ລັດຖະບານ ເບີລິນ ບໍ່ໄດ້ໂຕ້ແຍ້ງຕໍ່ຄວາມແທ້ຈິງຂອງບັນທຶກສຽງນັ້ນ
ທ່ານ ໄບເດັນ ໄດ້ກ່າວວ່າ “ຖ້າພວກເຮົາໄດ້ໄປຮອດຈຸດທີ່ເຫດການນີ້ ຍັງສືບຕໍ່ໄປຮອດບຸນ ຣາມາດານ, ອິສຣາແອລ ແລະ ເຈຣູຊາແລັມ ອາດມີຄວາມອັນຕະລາຍຫຼາຍໆ”
ຕະຫຼອດໄລຍະນຶ່ງທົດສະວັດຜ່ານມາ ຝຣັ່ງ ໄດ້ຕົກເປັນເປົ້າໝາຍຊ້ຳແລ້ວຊ້ຳ ອີກຂອງພວກຫົວຮຸນແຮງອິສລາມ ແລະເມື່ອເດືອນຕຸລາປີກາຍນີ້ ປະເທດນີ້ ໄດ້ຖືກກຳນົດໃຫ້ຢູ່ໃນລະດັບການເຝົ້າລະວັງສຳລັບການໂຈມຕີກໍ່ການຮ້າຍທີ່ສູງທີ່ສຸດ ຫຼັງຈາກທີ່ຜູ້ຕ້ອງສົງໄສຫົວຮຸນແຮງອິສລາມຄົນນຶ່ງ ໄດ້ເຂົ້າໄປໃນໂຮງ ຮຽນ ແລ້ວແທງນາຍຄູຜູ້ນຶ່ງ
ຢູເຄຣນ ກ່າວໃນວັນພຸດມື້ນີ້ວ່າ ການໂຈມຕີໃນຊ່ວງຂ້າມຄືນຄັ້ງສຸດທ້າຍຂອງຣັດເຊຍ ໄດ້ລວມມີເຮືອບິນບິນບໍ່ມີຄົນຂັບ ຫຼື ໂດຣນ 42 ລຳ ທີ່ແນເປົ້າໃສ່ 8 ເຂດຂອງຢູເຄຣນ ເຊັ່ນດຽວກັນກັບລູກສອນໄຟຂີປະນາວຸດຂອງຣັດເຊຍ 5 ລູກ
ນັກເຄື່ອນໄຫວຍິງຫຼາຍສິບຄົນຈາກປະເທດຕ່າງໆ ໄດ້ຖືກຍົກຍ້ອງສັນລະເສີນ ໃນວັນຈັນທີ່ຜ່ານມາ ຢູ່ທີ່ທຳນຽບຂາວ ສຳລັບການເຄື່ອນໄຫວ ໃນການປົກປ້ອງສິດທິມະນຸດ ແລະແມ່ຍິງຂອງພວກເຂົາເຈົ້ານັ້ນ. ນັກຂ່າວວີໂອເອ ເວີຣໍນີກາ ບາລເດຣາສ ອີເກລຊຽສ ມີສິ່ງທີ່ພົ້ນເດັ່ນຂອງ ການມອບລາງວັນແຫ່ງຄວາມກ້າຫານຂອງແມ່ຍິງສາກົນ ປີ 2024
ບັນດານັກຊ່ຽວຊານກໍໄດ້ທົບທວນພາບຖ່າຍຫຼາຍກວ່າ 5,000 ໃບ ແລະ ວິດີໂອປະມານ 50 ຊົ່ວໂມງ ກ່ຽວກັບ ການໂຈມຕີ, ເຊິ່ງສ່ວນຫຼາຍມາຈາກກ້ອງ GoPro ຂອງສະມາຊິກຸ່ມຮາມາສ
ກອງທັບຢູເຄຣນ ກ່າວໃນວັນອັງຄານມື້ນີ້ວ່າ ລະບົບປ້ອງກັນໄພທາງອາກາດຂອງຕົນ ໄດ້ທຳລາຍເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ 18 ລໍາ ທີ່ຣັດເຊຍໄດ້ສົ່ງຂຶ້ນໃນການໂຈມຕີຊ່ວງຂ້າມຄືນ, ໃນຂະນະດຽວກັນ ໂດຣນຂອງກອງທັບເຮືອຢູເຄຣນ ກໍໄດ້ໂຈມຕີ ກຳປັ່ນລາດຕະເວນຂອງກອງທັບຣັດເຊຍ ໃກ້ກັບແຫຼມໄຄຣເມຍ
ການໂຈມຕີດັ່ງກ່າວ ໄດ້ເກີດຂຶ້ນຫຼາຍຊົ່ວໂມງຫຼັງຈາກການໂຈມຕີທີ່ສົງໄສວ່າເປັນພວກຮູຕີ ທີ່ແນເປົ້າໃສ່ກຳປັ່ນບັນທຸກຕູ້ສິນຄ້າໃນອ່າວທະເລເອເດັນ
ພວກເຈົ້າໜ້າທີ່ໄດ້ກ່າວວ່າ ການອອກມາປ່ອນບັດໃນອັດຕາ 41 ເປີເຊັນ ຊຶ່ງຕ່ຳທີ່ສຸດນັບຕັ້ງແຕ່ປີ 1979 ເມື່ອການປະຕິວັດຂອງອິສລາມ ໄດ້ໂຄ່ນລົ້ມ ລະບອບກະສັດ ຊາ ທີ່ສະໜັບສະໜຸນຕາເວັນຕົກ
ອີງຕາມໂທລະພາບຂອງທາງການອີຣ່ານ ບຸກຄົນດັ່ງກ່າວ “ໄດ້ວາງແຜນທີ່ຈະລະເບີດສະຖານທີ່ຫ້ອງການປະຕິບັດງານຂອງກະຊວງປ້ອງກັນປະເທດ ຢູ່ໃນເມືອງອິສຟາຮານ ພາຍໃຕ້ການຊີ້ນຳຂອງເຈົ້າໜ້າທີ່ສືບລັບ Mossad” ຊຶ່ງເປັນອົງການສາຍລັບຂອງອິສຣາແອລ
ການຈົມລົງຂອງກຳປັ່ນ ຣູບີມາ (Rubymar) ອາດກໍ່ໃຫ້ເກີດຄວາມເສຍຫາຍຕໍ່ລະບົບນິເວດໃນທະເລແດງ ແລະ ປະກາລັງຂອງມັນ
ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລມີເມຍ ເຊເລັນສກີ ຮຽກຮ້ອງໃຫ້ຊາວໂລກ “ຕອບໂຕ້ທຸກການກະທຳທີ່ຊົ່ວຮ້າຍຂອງຣັດເຊຍ ແລະຕໍ່ຕ້ານການກະທຳຂອງຣັດເຊຍ” ໃນຂະນະທີ່ຈຳນວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນ ໃນວັນອາທິດວານນີ້ ທີ່ເມືອງທ່າເຮືອ ໂອເດຊາ ຂອງຢູເຄຣນ ຫຼັງຈາກເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ໄດ້ໂຈມຕີຕຶກແຖວອາພາດເມັນ ໃນວັນເສົາ
ໂຫລດຕື່ມອີກ
No live streaming currently available