ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ພົບປະກັນໃນວັນພະຫັດວານນີ້ ໃນກອງປະຊຸມສຸກເສີນ ຕາມຄຳຮ້ອງຂໍຂອງຣັດເຊຍ, ລຸນຫລັງເຮືອບິນຂົນສົ່ງທະ ຫານຣັດເຊຍ ຕົກຢູ່ໃກ້ກັບຊາຍແດນຣັດເຊຍ-ຢູເຄຣນ. ທັງສອງຝ່າຍຮຽກຮ້ອງໃຫ້ມີການສືບສວນ
ກອງທັບອິສຣາແອລກ່າວວ່າ ຕົນກຳລັງດໍາເນີນການສືບສວນກ່ຽວກັບລາຍງານດັ່ງກ່າວ
ຫົວໜ້ານັກການທູດຂອງສະຫະລັດ ກ່າວວ່າ ວໍຊິງຕັນຈະສືບຕໍ່ ການພົວພັນຢ່າງຂຸ້ນຂ້ຽວ ກັບພາຄີໃນອາຟຣິກາ ໂດຍຫວັງວ່າ ຈະທຳການແກ້ໄຂບັນຫາຂັດແຍ້ງ ໃນລະດັບພູມີພາກ
ລາຍງານສະບັບນີ້ ໄດ້ອ້າງອີງເຖິງຫຼາຍໆປະເທດ ຮວມທັງນິກາຣາກົວ ແທນຊາເນຍ ແລະປະເທດໄທ
ຄະນະຜູ້ແທນຈາກທັງສອງພັກການເມືອງໃນລັດຖະສະພາສະຫະລັດ ໄດ້ຢືນຢັນອີກຄັ້ງນຶ່ງ ກ່ຽວກັບການສະໜັບສະໜູນຂອງປະເທດຕໍ່ໄຕ້ຫວັນ ຫຼັງການເລືອກຕັ້ງປະທານາທິບໍດີຄົນໃໝ່ ອີງຕາມລາຍງານ ຂອງອົງການຂ່າວເອພີ
ທ່ານບລິງເກັນ ໄດ້ເດີນທາງໄປຍັງໄນຈີເຣຍ ຈາກກົດດີວົວ ບ່ອນທີ່ທ່ານໄດ້ພົບປະກັບປະທານາທິບໍດີ ຂອງກົດດີວົວ ທ່ານອາລາສຊານ ອວດຕາຣາ ແລະໄດ້ປຶກສາຫາລືກັນກ່ຽວກັບຄວາມທ້າທ້າຍຕ່າງໆດ້ານຄວາມໝັ້ນຄົງໃນຂົງເຂດ
ມີຢ່າງນ້ອຍ 9 ຄົນເສຍຊີວິດ ແລະອີກ 75 ຄົນໄດ້ຮັບບາດເຈັບ ໃນວັນພຸດວານນີ້ ຢູ່ທີ່ເມືອງ ຄານ ຢູນິສ ໃນຂະນະທີ່ການໂຈມຕີໂດຍລົດຖັງ ໄດ້ຖືກສູນຝຶກອົບຮົມຂອງອົງການສະຫະປະຊາຊາດ ແຫ່ງນຶ່ງ, ບ່ອນທີ່ຊາວປາແລັສໄຕນ໌ພັດຖິ່ນ 800 ຄົນ ທີ່ໄດ້ອາໄສຢູ່ທີ່ທາງພາກໃຕ້ຂອງເຂດກາຊາ, ເຈົ້າໜ້າທີ່ບັນເທົາທຸກຂອງອົງການສະຫະປະຊາຊາດກ່າວ
ການໂຈມຕີຫຼ້າສຸດຂອງພວກກະບົດຮູຕີ ແມ່ນແນເປົ້າໝາຍໃສ່ກໍາປັ່ນຂອງສະຫະລັດ ແລະກໍາປັ່ນຂົນສົ່ງຕູ້ຄອນເທັນເນີ້, ເຫດການດັ່ງກ່າວ ເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ລຸນຫຼັງການໂຈມຕີໃສ່ເຢເມນຄັ້ງຫຼ້າສຸດຂອງສະຫະລັດ
ທ່ານຟີລິບໂປ ແກຣນດີ ກ່າວວ່າ ມັນເປັນສິ່ງສໍາຄັນ ທີ່ຈະເຕືອນປະຊາຄົມນາໆຊາດວ່າ ຊາວຢູເຄຣນຍັງມີຊີວິດຜ່ານຊ່ວງເວລາແຫ່ງສົງຄາມທີ່ໂຫດຮ້າຍຢູ່ ເຖິງແມ່ນວິກິດການອື່ນໆຂອງໂລກ ຈະກາຍມາເປັນຈຸດເດັ່ນກໍຕາມ
ຣັດເຊຍກ່າວຫາຢູເຄຣນວ່າ 'ດໍາເນີນການໂຈມຕີກໍ່ການຮ້າຍ' ໃນຂະນະທີ່ ຢູເຄຣນ ຮຽກຮ້ອງໃຫ້ມີການສອບສວນ
ທ່ານເຄີບີ ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນວັນອັງຄານຜ່ານມານີ້ວ່າ ຄວາມສາມາດໃນການໄດ້ຮັບຜົນປະໂຫຍດຈາກຄວາມສຳພັນນີ້ຂອງທ່ານກິມ ແມ່ນໜ້າເປັນຫ່ວງ ແຕ່ທ່າທີໃນດ້ານການປ້ອງກັນຂອງ ສະຫະລັດ ແລະເກົາຫຼີໃຕ້ ຢູ່ແຫຼມເກົາຫຼີ “ແມ່ນເໝາະສົມຕໍ່ຄວາມສ່ຽງນັ້ນ”
ນາຍົກລັດຖະມົນຕີຂອງສະວີເດັນ ທ່ານອູລຟ໌ ຄຣິສເຕີສັນ ໄດ້ຍິນດີນຳການລົງຄະແນນສຽງນັ້ນ. ທ່ານກ່າວວ່າ “ພວກເຮົາຍັບເຂົ້າໃກ້ເພື່ອທີ່ຈະກາຍເປັນສະມາ ຊິກຢ່າງເຕັມສ່ວນ ຂອງອົງການເນໂຕ ອີກບາດກ້າວນຶ່ງ”
ໂຫລດຕື່ມອີກ
No live streaming currently available