ປ້າຍຕ່າງໆອ່ານວ່າ “ປ່ອຍໂຕປະກັນທັງຫຼາຍ” ແລະ “ບໍ່ໃຫ້ມີອີກເລີຍ ດຽວນີ້” ຖືກຍົກຂຶ້ນຍົກລົງພາຍໃນພວກຜູ້ຊົມ ຂະນະທີ່ບັນດາຜູ້ກ່າວປາໄສ ທີ່ລວມທັງ ປະທານາທິບໍດີ ຂອງອິສຣາແອລ ທ່ານ ໄອສາກ ເຮີຊອກ ແລະ ຜູ້ນຳສຽງສ່ວນຫຼາຍສະພາສູງສະຫະລັດ ທ່ານຊັກ ຊູມເມີ ຂຶ້ນກ່າວປາໄສຢູ່ນັ້ນ
ຜູ້ອຳນວຍການໃຫຍ່ຂອງກະຊວງສາທາລະນະສຸກໃນກາຊາ ທ່ານໝໍ ມູເນຍ ອາລ-ເບີຣຊ໌ ໄດ້ກ່າວຕໍ່ອົງການຂ່າວໂທລະພາບ ອາລ ຈາຊີຣາ ວ່າ ກອງກຳລັງຂອງອິສຣາແອງ ໄດ້ບຸກເຂົ້າກວດຄົ້ນຟາກຕາເວັນຕົກຂອງຕຶກດ້ານການແພດ
ຄຳເຫັນຂອງທ່ານ ປິສໂຕຣຽສ ແມ່ນການຍອມຮັບຄັ້ງທຳອິດໂດຍເຈົ້າໜ້າທີ່ອະວຸໂສຂອງສະຫະພາບ ຢູໂຣບ
ຣັດເຊຍ, ເຊິ່ງບໍ່ແມ່ນສະມາຊິກຂອງສົນທິສັນຍາຫ້າມລູກລະເບີດ, “ໄດ້ໃຊ້ລະເບີດຕໍ່ຕ້ານທະຫານຢ່າງກວ້າງຂວາງໃນ ຢູເຄຣນ
ມາດຕະການລົງໂທດຕ່າງໆມີຈຸດປະສົງທີ່ຈະປົກປ້ອງລະບົບການເງິນສາກົນ “ຈາກການລ່ວງລະເມີດໂດຍກຸ່ມຮາມາສ ແລະ ຜູ້ມອບອຳນາດໃຫ້ພວກເຂົາ”
ວໍຊິງຕັນກ່າວວ່າ ການເຮັດໃຫ້ຄວາມສຳພັນ ເປັນປົກກະຕິ ກັບກຸ່ມຕາລີບານ ແມ່ນຂຶ້ນຢູ່ກັບ ການປັບປຸງດ້ານສິດທິມະນຸດ ຢູ່ອັຟການິສຖານ
ນັບຕັ້ງແຕ່ພວກເຂົາເຈົ້າໄດ້ຖືກປົດປ່ອຍເມື່ອປີກາຍນີ້ ເມືອງເຄີສັນ ແລະແຄມຝັ່ງແມ່ນ້ຳເດີນິໂປຣ ທາງພາກຕາເວັນຕົກ ໄດ້ຖືກຍິງໂຈມຕີດ້ວຍປືນໃຫຍ່ຂອງຣັດເຊຍເປັນປະຈຳ ຈາກແຄມຝັ່ງທາງພາກຕາເວັນອອກຂອງແມ່ນ້ຳເດນິໂປຣ
ກຸ່ມຫົວຮຸນແຮງທີ່ໜູນຫຼັງໂດຍອີຣ່ານ ໄດ້ໂຈມຕີກອງກຳລັງສະຫະລັດ ໃນອີຣັກ ແລະຊີເຣຍ ຢ່າງນ້ອຍ 4 ຄັ້ງ ໃນຮອບ 24 ຊົ່ວໂມງທີ່ຜ່ານມາ, ເຮັດໃຫ້ ຈຳ ນວນການໂຈມຕີເພີ່ມຂຶ້ນເປັນ 52 ຄັ້ງໃນບໍ່ຮອດນຶ່ງເດືອນ, ບັນດາເຈົ້າໜ້າທີ່ປ້ອງກັນປະເທດສະຫະລັດ ກ່າວຕໍ່ວີໂອເອ
“ການຢຸດຍິງດ້ານມະນຸດສະທຳ, ນໍ້າມັນເຊື້ອໄຟ, ເຄື່ອງສະບຽງ-ທັງໝົດເຫຼົ່ານີ້ ຄວນເກີດຂຶ້ນດຽວນີ້” ທ່ານອານເດຣ ດີ ໂດແມນິໂກ (Andrea De Domenico) ຫົວໜ້າຫ້ອງການດ້ານມະນຸດສະທຳຂອງສະຫະປະຊາຊາດ ຢູ່ໃນນະຄອນເຈຣູຊາແລັມຕາເວັນອອກ ໄດ້ກ່າວຕໍ່ບັນດານັກຂ່າວຜ່ານກອງປະຊຸມທາງວີດີໂອ
ປະທານາທິບໍດີສະຫະລັດທ່ານ ໂຈ ໄບເດັນ ກ່າວວ່າໂຮງໝໍ ໃນ ກາຊາ "ຕ້ອງໄດ້ຮັບການປົກປ້ອງ" ເນື່ອງຈາກວ່າ ກອງກຳລັງອິສຣາແອລ ຍັງສືບຕໍ່ແນເປົ້າໃສ່ສະຖານທີ່ພະຍາບານ ໃນເຂດປົກຄອງປາແລັສໄຕນ໌ ຈາກການອ້າງວ່າ ກຸ່ມຮາມາສ ກຳລັງໃຊ້ພວກມັນເປັນເຄື່ອງປົກປ້ອງ
ນັບຕັ້ງແຕ່ຣັດເຊຍໄດ້ຮຸກຮານຢູເຄຣນ ໃນເດືອນກຸມພາປີ 2022 ສະຫະພາບຢູໂຣບໄດ້ໃຫ້ການອະນຸມັດການລົງໂທດຕໍ່ມົສກູໄປແລ້ວ 11 ຮອບ ເພື່ອຫຼຸດຜ່ອນຄວາມສາມາດຂອງຣັດເຊຍ ທີ່ຈະໃຫ້ທຶນສະໜັບສະໜຸນໃນການເຮັດສົງຄາມ
ເຈົ້າໜ້າທີ່ທະຫານຢູເຄຣນຄົນນຶ່ງຖືກກ່າວຫາວ່າ ໄດ້ປະສານງານການໂຈມຕີທໍ່ສົ່ງອາຍແກັສທຳມະຊາດ Nord Stream ໃນປີກາຍນີ້, ຕາມລາຍງານຂອງໜັງສືພິມ Washington Post ໂດຍອ້າງເຖິງແຫຼ່ງຂ່າວ ທີ່ບໍ່ເປີດເຜີຍໂຕ ຢູ່ໃນຢູເຄຣນ ແລະ ຢູໂຣບ
ໂຫລດຕື່ມອີກ
No live streaming currently available