ຊົນເຜົ່າ ອາເມເນຍ ຫຼາຍພັນຄົນໄດ້ເລີ່ມການອົບພະຍົບອອກຈາກພາກພື້ນ ນາກໍໂນ-ກາຣາບັກ
ນາຍົກລັດຖະມົນຕີ ທ່ານອາລບິນ ເຄີຕີ ກ່າວວ່າ ການໂຈມຕີດັ່ງກ່າວມີການສະໜັບສະໜຸນຈາກປະເທດເພື່ອນບ້ານເຊີເບຍ
ກະຊວງປ້ອງກັນປະເທດ ຣັດເຊຍ ໄດ້ກ່າວໃນ Telegram ວ່າພວກເຂົາໄດ້ສະກັດກັ້ນ ໂດຣນຂອງ ຢູເຄຣນ ສອງລຳ ຢູ່ພາກພື້ນ ເຄີສ
ຄະນະສືບສວນຂອງອົງການສະຫະປະຊາຊາດ ກ່າວວ່າ ການລ່ວງລະເມີດ ແລະການປະຕິບັດທີ່ບໍ່ຖືກຕ້ອງດ້ານສິດທິມະນຸດ ໃນຊີເຣຍ ຍັງດຳເນີນຢູ່ຕໍ່ມາ
ວໍຊິງຕັນ ໄດ້ຍຶດຖືນະໂຍບາຍຂອງ “ຍຸດທະສາດທີ່ຄຸມເຄືອ” ມາຍາວນານ ກ່ຽວກັບວ່າ ຕົນຈະເຂົ້າແຊກແຊງດ້ານການທະຫານໃນເກາະ ໄຕ້ຫວັນ ຫຼືບໍ່. ແຕ່ສະຫະລັດ ແລະບັນດາພັນທະມິດຂອງຕົນຢູ່ໃນພາກພື້ນ ແມ່ນກຳລັງເສີມຂະຫຍາຍການຮ່ວມມືດ້ານການທະຫານນຳກັນ
ລາຍພັນຄົນໄດ້ເສຍຊີວິດ ແລະຫລາຍພັນຄົນໄດ້ຫາຍສາບສູນ ເພາະວ່າເຂື່ອນທີ່ຮູ້ວ່າຕ້ອງການສ້ອມແປງນັ້ນໄດ້ແຕກ
ວໍຊິງຕັນ ກ່າວໃນວັນພະຫັດວານນີ້ວ່າ ໂປແລນຍັງເປັນພັນທະມິດ ທີ່ໃກ້ຊິດຂອງຢູເຄຣນ ຫລັງຈາກທີ່ວໍຊໍກ່າວວ່າ ຕົນຈະບໍ່ສະໜອງອາວຸດໃຫ້ກີຢິບ ອີກຕໍ່ໄປ ທ່າມກາງການຂັດແຍ້ງ ທີ່ເພີ້ມທະວີຂຶ້ນກ່ຽວກັບການນຳເຂົ້າອາຫານ
ໃນວັນພະຫັດວານນີ້ ກອງທັບຢູເຄຣນ ກ່າວວ່າ ກໍາລັງຂອງຕົນໄດ້ໂຈມຕີຖານທັບອາກາດຂອງຣັດເຊຍ ຢູ່ໃນເຂດໄຄຣເມຍ (Crimea) ຊຶ່ງເຈົ້າໜ້າທີ່ ທີ່ຣັດເຊຍຕັ້ງຂຶ້ນ ຢູ່ໃນແຫຼມທີ່ໄດ້ຣັດເຊຍໄດ້ຜະໜວກເອົາ ໂຕ້ແຍ້ງກ່ຽວກັບເລື້ອງນີ້
ການເຈລະຈາທີ່ເມືອງເຢບລັກ ໃນອາເຈີບາຍຈານ ມີຂຶ້ນຫຼັງຈາກພວກນັກລົບໃນເຂດນາກໍໂນ-ກາຣາບາກ ຍອມວາງອາວຸດ ແລະກຳລັງອາເຈີບາຍຈານຍຸຕິການບຸກໂຈມຕີ
ຄວາມສຳພັນລະຫວ່າງປະເທດທັງສອງ ໄດ້ຊຸດໂຊມລົງ ນັບຕັ້ງແຕ່ນາຍົກລັດຖະມົນຕີການາດາ ກ່າວອ້າງວ່າ ອິນເດຍພົວພັນ ໃນການສັງຫານຊາວຊິກແບ່ງແຍກດິນແດນ ທີ່ແວນຄູເວີ
ດັ່ງທີ່ປະທານາທິບໍດີໂຈ ໄບເດັນ ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳທົ່ວໂລກ ໃຫ້ການສະໜັບສະໜູນແກ່ຢູເຄຣນ ຢູ່ໃນກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໃນວັນອັງຄານທີ່ຜ່ານມາ ຜູ້ນຳເກົາຫລີເໜືອ ທ່ານກິມ ຈົງ ອຶນ ໄດ້ກັບຄືນບ້ານ ຫລັງຈາກຫົກມື້ ໃນການຢ້ຽມຢາມຣັດເຊຍຂອງທ່ານ ລະຫວ່າງທີ່ທ່ານໄດ້ປະກາດທີ່ຈະສະໜອງ “ຢ່າງເຕັມທີ່ ແລະບໍ່ມີເງື່ອນໄຂ”
ນາຍົກລັດຖະມົນຕີຂອງການາດາ ທ່ານຈັສຕິນ ທຣູໂດ ໄດ້ຮຽກຮ້ອງອິນເດຍໃຫ້ຄວາມສຳຄັນຕໍ່ການກ່າວຫາ “ທີ່ແຮງທີ່ສຸດ” ທີ່ວ່າສາຍລັບອິນເດຍໄດ້ມີບົດບາດໃນການຄາດຕະກຳ ທ່ານຮາດິບ ຊິງ ນິຈາ ເມື່ອເດືອນມິຖຸນາ ໃກ້ກັບນະຄອນແວນກູເວີ
ໂຫລດຕື່ມອີກ
No live streaming currently available