ທ່ານ ເຊີຮີ ປັອບໂກ, ຫົວໜ້າອຳນາດການປົກຄອງທະຫານຂອງ ກີຢິບ, ໄດ້ກ່າວວ່າ, ອີງຕາມລາຍງານໃນເບື້ອງຕົ້ນ, ມັນບໍ່ມີຄວາມເສຍຫາຍ ຫຼື ຜູ້ບາດເຈັບ ແລະ ເສຍຊີວິດ.
ທ້າວ ດອລໂກໂປລອຟ ໄດ້ເງິນລາງວັນຫຼາຍກວ່າ 7 ລ້ານໂດລາ ກ່ອນທີ່ໄດ້ລາງຈາກກິລາເທັນນິສອາຊີບໃນປີ 2021.
ເຈົ້າໜ້າທີ່ເຊື່ອວ່າ ຍັງບໍ່ມີໄພຂົ່ມຂູ່ໃນຊ່ວງເວລາອັນໃກ້ນີ້ ແຕ່ເຕືອນວ່າ ຄວາມຮຸນແຮງ ແມ່ນກໍາລັງເພີ້ມຂຶ້ນ
ບັນດານັກວິເຄາະ ພາກັນສົມທຽບໃສ່ກັບສະຖານະການໃນຍຸກສົງຄາມເຢັນ
ບັນດາສາຍການບິນ ກໍາລັງຫຼີກລ້ຽງເຂດນ່ານຟ້າຂອງອີຣ່ານ ແລະເລບານອນ ແລະ ຍົກເລີກຖ້ຽວບິນໄປ ອິສຣາແອລ ແລະ ເລບານອນ ເນື່ອງຈາກມີຄວາມ ກັງວົນຫຼາຍຂຶ້ນ ກ່ຽວກັບຄວາມຂັດແຍ້ງທີ່ອາດຈະເກີດຂຶ້ນໃນພາກພື້ນນີ້ ຫຼັງຈາກມີການສັງຫານສະມາຊິກອາວຸໂສຂອງກຸ່ມຫົວຮຸນແຮງ ຮາມາສ ແລະ ກຸ່ມ ເຮັສໂບລລາ ໃນອາທິດນີ້
ລັດຖະບານເຢຍລະມັນ ມີບົດບາດທີ່ສໍາຄັນໃນການແລກປ່ຽນນັກໂທດ ໃນວັນພະຫັດວານນີ້ ລະຫວ່າງມົສກູ ແລະຕາເວັນຕົກ ດ້ວຍການປ່ອຍຕົວ ວາດິມ ຄຣາຊິກັອຟ, ຊາວຣັດເຊຍ ທີ່ຖືກຕັດສິນວ່າມີຄວາມຜິດໃນຄະດີຄາດຕະກໍາອະດີດນັກລົບ ເຊັຊເນຍ ໃນ ນະຄອນຫຼວງ ເບີລິນ ໃນປີ 2019, ເຊິ່ງເປັນການຕັດສິນໃຈທີ່ລັດຖະບານເຢຍຣະມັນກ່າວວ່າ ຕົນບໍ່ໄດ້ດຳເນີນແບບບໍ່ໃສ່ໃຈ
ດັດຊະນີລາຄາຂອງອົງການອາຫານ ແລະ ກະສິກຳສະຫະປະຊາຊາດ ສະເລ່ຍຢູ່ທີ່ລະດັບ 120.8 ຈຸດໃນເດືອນກໍລະກົດ, ທີ່ຫຼຸດລົງຈາກ 121.0 ໃນເດືອນມິຖຸນາ
ເທັກນິກການເຮັດໝັນແມ່ນໄດ້ຖືກໃຊ້ໃນພາກສ່ວນອື່ນໆຂອງໂລກ
ກອງກໍາລັງທະຫານຫຼາຍໆຄົນທີ່ກໍາລັງລາດຕະເວນຢູ່ຕາມຖະໜົນໃນນະຄອນຫຼວງຂອງຝຣັ່ງໃນເວລານີ້ ເຄີຍປະຕິບັດໜ້າທີ່ຢູ່ຕ່າງປະເທດມາແລ້ວ
ການປະກາດທີ່ບໍລິສັດລົດຂະໜາດໃຫຍ່ BYD ຂອງຈີນ ຈະສ້າງໂຮງງານທີ່ມີມູນຄ່າ 1 ຕື້ໂດລາໃນປະເທດເທີກີ ເປັນການຫັນປ່ຽນໃນການພົວພັນລະຫວ່າງສອງປະເທດຢ່າງຫຼວງຫຼາຍ
ກຸ່ມ ຮາມາສ ກ່າວໃນວັນພຸດມື້ນີ້ວ່າ ການໂຈມຕີຂອງອິສຣາແອລ ໄດ້ສັງຫານຜູ້ນຳຂອງຕົນ ທ່ານ ອິສເມລ ຮານີເຢ (Ismail Haniyeh) ໃນນະຄອນຫຼວງ ເຕຫະຣ່ານ ບ່ອນທີ່ ທ່ານ ຮານີເຢ ໄດ້ເດີນທາງໄປຮ່ວມພິທີສາບານໂຕເຂົ້າຮັບຕຳແໜ່ງ ຂອງປະທານາທິບໍດີຄົນໃໝ່ຂອງອີຣ່ານ
ໂຫລດຕື່ມອີກ
No live streaming currently available