ອິສຣາແອລ ໄດ້ປະກາດຫຼາຍບາດກ້າວສຳລັບການເຮັດໃຫ້ສະຖານະການດີຂຶ້ນ.
ໃນເຂດກາຊາ ລະບຸວ່າ ອິສຣາແອລ ໂຈມຕີໃສ່ຕຶກທີ່ຢູ່ອາໄສສູງສາມຊັ້ນແຫ່ງນຶ່ງໃນເມືອງຈາບາເລຍ ທາງພາກເໜືອຂອງກາຊາ ເຮັດໃຫ້ມີປະຊາຊົນເສຍຊີວິດຢ່າງໜ້ອຍ 24 ຄົນ ແລະມີຜູ້ບາດເຈັບ 30 ຄົນ
ບັນດາຜູ້ແທນທີ່ໄປເຕົ້າໂຮມກັນຢູ່ນະຄອນຫຼວງ ບາກູ ຂອງ ອາເຈີບາຍຈານ ມີຄວາມຫວັງທີ່ຈະແກ້ໄຂວາລະອັນສຳຄັນຕ່າງໆຂອງກອງປະຊຸມ
“ໂດຍປະຕິບັດຕາມຄຳສັ່ງຂອງຜູ້ນຳທະຫານຂອງພວກເຂົາ, ພວກເຂົາກຳລັງພະຍາຍາມທີ່ຈະຂັບໄລ່ກຳລັງທະຫານຂອງພວກເຮົາ ແລະບຸກເລິກເຂົ້າໄປໃນດິນແດນທີ່ພວກເຮົາຄວບຄຸມຢູ່” ນາຍພົນ ໂອເລັກຊານເດີ ຊີຣສກີ ໄດ້ຂຽນລົງໃນແອັປ ເທເລີແກຣມ
ວີດີໂອທັງຫຼາຍທີ່ໄດ້ຖືກເຜີຍແຜ່ຢູ່ໃນສື່ສັງຄົມ ໄດ້ສະແດງໃຫ້ເຫັນຕຳຫຼວດປາບຈະລາຈົນ ເຂົ້າໄປສະຫຼາຍການປະທະກັນຢູ່ໃນຫົນທາງເສັ້ນນຶ່ງ ໂດຍມີພວກຄົນຮ້າຍສ່ວນນຶ່ງຮ້ອງຄຳເວົ້າທີ່ຕໍ່ຕ້ານຊາວອິສຣາແອລຕ່າງໆນາໆ
ໃນການອອກມາໃຫ້ຄວາມເຫັນຄັ້ງທຳອິດຂອງທ່ານ ນັບຕັ້ງແຕ່ທ່ານທຣຳ ໄດ້ຊະນະ, ທ່ານປູຕິນ ໄດ້ກ່າວວ່າ ທ່ານທຣຳ ໄດ້ປະຕິບັດໂຕຄືກັບຜູ້ຊາຍທີ່ແທ້ຈິງ ໃນລະຫວ່າງການພະຍາຍາມລອບສັງຫານທ່ານ ຂະນະທີ່ທ່ານກ່າວປາໄສຫາສຽງໃນການໂຮມຊຸມນຸມ ທີ່ລັດເພັນຊີລເວເນຍ ໃນເດືອນກໍລະກົດ
ທ່ານ ເອັມມານູແອລ ມາກຣົງ ປະທານາທິບໍດີ ຝຣັ່ງ ກ່າວວ່າ “ຜົນກະທົບອັນທໍາອິດສໍາລັບພັນທະມິດກໍຄື ຈະສະໜັບສະໜູນ ຢູເຄຣນ ຕໍ່ໄປຈັ່ງໃດ ຖ້າຫາກວ່າການຊ່ວຍເຫຼືອທາງທະຫານຈາກ ສະຫະລັດ ຫຼຸດລົງ.
ຝຣັ່ງກຳລັງເບີ່ງການດຳລົງຕຳແໜ່ງຂອງປະທານາທິບໍດີ ທຣຳ ສະໄໝທີສອງ ດ້ວຍຄວາມຮູ້ສຶກປະສົມປະສານກັນລະຫວ່າງຄວາມຢ້ານກົວ, ຄວາມອົດທົນ ແລະ ໃນບາງກໍລະນີກໍຄືຄວາມຍິນດີ
CPJ ເປີດເຜີຍວ່າ ໃນຊ່ວງທົດສະວັດທີ່ຜານມາຍັງມີຄະດີສັງຫານ ນັກຂ່າວ 7 ຄະດີທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ.
ການພົວພັນຂ້າມມະຫາສະໝຸດແອັດແລນຕິກ ຈະມີການປ່ຽນແປງແບບບໍ່ຕ້ອງສົງໃສຫຼັງຈາກການລົງຄະແນນສຽງເລືອກຕັ້ງ, ອີງຕາມການກ່າວຂອງບັນດາຜູ້ນໍາ ແລະບັນດາຜູ້ຊ່ຽວຊານ
ຄອບຄົວທັງເຈັດນັ້ນ ໄດ້ຮ່ວມກັນເອົາມາດຕະການທາງດ້ານກົດໝາຍໃນສານ ຂອງເມືອງ ເຄຣເຕລ (Créteil). ທ່ານນາງ ບູທຣອງ-ມາຣມີອອງ ໄດ້ກ່າວວ່າ ມັນເປັນຄັ້ງທຳອິດທີ່ມີຄະດີເປັນກຸ່ມເຊັ່ນນີ້ ໃນທະວີບຢູໂຣບ
ໂຫລດຕື່ມອີກ
No live streaming currently available