ການໂຈມຕີຫຼ້າສຸດຂອງພວກກະບົດຮູຕີ ແມ່ນແນເປົ້າໝາຍໃສ່ກໍາປັ່ນຂອງສະຫະລັດ ແລະກໍາປັ່ນຂົນສົ່ງຕູ້ຄອນເທັນເນີ້, ເຫດການດັ່ງກ່າວ ເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ລຸນຫຼັງການໂຈມຕີໃສ່ເຢເມນຄັ້ງຫຼ້າສຸດຂອງສະຫະລັດ
ທ່ານຟີລິບໂປ ແກຣນດີ ກ່າວວ່າ ມັນເປັນສິ່ງສໍາຄັນ ທີ່ຈະເຕືອນປະຊາຄົມນາໆຊາດວ່າ ຊາວຢູເຄຣນຍັງມີຊີວິດຜ່ານຊ່ວງເວລາແຫ່ງສົງຄາມທີ່ໂຫດຮ້າຍຢູ່ ເຖິງແມ່ນວິກິດການອື່ນໆຂອງໂລກ ຈະກາຍມາເປັນຈຸດເດັ່ນກໍຕາມ
ຣັດເຊຍກ່າວຫາຢູເຄຣນວ່າ 'ດໍາເນີນການໂຈມຕີກໍ່ການຮ້າຍ' ໃນຂະນະທີ່ ຢູເຄຣນ ຮຽກຮ້ອງໃຫ້ມີການສອບສວນ
ທ່ານເຄີບີ ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນວັນອັງຄານຜ່ານມານີ້ວ່າ ຄວາມສາມາດໃນການໄດ້ຮັບຜົນປະໂຫຍດຈາກຄວາມສຳພັນນີ້ຂອງທ່ານກິມ ແມ່ນໜ້າເປັນຫ່ວງ ແຕ່ທ່າທີໃນດ້ານການປ້ອງກັນຂອງ ສະຫະລັດ ແລະເກົາຫຼີໃຕ້ ຢູ່ແຫຼມເກົາຫຼີ “ແມ່ນເໝາະສົມຕໍ່ຄວາມສ່ຽງນັ້ນ”
ນາຍົກລັດຖະມົນຕີຂອງສະວີເດັນ ທ່ານອູລຟ໌ ຄຣິສເຕີສັນ ໄດ້ຍິນດີນຳການລົງຄະແນນສຽງນັ້ນ. ທ່ານກ່າວວ່າ “ພວກເຮົາຍັບເຂົ້າໃກ້ເພື່ອທີ່ຈະກາຍເປັນສະມາ ຊິກຢ່າງເຕັມສ່ວນ ຂອງອົງການເນໂຕ ອີກບາດກ້າວນຶ່ງ”
ເຈົ້າໜ້າທີ່ຢູເຄຣນກ່າວວ່າ ການໂຈມຕີດ້ວຍລູກສອນໄຟຂອງ ຣັດເຊຍ ໄດ້ສັງຫານປະຊາຊົນຢ່າງໜ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບອີກຫຼາຍກວ່າ 60 ຄົນ
ມີຜູ້ເສຍຊີວິດໃນຂະນະທີ່ກອງກຳລັງອິສຣາແອລໄດ້ບຸກໂຈມຕີເຂົ້າໃນພາກໃຕ້ຂອງເຂດກາຊາ, ເຊິ່ງ ສະຫະລັດ ຮຽກຮ້ອງໃຫ້ ອິສຣາແອລ ປົກປ້ອງພົນລະເຮືອນທີ່ຢູ່ໃນໂຮງໝໍ
ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ກ່າວວ່າ ການໂຈມຕີທາງອາກາດ ແນໃສ່ສະ ຖານທີ່ສາມແຫ່ງຢູ່ໃນພາກຕາເວັນຕົກຂອງອີຣັກ ທີ່ໄດ້ຖືກນຳໃຊ້ໂດຍ ກຸ່ມຄາຕາອິບ ເຮັສໂບລາ ຫຼື HK ແລະກຸ່ມຕົວແທນຂອງອີຣ່ານອື່ນໆ
ຫົວໜ້ານັກການທູດສະຫະລັດ ໄດ້ກ່າວຊົມເຊີຍເຖິງຄວາມສຳພັນທີ່ເຂັ້ມແຂງກັບໄອວໍຣີໂຄສທ໌ ແລະໃຫ້ການຄ້ຳປະກັນ ຕໍ່ຄວາມໝັ້ນໝາຍ ໃນການເປັນພາຄີດ້ານຄວາມໝັ້ນຄົງ ກັບໄນຈີເຣຍ
ບັນດາສະມາຊິກສະພາສູງ ສະຫະລັດ ກຳລັງເຮັດວຽກ ກ່ຽວກັບຂໍ້ຕົກລົງດັ່ງກ່າວ ມາໄດ້ 4 ເດືອນແລ້ວ
“ຄວາມໝັ້ນຄົງຂອງປະເທດໂປແລນ ແລະລັດຂອງປະຊາຊົນໂປແລນ ຍັງເປັນການເດີມພັນໃນການຕໍ່ສູ້ຄັ້ງນີ້” ທ່ານທັສຄ໌ ໄດ້ກ່າວຢູ່ທີ່ກອງປະຊຸມຮ່ວມ ຕໍ່ສື່ມວນຊົນ ກັບປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກິ
ຫຼັງຈາກຄວາມຫຼ້າຊ້າ ມາເປັນເວລາກວ່າ 1 ປີ, ລັດຖະສະພາເທີກີ ກໍມີກຳນົດທີ່ຈະອະນຸມັດການເຂົ້າຮ່ວມອົງການເນໂຕ້ ຂອງສະວີເດັນ ໃນວັນອັງຄານມື້ນີ້.
ໂຫລດຕື່ມອີກ
No live streaming currently available