ກອງທັບສະຫະລັດ ກ່າວໃນວັນອາທິດວານນີ້ວ່າ ຕົນໄດ້ໂຈມຕີບັນດາອຸປະກອນ ແລະລູກສອນໄຟ ໃນເຂດທີ່ຄວບຄຸມໂດຍ ກຸ່ມຮູຕີ ໃນເຢເມນ ທີ່ໄດ້ຖືກກະກຽມທີ່ຈະຍິງໃສ່ບັນດາກຳປັ່ນໃນທະເລແດງ
ອີງຕາມຂໍ້ມູນເບື້ອງຕົ້ນ, ບໍ່ມີຜູ້ບາດເຈັບ ແລະ ເສຍຊີວິດ ຫຼື ການທຳລາຍຢູ່ໃນ ຫຼື ໃກ້ກັບໂຮງໝໍ
ປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນໄດ້ອະທິບາຍການລະເບີດຢ່າງໜັກ, ດ້ວຍການໂຈມຕີຫຼາຍຄັ້ງຂອງ ອິສຣາແອລ ໄດ້ຕົກຖືກເຮືອນ ແລະ ວັດອິສລາມຫຼາຍຫຼັງ
ຄະນະກຳມາທິການເລືອກຕັ້ງ ໄດ້ເປີດເຜີຍຜົນການນັບບັດຄະແນນສຽງເກືອບ 3 ມື້ ຫຼັງຈາກການປ່ອນບັດໄດ້ສິ້ນສຸດລົງໃນວັນພະຫັດ ຊຶ່ງປາກິສຖານໄດ້ສັ່ງໃຫ້ໂຈະໃນການໃຊ້ໂທລະສັບມືຖືແລະການບໍລິການອິນເຕີແນັດ ຢູ່ໃນທົ່ວປະເທດ ໂດຍອ້າງເຫດຜົນເປັນຫ່ວງດ້ານຄວາມປອດໄພ
ການມີໜ້າເພີ້ມຂຶ້ນ ຢູ່ໃນມະຫາສະໝຸດອິນເດຍ ແມ່ນສັນຍາໃນຄວາມໄຝ່ຝັນຂອງປະເທດອິນເດຍ ທີ່ຈະຖືກນັບວ່າ ເປັນປະເທດມະຫາອຳນາດ ພຸ່ງພົ້ນໃໝ່ ທີ່ມີຄວາມຮັບຜິດຊອບ
ຜູ້ຜະລິດລົດຂອງຈີນ ກໍາລັງວາງເດີມພັນ ກັບລົດໄຟຟ້າເພື່ອເຂົ້າມາຕັ້ງຫຼັກໃນຕະຫລາດລົດຂອງບຣາຊີລ, ເຊິ່ງໃຫຍ່ເປັນອັນດັບ 6 ຂອງໂລກ. BYD ແລະ GWM, ເຊິ່ງເປັນສອງຜູ້ຜະລິດລາຍໃຫຍ່ທີ່ສຸດຂອງຈີນ, ທີ່ກໍາລັງລົງທຶນປະມານ 2.5 ຕື້ໂດລາສະຫະລັດ ເພື່ອເລີ່ມຕົ້ນການຜະລິດ ໃນປະເທດ.
ບັນດານັກການທູດຈາກ ຣັດເຊຍ, ຈີນ, ອີຣ່ານ, ປາກິສຖານ ແລະ ເທີກີ ພົບປະກັນຢູ່ນະຄອນຫຼວງກາບູລ ເພື່ອຫາລືສໍາລັບການຮ່ວມມື ໃນຂະນະທີ່ບົດລາຍງານໃໝ່ກ່າວວ່າ ການພົວພັນແມ່ນສິ່ງທີ່ຈໍາເປັນ
ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ໃນວັນພະຫັດວານນີ້ ໄດ້ປົດນາຍພົນ ວາເລຣີ ຊາລຸສນີ, ຜູ້ບັນຊາການທະຫານສູງສຸດ ຂອງປະເທດ ຜູ້ທີ່ໄດ້ນຳພາການຕໍ່ສູ້ ຕ້ານການຮຸກຮານຂອງຣັດເຊຍ ເປັນເວລາ 2 ປີ, ແລະແຕ່ງຕັ້ງນາຍພົນ ໂອເລັກແຊນເດີ ຊີຣສະກີ ເຂົ້າຮັບຕຳແໜ່ງແທນທ່ານ.
ທ້າວ ເບເຣສຍີ ແມ່ນນຶ່ງໃນເດັກນ້ອຍຢູເຄຣນ ທີ່ໂຊກດີຫຼາຍຄົນຜູ້ທີ່ໄດ້ກັບບ້ານຢ່າງປອດໄພ
ກົດໝາຍນີ້ ກ່າວວ່າ “ການນຳໃຊ້ເງິນຂອງຕ່າງປະເທດໃນດ້ານການເລືອກຕັ້ງຄວນຖືກລົງໂທດພາຍໃຕ້ກົດໝາຍອາຍາ” ດ້ວຍໂທດຈຳຄຸກເຖິງ 3 ປີ
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ໄດ້ເດີນທາງກັບຄືນມາ ນະຄອນຫຼວງວໍຊິງຕັນ ຈາກຕາເວັນອອກກາງ ໃນວັນພະຫັດວານນີ້ ໂດຍບໍ່ມີຂໍ້ຕົກລົງໃໝ່ ສຳລັບການຢຸດຍິງ ໃນສົງຄາມ 4 ເດືອນ ຂອງອິສຣາແອລ-ກຸ່ມຮາມາສ ໃນເຂດກາຊາ ຫຼືການປົດປ່ອຍຕົວປະກັນ ທີ່ຖືກຈັບໂດຍພວກຫົວຮຸນແຮງ ຕືີ່ມອີກ ຢູ່ໃນມື
ເຈົ້າໜ້າທີ່ສະຫະລັດ ໄດ້ກ່າວຍ້ອງຍໍລັດຖະບານແບັກແດດວ່າ ເປັນພາຄີທີ່ດີ ໂດຍເວົ້າວ່າ ມັນບໍ່ມີຄວາມຈຳເປັນ ທີ່ຈະທຳການໂຈມຕີທາງອາກາດ ຖ້າກຳລັງທະຫານອາເມຣິກັນ ບໍ່ໄດ້ຖືກໂຈມຕີກ່ອນ
ໂຫລດຕື່ມອີກ
No live streaming currently available