ຣັດເຊຍ ກ່າວໃນວັນພຸດມື້ນີ້ວ່າ ເຂົາເຈົ້າໄດ້ຄວບຄຸມຕົວປະຊາຊົນສັນຊາດ ອຸສເບກິສຖານ ຄົນນຶ່ງ ຜູ້ທີ່ໄດ້ສາລະພາບຕໍ່ການວາງລະເບີດ ແລະ ກົດຂະນວນລະເບີດ ທີ່ໄດ້ເຮັດໃຫ້ນາຍພົນໂທ ອີກໍ ຄິຣິລລອຟ ເສຍຊີວິດ
ຜູ້ຄົນຍັງຄົງຕິດຢູ່ໃນອາຄານທີ່ຫັກພັງລົງມາໃນນະຄອນຫຼວງ ພອຕ ວີລາ ໃນວັນພຸດມື້ນີ້ ລຸນຫຼັງເກີດເຫດແຜ່ນດິນໄຫວຂະໜາດ 7.4 ໃນປະເທດເຂດມະຫາສະໝຸດປາຊີຟິກ ເຮັດໃຫ້ມີຜູ້ເສຍຊີວິດ 14 ຄົນ ລວມເຖິງຊາວຈີນອີກ 2 ຄົນ.
ການເຄື່ອນໄຫວດັ່ງກ່າວ ເປັນລັກສະນະຂອງສັນຍາລັກ ຫຼາຍກ່ວາເນື້ອຫາສາ ລະສຳຄັນ
ການພິຈາລະນາຄະດີທີ່ເປັນຂີດໝາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຢູ່ສານສູງຂອງອົງການສະຫະປະຊາຊາດນັ້ນ ປະເທດໝູ່ເກາະນ້ອຍໆ ໂຕ້ຖຽງວ່າ ໂລກທີ່ກຳລັງອົບອຸ່ນຂຶ້ນກາຍເປັນບັນຫາຄວາມສ່ຽງຕໍ່ການດຳລົງ ຊີວິດ ສະນັ້ນກົດໝາຍສິດທິມະນຸດທັງຫຼາຍຄວນຖືກນຳໃຊ້
ທີມເຕະບານ ‘ແມນເຊັສເຕີ ຢູໄນເຕັດ’ ໄດ້ເຊີນນັກເຕະເຍົາວະຊົນຈາກ ອິນເດຍ, ເນປານ ແລະສະຫະລັດ ອາຣັບເອເມີເຣສ ທັງໝົດ 6 ຄົນຈາກ ກຸ່ມທຳອິດ, ໂດຍເລີ່ມຈາກ 15,000 ຄົນ ໄປທີ່ສະໜາມ ໂອລທຣາຝອດ ໃນອາທິດແລ້ວນີ້
ທັງ FIFA ແລະ ລັດຖະບານ ຊາອຸດີ ອາຣາເບຍ ພາກັນອອກມາຢືນຢັນວ່າ ການເປັນເຈົ້າພາບໃນຄັ້ງນີ້ ຈະຊ່ວຍເຮັດໃຫ້ເກີດການປ່ຽນແປງໃນດ້ານສິດທິພົນ ລະເມືອງ ແລະສັງຄົມໃນປະເທດ ຊາອຸດີ ອາຣາເບຍ ຫຼາຍຂຶ້ນ
ມົສກູໄດ້ເຂົ້າໄປຮ່ວມສົງຄາມຂອງຊີເຣຍ ເພື່ອສະໜັບສະໜູນທ່ານອາຊາດ ໃນປີ 2015 ໂດຍການລົງທຶນໃນດ້ານແຫຼ່ງຊັບພະຍາກອນຕ່າງໆ ແລະຊີວິດ ຂອງພວກທະຫານຣັດເຊຍ ເຊິ່ງບັດນີ້ ອາດຈະບໍ່ມີຄວາມໝາຍຫຍັງເລີຍ
ປະຊາຊົນຊາວປາແລັສະໄຕນ໌ ຈຳນວນລະຫວ່າງ 65,000 ຫາ 75,000 ຄົນ ບໍ່ມີອາຫານ, ນ້ຳ, ໄຟຟ້າ ຫຼື ບໍ່ໄດ້ຮັບການເບິ່ງແຍງດ້ານສຸຂະພາບ
ອິນເດຍ ກຳລັງຫາທາງທີ່ຈະສ້າງເງິນຕາພາຍໃນກຸ່ມ BRICS ຮ່ວມກັນ ອັນເປັນໂຄງການລິເລີ່ມທີ່ອາດມີຄວາມເປັນໄປໄດ້ ທີ່ຈະປະສົບກັບການຕໍ່ຕ້ານຢ່າງແຂງຂັນຈາກປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານດໍໂນລ ທຣຳ
ປະຊາຊົນ ຊີເຣຍ ໃນນະຄອນຫຼວງ ດາມັສກັສ ກຳລັງຕອບສະໜອງຕໍ່ໂລກ ທີ່ບໍ່ມີລະບອບການປົກຄອງຂອງ ອາຊາດ ຢູ່ໃນອຳນາດ ຊຶ່ງເປັນຄັ້ງທໍາອິດນັບ ຕັ້ງແຕ່ປີ 1971.
ແຂວງ ອິທູຣີ ທາງພາກຕາເວັນອອກຂອງປະເທດ ຄອງໂກ ບໍ່ແຮ່ຄຳທີ່ດຳເນີນການໂດຍ ບໍລິສັດຈີນກຳລັງ ຂະຫຍາຍຕົວຢ່າງວ່ອງໄວ ເຂົ້າສູ່ພື້ນທີ່ທີ່ຫຼາຍຝ່າຍເຫັນວ່າບໍ່ຄວນມີການ ຂຸດຄົ້ນບໍ່ແຮ່ຄຳເລີຍ ນັ້ນຄືເຂດສະຫງວນພັນສັດ ໂອຄາປີ ຊຶ່ງເປັນພື້ນທີ່ມໍລະດົກໂລກ ທີ່ຕົກຢູ່ໃນອັນຕະລາຍ.
ປາປົວນິວກີນີ ຈະຍັງຄົງສືບຕໍ່ການຄ້າກັບ ຈີນ, ເຖິງແມ່ນຈະມີສາຍພົວພັນທາງ ທະຫານເພີ່ມຂຶ້ນກັບ ສະຫະລັດ ກໍຕາມ
ໂຫລດຕື່ມອີກ
No live streaming currently available