ຂອບເຂດຂອງຄວາມເສຍຫາຍແມ່ນບໍ່ຈະແຈ້ງໃນທັນທີ
ການພົບປະລະຫວ່າງທ່ານຊູລລີວານ ແລະທ່ານຫວັງ ແມ່ນການປຶກສາຫາລືຂອງເຈົ້າໜ້າທີ່ລະດັບສູງ ສະຫະລັດແລະຈີນເທື່ອຫຼ້າສຸດ ທີ່ມີມາເປັນລຳດັບ ທີ່ອາດວາງພື້ນຖານສຳລັບການພົບປະລະຫວ່າງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະປະທານປະເທດຈີນ ທ່ານສີ ຈິ້ນຜິງ ທີ່ອາດມີຂຶ້ນໃນທ້າຍປີນີ້
ເມື່ອໄວໆມານີ້ ທ່ານຢູນໄດ້ປະກາດວ່າ ເກົາຫຼີໃຕ້ຈະສະໜອງ ການຊ່ວຍເຫຼືອເພີ້ມຕື່ມ 300 ລ້ານໂດລາແກ່ຢູເຄຣນ ໃນປີໜ້າ ເພີ້ມໃສ່ການຊ່ວຍເຫຼືອ 150 ລ້ານສຳລັບປີນີ້
ທໍານຽບຂາວກ່າວວ່າ ບໍ່ຄວນມີຜູ້ໃດສະໜອງອາວຸດເພີ້ມເຕີມໃຫ້ແກ່ ຣັດເຊຍ ເພື່ອສັງຫານປະຊາຊົນຊາວຢູເຄຣນ
ອົງການສະພາກາແດງລີເບຍ ກ່າວໃນວັນພະຫັດວານນີ້ວ່າ ຈຳນວນຜູ້ເສຍຊີວິດຈາກໄພນໍ້າຖ້ວມໃນວັນອາທິດໃນເມືອງເດີນາ (Derna) ໄດ້ເພີ່ມຂຶ້ນເປັນ 11,300 ຄົນ ແລະ ມີລາຍງານຜູ້ຫາຍສາບສູນອີກ 10,100 ຄົນ
ເຖິງແມ່ນວ່າການໂຈມຕີຕອບໂຕ້ຄືນຂອງຢູເຄຣນຕໍ່ການຮຸກຮານຂອງຣັດເຊຍ ຈະຊ້າກວ່າທີ່ຄາດການໄວ້, ທ່ານເຊເລັນສກີ ໃນວັນພະຫັດວານນີ້ ໄດ້ສະເຫຼີມ ສະຫຼອງສິ່ງທີ່ທ່ານອະທິບາຍວ່າ ເປັນການທໍາລາຍ ລະບົບປ້ອງກັນໄພທາງອາ ກາດຂອງຣັດເຊຍໃນແຫຼມ ໄຄຣເມຍ ໂດຍຢູເຄຣນ
ພວກນັກວິເຄາະກ່າວວ່າ ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ມອງເຫັນການພົບປະສຸດຍອດ ທີ່ບໍ່ຄ່ອຍເກີດຂຶ້ນນີ້ ເປັນໂອກາດອັນດີ ສຳລັບການສ້າງຄວາມເປັນເອກກະພາບພາຍໃນ
ການຂັດແຍ້ງນີ້ ປ່ອຍໃຫ້ເກີດການລະເມີດສິດທິມະນຸດ ທີ່ໜ້າເສົ້າໃຈ” ທ່ານໂວກເກີ ເພິສ ໄດ້ກ່າວຕໍ່ກອງປະຊຸມສະພາຄວາມໝັ້ນຄົງ ໃນວັນພຸດວານນີ້. ການໂຈມຕີຕໍ່ພົນລະເຮືອນຢ່າງບໍ່ເລືອກໜ້າ ໄດ້ກະທຳໂດຍພັກຝ່າຍທີ່ເຮັດສົງຄາມທີ່ປະກອບເປັນການລະເມີດສິດທິມະນຸດທີ່ຮ້າຍແຮງ
ໃນເວລາດຽວກັນ, ອົງການຈັດຕັ້ງສາກົນເພື່ອການຍ້າຍຖິ່ນຖານ ກ່າວວ່າ, ໄພນ້ຳຖ້ວມທີ່ເກີດຂຶ້ນຢູ່ພາກຕາເວັນອອກຂອງລີເບຍໄດ້ເຮັດໃຫ້ມີຜູ້ອົບພະຍົບຫຼາຍກວ່າ 30,000 ຄົນ
ປັກກິ່ງ ຍັງບໍ່ໄດ້ໃຫ້ສັນຍານໃນທັນທີວ່າ ການແຕ່ງຕັ້ງທ່ານຈ້າວ ອາດຈະນໍາໄປສູ່ການຮັບຮອງລັດຖະບານ ກຸ່ມຕາລີບານຢ່າງເປັນທາງການຫຼືບໍ່
ທ່ານ ກິມ ຍັງໄດ້ເຊື້ອເຊີນທ່ານ ປູຕິນ ໃຫ້ໄປຢ້ຽມຢາມ ເກົາຫຼີເໜືອ ແລະ ທ່ານ ປູຕິນ ກໍໄດ້ຮັບເອົາ, ອີງຕາມລາຍງານຂອງສື່ມວນຊົນລັດຖະບານ ເກົາຫຼີເໜືອ
ກອງທັບຢູເຄຣນກ່າວວ່າ ຣັດເຊຍໄດ້ປ່ອຍໂດຣນທັງໝົດ 22 ລຳໃນການໂຈມຕີຫຼາຍຄັ້ງ ທີ່ແນເປົ້າໃສ່ເຂດ ມີໂກລາອິຟ, ຊາໂປຣິສເຊຍ, ຊູມີ ແລະ ດີນີໂປຣເປໂທຣວ໌
ໂຫລດຕື່ມອີກ
No live streaming currently available