ບັນດາໄອຍະການໄດ້ລະບຸໂຕຜູ້ຕ້ອງສົງໄສຄື ຜູ້ຊາຍ ທີ່ຊື່ວ່າ ຈຽນ ຈີ (Jian G.) ຕາມກົດໝາຍວ່າດ້ວຍສິດຄວາມເປັນສ່ວນຕົວຂອງເຢຍຣະມັນ ແລະໄດ້ກ່າວວ່າ ຜູ້ກ່ຽວສົ່ງຂໍ້ມູນກ່ຽວກັບການເຈລະຈາຕ່າງໆຂອງສະພາສະຫະພາບຢູໂຣບ ໃຫ້ແກ່ໜ່ວຍງານສືບລັບຂອງຈີນ ຊ້ຳແລ້ວຊ້ຳອີກ
ຄວາມວິຕົກກັງວົນໄດ້ເພີ້ມຂຶ້ນໄປທົ່ວຢູໂຣບກ່ຽວກັບຂໍ້ກ່າວຫາໃນກິດຈະກຳການສອດແນມຂອງຈີນ ແລະອັງກິດ ກໍໄດ້ເລີ້ມສະແດງຄວາມວິຕົກກັງວົນຫຼາຍຂຶ້ນ ໃນຊ່ວງໄລຍະບໍ່ເທົ່າໃດເດືອນທີ່ຜ່ານມາ
ການໂຈມຕີຄັ້ງລ່າສຸດ ມີຂຶ້ນໃນຂະນະທີ່ສະພາສູງສະຫະລັດຄາດວ່າ ຈະໃຫ້ການອະນຸມັດຕໍ່ຮ່າງກົດໝາຍໃນອາທິດນີ້ ເຊິ່ງລວມມີການຊ່ວຍເຫຼືອຈໍານວນ 60 ຕື້ໂດລາໃຫ້ແກ່ຢູເຄຣນ
ທ່ານ ຊູຣິນເດີ ໂອຈາ ຜູ້ເປັນພໍ່ຄ້າ ກ່າວວ່າ “ການດຳລົງຊີວິດແມ່ນບັນຫາ. ແຕ່ບໍ່ມີລັດຖະບານໃດແກ້ໄຂບັນຫານີ້ໄດ້”
ທ່ານ ເບີນສ໌ ກ່າວວ່າ ຖ້າປາສະຈາກການຊ່ວຍເຫຼືອ, “ພາບພົດດັ່ງກ່າວແມ່ນຈະຮ້າຍແຮງຫຼາຍກວ່າ”
ຜູ້ນໍາກຸ່ມຕາລິບານ ສັ່ງໂຈະການອອກອາກາດຂອງຊ່ອງໂທລະພາບອັຟການິສຖານ ເຊິ່ງອອກອາກາດໃຫ້ເຫັນແມ່ຍິງທີ່ບໍ່ໄດ້ປົກໜ້າຂອງພວກເຂົາ
ອິສຣາແອລ ໄດ້ທຳການໂຈມຕີທາງອາກາດຕອນຂ້ອນຊິແຈ້ງ ຢູ່ ອີຣ່ານ ໃນວັນສຸກມື້ນີ້, ຕາມເວລາທ້ອງຖິ່ນ, ອີງຕາມສື່ມວນຊົນສະຫະລັດທີ່ລາຍງານໂດຍອ້າງເຖິງເຈົ້າໜ້າທີ່ ອິສຣາແອລ ແລະ ສະຫະລັດ ທີ່ບໍ່ໄດ້ເປີດເຜີຍຊື່
ການຕິດຕັ້ງກັງຫັນລົມທີ່ເພີ້ມຂຶ້ນນັ້ນ “ສະແດງໃຫ້ເຫັນວ່າ ໂລກກຳລັງເຄື່ອນຕົວໄປໃນທິດທາງທີ່ຖືກຕ້ອງໃນການຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດ” ບົດລາຍງານໄດ້ກ່າວ
ເຈົ້າໜ້າທີ່ຕຳຫຼວດອາວຸໂສທ່ານນຶ່ງ ໄດ້ກ່າວບອກບັນດານັກຂ່າວວ່າ ພວກຄົນງານອຸດສາຫະກຳລົດຍົນດັ່ງກ່າວ ກຳລັງຖືກຂັບໄປສົ່ງຢູ່ທີ່ເຂດອຸດສາຫະກຳ ໃນບໍລິເວນການຄ້າຂອງນະຄອນຫຼວງປາກິສຖານ ໃນຕອນເຊົ້າໆ ເມື່ອລົດທີ່ ກັນລູກປືນຂອງພວກເຂົາເຈົ້າໄດ້ຕົກເປັນເປົ້າໝາຍຂອງການໂຈມຕີ
ທ່ານ ເນຕັນຢາຮູ ກ່າວວ່າ 'ອິສຣາແອລ ຈະຕັດສິນໃຈດ້ວຍຕົນເອງ ວ່າຈະດໍາເນີນການຕອບໂຕ້ຕໍ່ການໂຈມຕີຂອງ ອີຣ່ານ ແນວໃດ'
ຫົວໜ້າຕຳຫຼວດພາກພື້ນ ພຽລ ທ່ານ ນິຊານ ດູຣາຍອັບປາ ໄດ້ກ່າວວ່າ ເລື່ອງນີ້ແມ່ນເລື່ອງທີ່ໜ້າຕື່ນເຕັ້ນຫຼາຍ
ກອງທັບຢູເຄຣນກ່າວໃນວັນພະຫັດມື້ນີ້ວ່າ ຕົນໄດ້ຍິງເຮືອບິນບໍ່ມີຄົນຂັບທັງໝົດ 13 ລຳທີ່ຣັດເຊຍ ປ່ອຍຂຶ້ນ ໃນການໂຈມຕີຊ່ວງຂ້າມຄືນຕົກ, ໃນຂະນະທີ່ກອງ ທັບຣັດເຊຍ ລາຍງານວ່າໄດ້ທຳລາຍເຮືອບິນບໍ່ມີຄົນຂັບຂອງຢູເຄຣນ 20 ລຳ
ໂຫລດຕື່ມອີກ
No live streaming currently available