ເຈົ້າໜ້າທີ່ສະຫະລັດ ໄດ້ກ່າວຍ້ອງຍໍລັດຖະບານແບັກແດດວ່າ ເປັນພາຄີທີ່ດີ ໂດຍເວົ້າວ່າ ມັນບໍ່ມີຄວາມຈຳເປັນ ທີ່ຈະທຳການໂຈມຕີທາງອາກາດ ຖ້າກຳລັງທະຫານອາເມຣິກັນ ບໍ່ໄດ້ຖືກໂຈມຕີກ່ອນ
ມີການກ່າວຫາຢ່າງກວ້າງຂວາງວ່າ ລັດຖະບານຊົ່ວຄາວໄດ້ພະຍາຍາມ ທີ່ຈະຫາທາງສໍ້ໂກງຄະແນນສຽງ
ການຂັດຂວາງການບໍລິການໂທລະສັບແມ່ນມີຈຸດປະສົງເພື່ອ “ຫຼຸດຜ່ອນຄວາມເປັນໄປໄດ້ຂອງໄພຂົ່ມຂູ່ດ້ານຄວາມປອດໄພ”
ເຈົ້າໜ້າທີ່ຢູເຄຣນລາຍງານໃນວັນພະຫັດມື້ນີ້ວ່າ ຣັດເຊຍໄດ້ໂຈມຕີໃນຊ່ວງຂ້າມຄືນດ້ວຍເຮືອບິນບໍ່ມີຄົນຂັບ 17 ລຳ ຊຶ່ງໄດ້ສ້າງຄວາມເສຍຫາຍ ໃນເຂດມິໂກລິຟ (Mykolaiv) ແລະ ໂອເດຊາ (Odesa) ແຕ່ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ
“ມີຄວາມໂກດແຄ້ນແລະຄວາມກຽດຊັງ ແລະສຽງນອງນັນຫຼາຍເກີນໄປຢູ່ໂລກຂອງພວກເຮົາໃນມື້ນີ້” ທ່ານເລຂາທິການໃຫຍ່ ໄດ້ກ່າວຕໍ່ບັນດາປະເທດສະມາ ຊິກທັງຫຼາຍຂະນະທີ່ທ່ານນຳສະເໜີບູລິມະສິດຕ່າງໆຂອງທ່ານສຳລັບປີ 2024
ລຸນຫຼັງຫາລືກັບລັດຖະມົນຕີການຕ່າງປະເທດສະຫະລັດ, ອິສຣາແອລກ່າວວ່າ ມີພຽງໄຊຊະນະເໜືອກຸ່ມຮາມາສເທົ່ານັ້ນ ຈະຮັບປະກັນຄວາມປອດໄພຂອງປະຊາຊົນຊາວອິສຣາແອລໄດ້
ກອງທັບສະຫະລັດ ກ່າວວ່າ ຕົນໄດ້ທໍາການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບໃສ່ລົດຄັນນຶ່ງໃນນະຄອນແບັກແດດ ເຊິ່ງໄດ້ສັງຫານຜູ້ນໍາຂອງກຸ່ມຫົວຮຸນແຮງທີ່ໄດ້ຮັບການສະໜັບສະໜູນຈາກອີຣ່ານ
ການປະຊຸມຕ່າງໆໄດ້ມີຂຶ້ນໃນຂະນະທີ່ ອິສຣາແອລ ແລະ ກຸ່ມຮາມາສ ພິຈາລະນາຂໍ້ສະເໜີສຳລັບການຢຸດຍິງຊົ່ວຄາວ ທີ່ຈະລວມມີການຢຸດຕໍ່ສູ້ ແລະ ປ່ອຍຕົວປະກັນຈາກ ກາຊາ
ສູນບັນຊາການຂອງສະຫະລັດໃນເຂດຕາເວັນອອກກາງ ຫຼື CENTCOM ໄດ້ກ່າວໃນຕອນແລງວັນອັງຄານວ່າ ນຶ່ງໃນຈຳນວນລູກສອນໄຟດັ່ງກ່າວ ເຮັດໃຫ້ກຳປັ່ນຕິດທຸງຂອງເກາະມາຣໂຊລ ຊຶ່ງປະເທດກຣິສ ເປັນເຈົ້າຂອງແລະດຳເນີນການກຳປັ່ນບັນທຸກ ຊື່ວ່າ MV Star Nasia ຢູ່ໃນອ່າວເອເດັນ ໄດ້ຮັບຄວາມເສຍຫາຍເລັກນ້ອຍ
ທູດພິເສດ ທ່ານນາງ ຈີນີນ ເຮັນນິສ-ປລາສແຊດ ໄດ້ກ່າວຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດວ່າ “ການໂຈມຕີພວກນີ້ ໄດ້ເກີດຂຶ້ນຈາກພາຍໃນ ແລະ ຢູ່ນອກເຂດຊາຍແດນຂອງປະເທດ”
ປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ກ່າວວ່າ ການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍໃນວັນພຸດມື້ນີ້ ໄດ້ສັງຫານຢ່າງໜ້ອຍ 3 ຄົນໃນນະຄອນຫຼວງ ກີຢິບ ແລະ ເມືອງ ມີໂກລິຟ (Mykolaiv)
ໂຄສົກຄະນະກຳມາທິການສິດທິມະນຸດຂອງສະຫະປະຊາຊາດ ຮຽກຮ້ອງໃຫ້ເຈົ້າໜ້າທີ່ປາກິສຖານຮັບປະກັນສິດທິໃນການມີສ່ວນຮ່ວມຂອງປະຊາຊົນທັງໝົດ ເພື່ອຂະບວນການປະຊາທິປະໄຕທີ່ມີທຸກພັກຝ່າຍເຂົ້າຮ່ວມ
ໂຫລດຕື່ມອີກ
No live streaming currently available