ທ່ານ ອອສຕີນ ກ່າວຫຼັງການປະຊຸມໃນມື້ທຳອິດວ່າ ການຕັດສິນໃຈຂອງລັດຖະມົນຕີກະຊວງປ້ອງກັນປະເທດຈີນ ທ່ານ ດອງ ຈຸນ ແມ່ນຄວາມເສຍຫາຍສຳລັບທັງພາກພື້ນທັງໝົດ
ຜູ້ຕັ້ງຖີ່ນຖານຄົນອື່ນໆ ເປັນຫ່ວງວ່າການຕັດສິນໃຈຍຶດຄອງສ່ວນນຶ່ງຂອງ ເຂດ ເວັສແບັ້ງ ອາດເຮັດໃຫ້ເກີດຄວາມບໍ່ສະຫງົບຫຼາຍຂຶ້ນ.
ບັນດາຈຸບິນແມ່ຍິງຊຸດທຳອິດຂອງປະເທດ ມາລາວີ, ໂດຍມີກັບຕັນ ທ່ານນາງ ໂຢລານດາ ຄວນດາ ແລະ ນາຍຮ້ອຍຊັ້ນນຶ່ງ ທ່ານນາງ ລູເສເຄໂລ ເອັມເວນີຟູມໂບ ກຳລັງປະຕິບັດງານເພື່ອສ້າງແຮງຈູງໃຈໃຫ້ແກ່ພວກນັກບິນ ລຸ້ນໃໝ່ທັງຫຼາຍ
ຜູ້ນໍາ ອິສຣາແອລ ກ່າວວ່າ ອິສຣາແອລ ໄດ້ທຳລາຍປະສິດທິພາບທາງທະຫານຂອງກຸ່ມປະກອບອາວຸດນີ້ແລ້ວ
ກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ ຢູເຄຣນ ໄດ້ທໍາການຍິງລູກສອນໄຟ ATACMS ທີ່ຜະລິດໂດຍສະຫະລັດ 6 ລູກ ໃນຕອນເຊົ້າຂອງວັນອັງຄານວານນີ້
ທ່ານເປັນປະທານາທິບໍດີສະຫະລັດຄົນທຳອິດ ທີ່ໄປຢ້ຽມຢາມປ່າເຂດຮ້ອນ ອາເມຊອນ.
ວັງ ເຄຣັມລິນ ໄດ້ອອກມາເຕືອນວ່າ ການຕັດສິນໃຈຂອງ ທ່ານ ໄບເດັນ ເປັນການເຕີມ 'ນໍ້າມັນເຊື້ອໄຟ' ຕໍ່ສົງຄາມ
ທ້າວ ເຟເດີເຣີ ໄດ້ກ່າວເຖິງທ້າວ ນາດາລ ຜູ້ທີ່ໄດ້ເອົາຊະນະການແຂ່ງຂັນກັນເຖິງ 24 ຕໍ່ 16 ຄັ້ງ ວ່າ “ໄປເລີ້ມຕົ້ນຢູ່ທີ່ສິ່ງທີ່ແນ່ນອນເຊັ່ນ: ເຈົ້າຊະນະຂ້ອຍ - ຫຼາຍເທື່ອ. ຫຼາຍກວ່າທີ່ຂ້ອຍຈະສາມາດຊະນະເຈົ້າໄດ້. ເຈົ້າທ້າທາຍຂ້ອຍໃນຫຼາຍດ້ານທີ່ບໍ່ມີຜູ້ໃດເລີຍທີ່ສາມາດເຮັດໄດ້”
ຜູ້ຊ່ຽວຊານກ່າວວ່າ ບໍ່ວ່າຂໍ້ຕົກລົງໃດຈະບັນລຸກໍ່ຕາມ, ແນ່ນອນວ່າ ຕ້ອງມີການໃຊ້ຈ່າຍທີ່ປະຫຍັດ
ໃນບັນປະເທດເກາະປາຊີຟິກຢ່າງເຊັ່ນ ປະເທດຟິຈິ, ຜູ້ຍິງມີພຽງ 34% ຂອງແຮງງານທີ່ໄດ້ຮັບຄ່າຈ້າງ. ເຊິ່ງໄລ່ເປັນເຄິ່ງໜຶ່ງຂອງອັດຕາຜູ້ຍິງໃນປະເທດທີ່ພັດທະນາແລ້ວ ຟິຈີ ຍັງມີອັດຕາຄວາມຮຸນແຮງຕໍ່ຜູ້ຍິງສູງທີ່ສຸດແຫ່ງໜຶ່ງຂອງໂລກ
ກອງທັບອິສຣາແອລ ໄດ້ຖິ້ມໂທດການເສຍຊີວິດຂອງພົນລະເຮືອນຕໍ່ກຸ່ມຮາມາສ, ໂດຍກ່າວຫາພວກຫົວຮຸນແຮງວ່າ ລີ້ຊ່ອນໂຕທ່າມກາງພົນລະເຮືອນ ແລະທໍາການໂຈມຕີຈາກບໍລິເວນບ່ອນຢູ່ອາໄສ
ການເຄື່ອນໄຫວຂອງ ທ່ານ ໄບເດັນ ຍັງຄົງມີຂຶ້ນລຸນຫຼັງໄຊຊະນະຈາກການເລືອກຕັ້ງເປັນປະທານາທິບໍດີຂອງ ທ່ານ ດໍໂນລ ທຣໍາ ທີ່ໄດ້ກ່າວວ່າ ທ່ານຈະເຮັດໃຫ້ສົງຄາມສິ້ນສຸດລົງໃນທັນທີ
ໂຫລດຕື່ມອີກ
No live streaming currently available