ຽວກັບ ຄວາມເສຍຫາຍທີ່ສຳຄັນ ຫຼື ບາດເຈັບ ແລະ ເສຍຊີວິດ
ເຈົ້າໜ້າທີ່ປ້ອງກັນຊາຍແດນ ແລະ ທະຫານຂອງຟິນແລນ ໄດ້ເລີ່ມສ້າງຮົ້ວກັ້ນ ເຊິ່ງລວມມີສິ່ງກີດຂວາງທີ່ເປັນຊີມັງແລະມີໜາມໝາກຈັບຢູ່ທາງເທິງ ຢູ່ບາງຈຸດຂ້າມຊາຍແດນຍາວຂອງກຸ່ມປະເທດນໍດິກ (Nordic) ຕິດກັບຣັດເຊຍ ອີງຕາມລາຍງານອົງການຂ່າວເອພີ
ການຕໍ່ສູ້ໄດ້ດຳເນີນຕໍ່ໄປໃນວັນພຸດວານນີ້ ດ້ວຍການລະເບີດຖືກພົບເຫັນໃນ ກາຊາ ແລະ ກຸ່ມຮາມາສ ໄດ້ຍິງລູກສອນໄຟເຂົ້າໃສ່ ອິສຣາແອລ
ການໂຈມຕີທາງອາກາດຂອງສະຫະລັດ ໄດ້ແນເປົ້າໝາຍໃສ່ສູນປະຕິບັດການ ແລະສູນບັນຊາການແລະເຄື່ອງຄວບຄຸມ ທີ່ຖືກນຳໃຊ້ໂດຍພວກກຸ່ມຫົວຮຸນແຮງໜຸນຫຼັງໂດຍອີຣ່ານ ກາທຽບ ເຮສໂບລາ (Kataib Hezbollah) ຢູ່ໃກ້ໆເຂດ ອາລ ອານບາຣ ແລະ ຈູຣຟ໌ ອາລ-ຊາກຣ໌ ອີງຕາມເຈົ້າໜ້າທີ່ດ້ານການປ້ອງກັນປະເທດ ທີ່ໄດ້ກ່າວຕໍ່ວີໂອເອ
ທ່ານ ອອສຕິນ ກ່າວວ່າ ທ່ານ ປູຕິນ ຈະບໍ່ຢຸດຖ້າລາວໄດ້ ຢູເຄຣນ
ສານພິເສດທີ່ມີຜູ້ພິພາກສາຄົນດຽວ ໄດ້ດຳເນີນການພິຈາລະນາຄະດີຢູ່ໃນຄຸກໃກ້ກັບນະຄອນຫຼວງ ອິສລາມາບັດ, ບ່ອນທີ່ທ່ານ ຄານ ຖືກຕັດສິນມີຄວາມຜິດໃນຂໍ້ກ່າວຫາຕ່າງໆເມື່ອເດືອນແລ້ວນີ້
ຫົວໜ້າຮັບຜິດຊອບນັກໂທດຂອງອຳນາດການປົກຄອງປາແລັສໄຕນ໌ ທ່ານຄາດດູຣາ ຟາເຣສ ໄດ້ກ່າວວ່າ “ຂໍ້ຕົກລົງໃນການແລກປ່ຽນນັກໂທດ ລວມມີການປ່ອຍໂຕພວກເດັກນ້ອຍ 350 ຄົນ ແລະພວກແມ່ຍິງປາແລັສໄຕນ໌ 82 ຄົນ ທີ່ໄດ້ຖືກຈັບໄປໂດຍອິສຣາແອລ
ເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວວ່າຕົວປະກັນທີ່ຖືກປ່ອຍໂດຍກຸ່ມຮາມາສ ແມ່ນຄາດວ່າຈະລວມມີຊາວອາເມຣິກັນ ຫຼາຍຄົນ
ພວກນັກຊ່ຽວຊານກ່າວວ່າ ຍຸດທະສາດເພື່ອນຳເຂົ້າຢາເສບຕິດ ຈາກແຫຼ່ງຜະລິດຢູ່ຕ່າງປະເທດ ອາດສາມາດມີຜົນໃນທາງກົງກັນຂ້າມ
“ການມາຂອງທ່ານ ເປັນສັນຍານທີ່ສຳຄັນຫຼາຍສຳລັບຢູເຄຣນ” ທ່ານເຊເລນສກີ ກ່າວ. ແລະກ່າວຕໍ່ໄປວ່າ “ພວກເຮົາຂອບໃຈຫຼາຍປະຊາຊົນອາເມຣິກັນ. ພວກເຂົາເຈົ້າແມ່ນຢູ່ກັບພວກເຮົາ ຜ່ານຜ່າຄວາມຫຍຸ້ງຍາກທັງຫຼາຍເຫຼົ່ານີ້, ຄວາມລຳບາກຫຼາຍເດືອນ ແລະຫຼາຍປີຜ່ານມານີ້”
ເລຂາທິການໃຫຍ່ຂອງອົງການເນໂຕ້ (NATO) ກ່າວໃນວັນຈັນວານນີ້ວ່າ ພັນທະມິດກຳລັງທົບທວນການເພີ່ມຈຳນວນເຈົ້າໜ້າທີ່ຮັກສາສັນຕິພາບຂອງອົງການເນໂຕ້ຢ່າງຖາວອນໃຫ້ແກ່ໂກໂຊໂວ (Kosovo) ແລະ ບອສເນຍ (Bosnia) ໃນຊ່ວງເວລາທີ່ຄວາມຮຸນແຮງ ແລະຄຳເຕືອນກ່ຽວກັບການແຊກແຊງຂອງຣັດເຊຍ ກຳລັງເພີ້ມຂຶ້ນ
ເຈົ້າໜ້າທີ່ຈາກນຶ່ງໃນພັນທະມິດຝ່າຍຕາເວັນຕົກທີ່ສຳຄັນ ໄດ້ເດີນທາງໄປຢ້ຽມຢາມຢູເຄຣນໃນວັນອັງຄານມື້ນີ້ ໃນຂະນະທີ່ກອງທັບຣັດເຊຍ ສືບຕໍ່ໂຈມຕີໂຄງລ່າງພື້ນຖານຂອງພົນລະເຮືອນ ດ້ວຍລູກສອນໄຟ ແລະເຮືອບິນບໍ່ມີຄົນຂັບ
ໂຫລດຕື່ມອີກ
No live streaming currently available